ຫຼາຍສິບພັນຄົນ ເຂົ້າຮ່ວມເດີນຂະບວນ ເພື່ອ ປະທ້ວງ ການວາງລະເບີດ ທີ່ ໂມກາດິສຊູ

ພວກປະທ້ວງ ພວມເດີນຂະບວນຢູ່ໃກ້ໆ ກັບບ່ອນທີ່ມີ ການວາງລະເບີດ ໃນມື້ວັນເສົາແລ້ວ ໃນນະຄອນຫຼວງ ໂມກາດິສຊູ. (ວັນທີ 18 ຕຸລາ, 2017)

ປະຊາຊົນຫຼາຍສິບພັນຄົນ ໄດ້ລົງສູ່ຖະໜົນຫົນທາງ ທີ່ນະຄອນຫຼວງໂມກາດິສຊູແລະ
ຫົວເມືອງອື່ນໆຂອງໂຊມາເລຍໃນວັນພຸດວານນີ້ເພື່ອປະນາມພວກທີ່ຢູ່ເບື້ອງຫຼັງການ
ວາງລະເບີດຂະໜາດແຮງ ທີ່ເຮັດໃຫ້ມີຜູ້ເສຍຊີວິດເກືອບ 300 ຄົນແລະບາດເຈັບອີກ
400 ກວ່າຄົນ.

ການປະທ້ວງ ຢູ່ນະຄອນຫຼວງໂມກາດິສຊູ​ ມີຂຶ້ນເພື່ອເປັນການສະໜອງຕອບ ຕໍ່ການ
ຮຽກຮ້ອງຂອງເຈົ້າຄອງນະຄອນຫຼວງ ໃນການໂຮມຊຸມນຸມຄັ້ງໃຫຍ່ ເພື່ອສວດມົນພາ
ວະນາໃຫ້ແກ່ພວກທີ່ເສຍຊີວິດ ແລະໄດ້ຮັບບາດເຈັບໃນການໂຈມຕີດ້ວຍລົດບັນທຸກ
ລະເບີດ ເມື່ອວັນເສົາແລ້ວ ທີ່ລັດຖະບານໄດ້ຖິ້ມໂທດໃສ່ກຸ່ມຫົວຮຸນແຮງອິສລາມ al-
Shabab.

ກ່ອນການໂຮມຊຸມນຸມ ກໍມີພວກຊາວໜຸ່ມທີ່ມັດຫົວດ້ວຍຜ້າແດງ ບັງຄັບໃຫ້ທຸລະກິດ
ຕ່າງໆອັດກິດຈະການຂອງເຂົາເຈົ້າ.

ພວກເດີນຂະບວນ ໄດ້ພາກັນຮ້ອງຄຳຂວັນຕ່າງໆ ເຊັ່ນວ່າ “ພວກສັດຕູຈົ່ງຈິບຫາຍ
ກຸ່ມ al-Shabab ຈົ່ງວອດວາຍ” ຊຶ່ງໃນເວລາຕໍ່ມາເຂົາເຈົ້າໄດ້ໄປເຕົ້າໂຮມກັນຢູ່ສະ
ໜາມກິລາເຕະບານ Banadir ບ່ອນທີ່ປະທານາທິບໍດີແລະຜູ້ນຳອື່ນໆໄດ້ເຂົ້າຮ່ວມ.

ກຳລັງຮັກສາຄວາມສະຫງົບ ຂອງໂຊມາເລຍ ແລະອື່ນໆ ເຕົ້າໂຮມກັນ ແລະຊອກຫາຊາກສົບ ຢູ່ຕຶກອາຄານ ທີ່ເກືອບຖືກທຳລາຍ ຍ້ອນເຫດລະເບີດ ທີ່ນະຄອນໂມກາດິສຊູ. (ວັນທີ 15 ຕຸລາ 2017)

ປະທານາທິບໍດີ Mohamed Abdullahi Mohamed ໄດ້ຮຽກຮ້ອງໃຫ້ຊາວໂຊມາເລຍ ຈັບອາວຸດຂຶ້ນຕໍ່ສູ້ ໃນອັນທີ່ທ່ານເອີ້ນວ່າ ສົງຄາມທີ່ຫ້ຽມໂຫດກັບກຸ່ມ al-Shabab.

ທ່ານກ່າວວ່າ “ມັນເຖິງເວລາແລ້ວ ທີ່ພວກເຮົາຕ້ອງສາມັກຄີກັນ ແລະຂ້າພະເຈົ້າຂໍຮຽກ
ຮ້ອງ ໃຫ້ຊາວໂຊມາເລຍທັງໝົດ ຈັບມືກັນ ໃນການຕໍ່ສູ້ຕ້ານສັດຕູຮ່ວມນຶ່ງດຽວ.”

ນອກນັ້ນທ່ານຍັງໄດ້ເຊື້ອເຊີນແບບດຽວກັນນີ້ ຕໍ່ພວກຜູ້ນຳທາງການເມືອງໂດຍເວົ້າວ່າ “ຂ້າພະເຈົ້າຂໍຮຽກຮ້ອງໃຫ້ພວກນັກການເມືອງທີ່ມີຄວາມສຳພັນກັບຕ່າງປະເທດຈົ່ງປະ ຄວາມຄິດເຫັນທີ່ຂັດແຍ້ງກັນຂອງພວກເຮົາໄວ້ຢູ່ທາງຂ້າງ ແລະມາຮ່ວມມືກັນ ໃນການ
ຕໍ່ສູ້ກັບພວກຫົວຮຸນແຮງ.”

ເຈົ້າຄອງກຳແພງນະຄອນຫຼວງໂມກາດິສຊູ ທ່ານ Taabit Abdi Mohamed ກ່າວວ່າ “ຊາວໂຊມາເລຍຕ້ອງກຽມພ້ອມ ໃນການເຮັດສົງຄາມເພື່ອປົດປ່ອຍຫົວເມືອງແຫ່ງນີ້.”

ແຕ່ສະໜາມກິລາ ພວກປະທ້ວງໄດ້ພາກັນເດີນຂະບວນ ໄປຍັງບ່ອນທີ່ຖືກໂຈມຕີ ໃນມື້ ວັນເສົາແລ້ວ ເພື່ອຈັດພິທີໄວ້ອາໄລໃຫ້ແກ່ພວກເຄາະຮ້າຍຢູ່ທີ່ນັ້ນ.

ການໂຮມຊຸມນຸມອື່ນໆ ຍັງມີຂຶ້ນໃນວັນພຸດວານນີ້ ຢູ່ທີ່ເມືອງ Baidao, Beledweyne ແລະທີ່ເມືອງ Dhusamareeb.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ