ລັດເທັກຊັສ ຍົກເລີກ ການກີດກັ້ນ ຕໍ່ການຕັ້ງຖິ່ນຖານ ຂອງ ອົບພະຍົບຊີເຣຍ

ອົບພະຍົບຊີເຣຍ ທ້າວ Mohammad word al Jaddou, ຢືນຢູ່ຕໍ່ໜ້າ ອ້າຍເອື້ອຍນອ້ງຂອງລາວ ທີ່ເມືອງ Dallas ລັດ Texas.

ລັດ​ Texas ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ຍົກ​ເລີກການ​ທ້າ​ທາຍ​ດ້ານ​
ກົດໝາຍ ຕໍ່ ກະຊວງ​ຕ່າງປະ​ເທດສະຫະລັດ ​ແລະ​ຄະນະ​ກຳ
​ມະ​ການ​ກູ້​ໄພສາກົນ ຫຼື IRC ກ່ຽວ​ກັບ​ການ​ຕັ້ງ​ຖິ່ນຖານໃໝ່
ຂອງອົບ​ພະ​ຍົບຊີ​ເຣຍ ຢູ່​ໃນ​ລັດ ດັ່ງກ່າວ. ຫົວໜ້າ​ພະ​ແນ​ກ
​ຍຸຕິ​ທຳຂອງ​ລັດ ທ່ານ Ken Paxton ກ່າວ​ວ່າ ທາງລັດແ​ມ່ນ
ມີຄວາມ​ພໍ​ໃຈ ທີ່​ລັດຖະບານ​ກາງ ​ໄດ້​ຄໍ້າປະກັນການ​ຮ່ວມມື​
ແລະ​ແບ່ງປັນຂໍ້​ມູນ​ກ່ຽວ​ກັບ​ອົບ​ພະຍົບທີ່​ຈະ​ຖືກ​ສົ່ງ​ໄປ​ຍັງ​
ລັດ​ຂອງ ຕົນ.

ບັນດາ​ຜູ້​ຊ່ຽວຊານ​ດ້ານ​ກົດໝາຍ ​ບໍ່ມີ​ຄວາມ​ແປ​ກ​ໃຈ​ກ່ຽວ​
ກັບການ​ເຄື່ອນ​ໄຫວ​ດັ່ງກ່າວ ​ເນື່ອງຈາກ​ວ່າ ລັດບໍ່​ມີ​ສິດອຳ
ນາດ​ກ່ຽວ​ກັບ​ເລື້ອງຄົນ​ເຂົ້າ ​ເມືອງ ຫລືກາ​ນຕັ້ງ​ຖິ່ນ​ຖານ​ໃໝ່ຂອງອົບ​ພະຍົບ ​ແລະ​ລັດຖະ
ບານ​ກາງ ​ໄດ້ແຈ້ງໃຫ້​ທາງ​ລັດຊາບກ່ຽວກັບ​ ຂັ້ນຕອນ​ການ​ຄັດ​ເລືອກ​ເອົາ​ອົບ​ພະຍົບ​ ແລະ
​ໂຄ​ງການຕັ້ງ​ຖິ່ນ​ຖານ. ທ່ານ Michael Olivas ສາ​ດສະດາຈານ​ກົດໝາຍ​ທີ່​ໂຮງຮຽນ
​ກົດໝາຍ​ຂອງມະຫາວິທະຍາ​ໄລ Houston ກ່າວ​ວ່າ ລັດຖະບານ​ກາງມີອຳນາດ​ພິ​ເສດ
ກ່ຽວ​ກັບເລື້ອງ​ເຫລົ່າ​ນີ້.

ທ່ານ​ກ່າວ​ວ່າ “ມັນ​ຄວນ​ມີ​ການ​ປຶກສາ​ກັນ ດັ່ງ​ດຽວ​ກັນໃນ​ປະຕິບັດ​ກັບ​ລັດ​ຕ່າງໆ. ແຕ່
ການ​ຕັດສິນ​ໃຈຂັ້ນ​ສຸດ​ທ້າຍແລະ​ທາງ​ເລືອກຕ່າງໆ​ແມ່ນລັດຖະບາ​ນກາງ​ ເປັນ​ຜູ້​ເຮັດ.
ລັດ ມີ​ບົດບາດ​ນ້ອຍ​ດຽວ ທີ​ຈະ​ຫລີ້ນກ່ຽວ​ກັບ​ເລື້ອງ​ນີ້.”

Your browser doesn’t support HTML5

Syria Refugees Texas Suit