ທາງການ ເທັກຊັສ ກ່າວວ່າ ບໍ່ໃຫ້ສາສະໜາ ມາຂັດຂ້ອງກັບ ການແຕ່ງງານ ຂອງເພດດຽວກັນ

ທ້າວ Carlos McKnight ຈາກ Washington ໂບກທຸງໄປມາ ເພື່ອເປັນການສະໜັບສະໜູນ ການແຕ່ງງານເພດດຽວກັນ ຢູ່ນອກສານສູງສຸດ ໃນນະຄອນຫຼວງ Washington, 26 ມິຖຸນາ 2015.

ລັດຖະມົນຕີ​ຍຸດຕິ​ທຳ​ຂອງ​ລັດ ​ເທັກ​ຊັສ ທາງ​ພາກ​ໃຕ້​ຂອງ
​ສະຫະລັດ ກ່າວ​ວ່າ ບັນດາ​ພະນັກງານ​ຫ້ອງການສານ ​ແລະ
ຜູ້​ພິພາກສາ ​ບໍ່​ຈຳ​ເປັນ​ຕ້ອງ​ອອກ​ໃບ​ອະນຸຍາດ​ການ​ແຕ່ງ​ງານ ​ຫຼື
ປະກອບ​ພິທີແຕ່ງ​ງານ ​ໃຫ້​ພວກ​ຮັກ​ເພດ​ດຽວ​ກັນ ຖ້າ​ພວກ​ເຂົາ​ມີ​
ຂໍ້​ຂັດຂ້ອງ​ທາງ​ສາສະໜາ, ຫຼັງ​ຈາກການ​ຕັດສິນ​ຂອງ​ສານ​ສູງ​ສຸດ
ສະຫະລັດ​ ໃນ​ສັບປະດາຜ່ານ​ມາ ​ ທີ່​ຮັບ​ຮູ້​ສິດທິ​ໃນ​ການ​ແຕ່ງງານ​
ຂອງ​ບັນດາ​ຜູ້​ຮັກຄົນ​ເພດດຽວ​ກັນ ​ຢູ່​ທຸກ​ແຫ່ງ​ໃນ​ທົ່ວປະ​ເທດ.

​ໃນ​ໜັງສື​ສະ​ບັບໜຶ່ງ ຂຽນ​ຫາ ຮອງ​ຜູ້​ວ່າການ​ລັດ ທ່ານ Dan
Patrick ​ໃນວັນ​ອາທິດ​ວານ​ນີ້, ລັດ​ຖະມົນຕີ​ຍຸດຕິ​ທຳ​ Ken
Paxton ກ່າວ​ວ່າ ການ​ຕັດສິນ​ 5 ຕໍ່ 4 ຂອງ​ສະພາ​ສູງ ບໍ່​ໄດ້​ລົບ​ລ້າງ​ “ສິດ​ທິ​ໃນ​ການ​ຊົມ​ໃຊ້
ເສລີພາບ​ຂອງ​ສາສະໜາ” ທີ່​ອະນຸມັດ​ໃຫ້​ໂດຍລັດຖະທຳ​ມະນູນນັ້ນ.

Your browser doesn’t support HTML5

US Gay Marriage Ruling Yields Real-life Impact

ທ່ານ​ຂຽນ​ວ່າ ບັນ​ດາ​ພະນັກງານ​ຮັບຜິດ​ຊອບ​ ການ​ອອກ​ໃບອະນຸຍາດ​ການ​ແຕ່​ງງານ ​ແມ່ນມີ
ອິ​ດສະ​ຫຼະ ທີ່​ຈະ​ມອບ​ວຽກ​ນັ້ນ​ໃຫ້ບັນດາ​ຜູ້​ຊ່ວຍ ​ເຮັດ​ແທນ, ​ແທນ​ທີ່​ຈະ​ຖືກ​ບັງຄັບ​ໃຫ້​ລະເມີດ​
ຄວາມ​ເຊື່ອ​ຖື​ສາ​ສະໜາ​ຂອງ​ພວກ​ເຂົາ​ເອງ. ເຊັ່ນ​ດຽວກັນ, ບັນດາ​ຜູ້​ພິພາກສາ ກໍ​ບໍ່​ຄວນ​ທີ່​ຈະ ຖືກຮຽກ​ຮ້ອງໃຫ້ປະກອບ​ພິທີ​ແຕ່ງງາ​ນ​ໃຫ້​ຄົນ​ເພດ​ດຽວ​ກັນ, ​ເພາະວ່າ​ມີ​ຄົນອື່ນໆ ລວມ
ທັງ​ນັກ​ບວດ ສາສະໜາ​ຄຣິສ​ແລະຍິວ ​ແລະ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ ທີ່​ໄດ້​ຮັບ​ອະ​ນຸຍາດ​ໃຫ້ເຮັດ
ໜ້າ​ທີ່ນັ້ນ​ໄດ້ ​ຢ່າງ​ຖືກ​ກົດໝາຍ.

ບັນຫາເລື້ອງການແຕ່ງງານ ຂອງຄົນເພດດຽວກັນ ຢູ່ເກົາຫລີໃຕ້:

Your browser doesn’t support HTML5

S. Korea Christians Protest Gay Rights Festival