ພວກນັກສືບສວນສະຫະລັດ ກ່າວວ່າ ລະເບີດທີ່ໄດ້ແຕກຂຶ້ນໃນວັນແລງວັນອາທິດທີ່
ຜ່ານມາຢູ່ນະຄອນອອສຕິນ ໃນລັດເທັກຊັສ ໄດ້ລະເບີດຂຶ້ນ ໂດຍການເຕະສາຍຄະ
ນວນ ແລະໄດ້ “ມີຄວາມຊັບຊ້ອນຫລາຍຂຶ້ນ” ກວ່າລະເບີດສາມໜ່ວຍທີ່ໄດ້ແຕກຂຶ້ນ
ໃນຕົ້ນເດືອນນີ້.
ພວກເຈົ້າໜ້າທີ່ກ່າວວ່າ ຜູ້ຊາຍສອງຄົນອາຍຸລະຫວ່າງ 20 ປີ ໄດ້ຮັບບາດເຈັບຈາກລະ
ເບີດທີ່ແຕກຂຶ້ນເທື່ອຫລ້າສຸດ ເພື່ອສ້າງຄວາມສັ່ນສະເທືອນ ໃຫ້ແກ່ນະຄອນຫຼວງ ຂອງ
ລັດທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ ຂອງສະຫະລັດ. ຜູ້ບັນ ຊາການຕຳຫຼວດ ທີ່ນະ
ຄອນອອສຕິນ ທ່ານບຣາຍອັນ ແມນເລ ກ່າວວ່າຜູ້ເຄາະຮ້າຍທັງສອງຄົນໄດ້ “ຮັບບາດ
ເຈັບໜັກພໍສົມຄວນ” ຈາກເຫດຮ້າຍດັ່ງກ່າວ ແຕ່ ມີອາການທຸ່ນທ່ຽງ ຢູ່ທີ່ໂຮງໝໍທ້ອງຖິ່ນ.
ທ່ານກ່າວວ່າ ບັນດານັກສືບສວນ “ໄດ້ເຫັນຄວາມຄ້າຍຄືກັນຂອງກົນໄກລະເບີດທີ່ແຕກ
ຂຶ້ນຢູ່ທີ່ນີ້ ໃນຕອນແລງມື້ຄືນນີ້ ແລະກົນໄກອື່ນໆສາມອັນ ທີ່ໄດ້ແຕກຢູ່ ນະຄອນອອສຕິນ ເລີ້ມມາແຕ່ວັນທີ 2 ເດືອນມີນາ.” ລະເບີດແຕກໃນຕອນຕົ້ນນັ້ນໄດ້ສັງຫານສອງຄົນ ແລະ
ມີຄົນອື່ນໆອີກໄດ້ຮັບບາດເຈັບສອງຄົນ.
ເຈົ້າໜ້າທີ່ອົງການສັນຕິບານກາງ ຫຼື FBI ທ່ານຄຣິສໂຕເຟີ ຄົມບ໌ ກ່າວວ່າການໃຊ້ສາຍ
ເຕະ ເພື່ອໃຫ້ລະເບີດແຕກ ທີ່ເກີດຂຶ້ນເທື່ອສຸດທ້າຍ “ໄດ້ປ່ຽນແປງທຸກຢ່າງ. ມັນໄດ້ເພີ້ມ
ຄວາມຊັບຊ້ອນ. ມັນບໍ່ໄດ້ແນເປົ້າໝາຍໃສ່ບັນດາສ່ວນບຸກຄົນ. ພວກເຮົາມີຄວາມເປັນ
ຫ່ວງທີ່ສຸດຕໍ່ການເຕະສາຍ ເດັກນ້ອຍຄົນນຶ່ງອາດສາມາດຢ່າງໄປຕາມທາງຍ່າງ ແລະ
ເຕະສິ່ງໃດສິ່ງນຶ່ງ.” ລະເບີດແຕກເທື່ອກ່ອນແມ່ນຫໍ່ລະເບິດ ທີ່ປະໄວ້ຢູ່ປະຕູເຂົ້າເຮືອນ
ຄົນ ແລະໄດ້ແຕກຂຶ້ນໃນເວລາຜູ້ເຄາະຮ້າຍໄດ້ຍົກຫໍ່ຂຶ້ນ.”
ທ່ານຄົມບ໌ ກ່າວວ່າ ມັນມີ “ຄວາມສຳຄັນທີ່ສຸດ’ ທີ່ຊາວນະຄອນອອສຕິນພາກັນຢູຸ່ຫ່າງ
ໄກຈາກທຸກຢ່າງທີ່ເຂົາເຈົ້າອາດ “ພິຈາລະນາວ່າສົງໄສ.”
ພວກເຈົ້໊າໜ້າທີ່ຍັງສືບສວນລະເບີດແຕກວ່າ ເປັນໄປໄດ້ແມ່ນການກະທຳທີ່ເຕັມໄປ
ດ້ວຍຄວາມກຽດຊັງ. ລະເບີດແຕກສາມເທື່ອທຳອິດ ໄດ້ສັງຫານຜູ້ຊາຍຊາວ ອາເມຣິກັນເຊື້ອສາຍອາຟຣິກາສອງຄົນ ແລະເຮັດໃຫ້ແມ່ຍິງຮິສແປນິກອາຍຸ 75 ປີ ທີ່ກຳລັງຕໍ່ສູ້ກັບ
ຊີວິດຂອງລາວຢູ່. ແຕ່ວ່າບັນດາຜູ້ເຄາະຮ້າຍຫລ້າສຸດແມ່ນຄົນ ຜີວຂາວ.
ພວກເຈົ້າໜ້າທີ່ໄດ້ສະເໜີໃຫ້ເງິນລາງວັນ 100,000 ພັນໂດລາ ແກ່ທຸກຄົນ ທີ່ສາມາດ
ໃຫ້ລາຍລະອຽດແກ່ບັນດາອົງການປະຕິບັດກົດໝາຍ ທີ່ນຳໄປສູ່ການຈັບກຸມ ແລະຕັດ
ສິນລົງໂທ ດພວກກະທຳຜິດ ກ່ຽວກັບການວາງລະເບີດນີ້.
ທ່ານຄົມບ໌ ກ່າວວ່າ “ພວກເຮົາຕ້ອງການຢາກໃຫ້ກະທຳດັ່ງກ່າວນີ້ຢຸດເຊົາ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Texas Bombs