ມີການຮັກສາຄວາມປອດໄພ ຢ່າງໜາແໜັ້ນ ຢູ່ໃນທົ່ວໂລກ ໃນການສະຫຼອງ ຕ້ອນຮັບປີໃໝ່ 2016

ການຈູດບັ້ງໄຟດອກ ທີ່ນະຄອນຊິດນິ ປະເທດອອສເຕຣເລຍ​ ເພື່ອຕ້ອນຮັບການມາເຖິງ ຂອງປີ​ 2016.

ການຮັກສາຄວາມປອດໄພແມ່ນໄດ້ມີການເຂັ້ມງວດ ໃນບັນດາ
ເມືອງຕ່າງໆໃນທົ່ວໂລກ ເພາະວ່າ ອາດມີການຂົ່ມຂູ່ຈາກພວກ
ກໍ່ການຮ້າຍ ໃນຂະນະທີ່ພວກເຂົາເຈົ້າຕຽມການສະຫຼອງ
ໃນທີ່ສາທາລະນະ ຂອງການເລີ້ມຕົ້ນປີໃໝ່ນີ້.

ນະຄອນຊິດນີ ອ໊ອສເຕຣເລຍ ຈະເປັນເມືອງທຳອິດຂອງຫຼາຍໆ
ເມືອງທີ່ຈະເປັນຜູ້ເລີ້ມສະຫຼອງ ປີ 2016 ດ້ວຍການຍິງສະຫຼອງ
ບັ້ງໄຟດອກ ທີ່ຍິ່ງໃຫຍ່ອະລັງການທີ່ສຸດ​ເປັນປະຫວັດການ
ຊຶ່ງບັ້ງໄຟດອກມີນຳໜັກທັງ​ໝົດ 7 ໂຕນ ແລະໃຊ້ເງິນໃນຈຳນວນ
5 ລ້ານ 1 ແສນ ໂດລ່າ ໃນການສະແດງເປັນ​ເວລາ 12 ນາທີເທົ່າ
ນັ້ນ.

ແຕ່ວ່ານະຄອນ Jakata ໃນອິນໂດເນເຊຍ ແມ່ນຢູ່ໃນການຮັກສາການຢ່າງເຂັ້ມງວດໃນປີນີ້
ຫຼັງຈາກທີ່ທາງຕຳຫຼວດ ໄດ້ພົບເຫັນແຜນທີ່ອາດເປັນການໂຈມຕີກໍ່ການຮ້າຍໃນນະຄອນ
ຫຼວງຂອງອິນໂດເນເຊຍ ໃນຊ່ວງເທດສະການສະຫຼອງປີໃໝ່ນີ້.

ເຈົ້າຄອງກຳແພງນະຄອນ Brussel ໄດ້ຍົກເລີກການສະຫຼອງປະຈຳປີ ຄືນກ່ອນວັນຂຶ້ນປີ
ໃໝ່ ທີ່ນະຄອນຫຼວງຂອງປະເທດເບລຢ້ຽມ ຍ້ອນການຂົ່ມຂູ່ການກໍ່ການຮ້າຍ. ເຈົ້າຄອງກຳ
ແພງນະຄອນ ທ່ານ Yvan Mayeur ໄດ້ກ່າວວ່າ ອິງຕາມສູນກາງວິໄຈດ້ານວິກິດການ ນັ້ນ
ແມ່ນວ່າ ບໍ່ສາມາດກວດກາພວກຜູ້ຄົນຈຳນວນຫຼາຍສິບພັນຄົນທີ່ຈະພາກັນມາສະຫຼອງປີໃໝ່
ດ້ວຍການຊົມການຈູດບັ້ງໄຟດອກ.

ພວກຕຳຫຼວດ ປະຈຳດານໃນ Grand Place ນະຄອນ Brussels, 30 ທັນວາ, 2015, ຫຼັງຈາກໄດ້ມີການຈັບກຸມ ຊາຍ 2 ຄົນ ໃນ Belgium ໃນວັນອາທິດແລະວັນຈັນ, ທັງສອງຜູ້ຕ້ອງສົງໄສ ໃນການໂຈມຕີ Brussels ໃນການສະຫຼອງຄືນນຶ່ງກ່ອນວັນຂຶ້ນປີໃໝ່, ທີ່ທາງໄອຍະການກາງໄດ້ກ່າວໄວ້.

ໃນຂະນະດຽວກັນນີ້ ຕຳຫຼວດເບລຢ້ຽມ ໄດ້ປະກາດໃນວັນພະຫັດມື້ນີ້ວ່າ ພວກເຂົາເຈົ້າ
ໄດ້ຈັບກຸມຜູ້ຕ້ອງສົງໄສ ຄົນທີ 10 ໃນການໂຈມຕີທີ່ປາຣີ ​ເມື່ອວັນທີ 13 ພະຈິກ ທີ່ຍັງຜົນໃຫ້ມີ 130 ຄົນ ເສຍຊີວິດນັ້ນແລ້ວ. ຕຳຫຼວດເບລຢ້ຽມ ໄດ້ຈັບກຸມອີກ 2 ຄົນ ໃນຕົ້ນສັບປະດານີ້ ທີ່ສົງໄສວ່າ ໄດ້ວາງແຜນໂຈມຕີກໍ່ການຮ້າຍໃນຄ່ຳຄືນວັນຂຶ້ນປີໃໝ່ ໃນອັນທີ່ເອີ້ນວ່າ ເປັນ “ສັນຍາລັກ” ຂອງ​ປະ​ເທດນັ້ນ.

ພວກຫົວຮຸນແຮງກຸ່ມອິສລາມ 4 ຄົນ ຜູ້ທີ່ໄດ້ສັງຫານ 130 ຜູ້ຄົນ ໃນການໂຈມຕີຫຼາຍໆບັ້ນ ໃນປາຣີ ໃນເດືອນພະຈິກ ແມ່ນມາຈາກເບລຢ້ຽມ.

ຕຳຫຼວດ New York ຕຽມການລາດຕະເວນ ທີ່ຈະຕຸລັດ Times ໃນນະຄອນ Manhattan, New York, 27 ທັນວາ, 2015.

​ນະຄອນປາຣີ ກໍໄດ້ຍົກເລີກການສະຫຼອງ ການຈູດບັ້ງໄຟດອກເຊັ່ນກັນ ແລະຕັດຮອນແຜນ
ການສະແດງໃນຕອນຄ່ຳຄືນ ປິດກັ້ນຖະໜົນຫຼັກ Champs Elysees ໃຫ້ລົດຜ່ານໄປມາໄດ້ ໃນ 1 ຊົ່ວໂມງ ແທນທີ່ຈະເປັນ 3 ຊົ່ວໂມງ. ແຕ່ວ່າການສະແດງ​ແສງ​ສີ ທີ່​ອານຸສາ​ວະລີ
Arc de Triomphe ຈະເປັນໄປຕາມແຜນການ. ເຈົ້າຄອງກຳແພງນະຄອນປາຣີທ່ານນາງ Anne Hidalgo ໄດ້ບອກກັບ ວາລະສານ ລາຍ 2 ສັບປະດາ Journal du Dimanche ຂອງຝຣັ່ງ ວ່າ ຝຣັ່ງຈຳເປັນທີ່ຈະໄດ້ຮັກສາສັນຍາລັກຂອງການສະຫຼອງປີໃໝ່ ເພື່ອສະແດງ
ໃຫ້ຊາວໂລກ ເຫັນວ່າ ຕົນໄດ້ສືບຕໍ່ຟື້ນຟູຈາກການຖືກໂຈມຕີກໍ່ການຮ້າຍຄັ້ງຫຼ້າສຸດນັ້ນ.

Your browser doesn’t support HTML5

World Readies for New Year's Eve Despite Security Threats