ຜູ້ຕ້ອງສົງໄສ ກໍ່ການຮ້າຍ ຖຶກຈັບ ຢູ່ນະຄອນຫລວງ ວໍຊິງຕັນ (ເບິ່ງວີດີໂອ)

ຮູບແຕ້ມຂອງ Amine El Khalifi ຜູ້ຖືກກ່າວຫາວາງແຜນກໍ່ການຮ້າຍ ລາວຢືນຢູ່ຕໍ່ໜ້າ ຜູ້ພິພາກສາ ທີ່ເມືອງ Alexandria, Va., ວັນສຸກ ທີ່ 17 ກຸມພາ, 2012.

ບັນດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານກາງ​ສະຫະລັດ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ກຸ​ມຜູ້ຊາ​ຍຄົນ​ນຶ່ງ​ ຢູ່ໃກ້
ກັບ​ຕຶກ​ລັດຖະສະພາ​ຂອງ​ສະຫະລັດ ຊຶ່ງເຂົາ​ເຈົ້າ​ກ່າວ​ວ່າ ກໍາລັງ​ຊອກ​ທາງ​ ທີ່​ຈະໂຈ​ມຕີ​ກໍ່​
ການ​ຮ້າຍ.

ບັນດາເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສອາຍຸ 29 ປີ ສັນຊາດ​ໂມ​ໂຣກ​ໂກ​ໄດ້​ຊອກ​ຫາ​ທາງ
ທີ່ຈະ​ໃຊ້ ໃນ​ອັນ​ທີ່ລາວ​ຄິດ​ວ່າແມ່ນລ​ະ​ເບີດ ໃນການ​ໂຈມ​ຕີຕຶກ​ລັດຖະສະພາ​ສະຫະລັດ
​ນັ້ນ ເຈົ້າ​ໜ້​າທີ່​ກ່າວ​ຕື່ມ​ອີກ​ວ່າ ລະ​ເບີດ “​ໄດ້​ຖືກດັດ​ແປງ​ໃຫ້​ໃຊ້ການບໍ່​ໄດ້​ ​ໂດຍ​ພວກເຈົ້າ
​ໜ້າ​ທີ່ ແລະ​ບໍ່​ເປັນ​ໄພ​ອັນ​ຕະລາຍ​ແກ່​ສາທາລະນະ ແຕ່​ປະການ​ໃດ.”

ເຈົ້າ​ໜ້າ​ທີ່​ຕໍາຫລວດ​ຂອງ​ລັດ​ຖະສະ​ພາ​ສະຫະລັດກ່າວວ່າ ຜູ້​ຊາຍ​ທີ່​ມີ​ຊື່ວ່າ Amine El
Khalifi ​ໄດ້​ຖືກ​ຈັບໃນ​ການ​ປະຕິບັດ​ງານ​ທີ່​ຍືດຍາວ ​ແລະ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ
ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່ສັນຕິ​ບານ​ກາງ FBI.

ກະຊວງຍຸຕິ​ທໍາສະຫະລັດ ກ່າວ​ວ່າ ນາຍ Khalifi ​ໄດ້​ປະກົດ​ຕົວ​ຄັ້ງທໍາ​ອິດ​ຕໍ່ໜ້າ​ຜູ້​ພິ
ພາກສາ​ສານ​ລັດຖະບານ​ກາງສະຫະລັດ ​ໃນ​ວັນ​ສຸກວານ​ນີ້ ​ແລະ​ໄດ້​ຖືກ​ກ່າວ​ຫາວ່າ​
ພະຍາຍາມຈະ​ໃຊ້ອາວຸດ​ທີ່​ມີ​ອະນຸ​ພາບທໍາລາຍ​ຮ້າຍ​ແຮງ.

ກະຊວງ​ຍຸຕິ​ທຳຍັງ​ກ່າວອີກ​ວ່າ ຕົ້ນຕໍ​ນັ້ນ ນາຍ Khalifi ​ໄດ້​ມີຄວາມຄິດ​ທີ່​ຈະ​ໂຈມ​ຕີ​ເປົ້າ
ໝາຍຕ່າງໆ​ຮວມ​ທັງ ຄ້າຍ​ທະຫານ ຮ້ານ​ອາຫານ ​ແລະວັດ​ຂອງ​ຊາວ​ຍີ​ວ​ອີກແຫ່ງ​ນຶ່ງ.

ມີລາຍ​ງານວ່າ ນາຍ Khalifi ​ໄດ້​ເຂົ້າມາ​ໃນ​ສະຫະລັດ​ ແບບ​ຜິດ​ກົດໝາຍ ​ແລະ​ບໍ່​ໄດ້​
ພົວ​ພັນ​ກັບພວກ​ກໍ່​ການ​ຮ້າຍ al-Qaida.

ການ​ຈັບ​ກຸ​ມດັ່ງກ່າວ​ນີ້​ ໄດ້​ມີຂື້ນນຶ່ງ​ມື້ລຸນຫລັງ​ທີ່ຜູ້​ຊາຍ​ຄົນ​ໄນ​ຈີ​ເຣຍໄດ້​ຖືກ​ສານ​ສະຫະ
ລັດລົງ​ໂທດຕັດສິນ​ໂທດ​ຈຳ​ຄຸກຕະຫລອດ​ຊີວິດ ​ໃນ​ຂໍ້​ຫາ​ພະຍາຍາມ​ທີ່​ຈະລະ​ເບີດ​ເຄື່ອງ​
ບີນ​ເດີນທາງຈາກນະຄອນອາ​ມສະ​ເຕີ​ດໍາ ມາ​ຫາສະຫະລັດ ​ໃນ​ວັນ​ຄຣິສມາສ ປີ 2009
ດ້ວຍ​ລະ​ເບີດ​ທີ່ ລາວ​ໄດ້ເຊື່ອ​ງໄວ້ໃນ​ໂສ້ງຊ້ອນ​ຂອງ​ລາວ. ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ຖິ້ມ ​
ໂທດການວາງ​ແຜນໂຈມ​ຕີຂອງ Umar Farook Abdulmutallab ​ໃສ່ກຸ່ມ​ກໍ່​ການ​ຮ້າຍ
al-Qaida ທີ່​ມີ​ຖານ​ປະຕິບັດ​ງານ​ຢູ່​ເຢ​ເມນ.

http://www.voanews.com/templates/widgetDisplay.html?id=139560443&player=article