ຫຼາຍສິບພັນຄົນ ສາບານໂຕ ເປັນສັນຊາດ ອາເມຣິກັນ ໃນອາທິດນີ້ ແລະອາທິດໜ້າ

ທ່ານ Alfonso Perez ຈາກສາທາລະນະລັດ Dominican ຮ້ອງໂຮດີໃຈ ຢູ່ໃນພິທີສາບານໂຕ ໃຫ້ສັນຊາດໃໝ່ແກ່ 755 ຄົນ ຂອງສະຫະລັດ ທີ່ເດີ່ນກິລາ Turner ນະຄອນ Atlanta.

ຫລາຍ​ພັນ​ຄົນ​ຄາດ​ວ່າ ​ຈະໄດ້​ຮັບ​ສັນຊາດ​ອາ​ເມຣິກັນ ​ໃນ​ອາທິດ​ຈະ​ມານີ້ ​ຊຶ່ງ ເປັນ​ຂີດ​ໝາຍ​ໃນ​ການ​ສະຫລອງ​ວັນລັດຖະທຳ​ມະນູ​ນສະຫະລັດ​ ແລະວັນສັນຊາດ ໃນ​ວັນ​ເສົາມື້​ນີ້​.

ອົງກາ​ນບໍລິການ​ກ່ຽວ​ກັບ​ເລື້ອງສັນຊາດ​ສະຫະລັດ ​ແລະກວດ​ຄົນ​ເຂົ້າ​ເມືອງ​ຂອງ ສະຫະ ລັດກ່າວ​ວ່າ ຫຼາຍ​ກວ່າ 38,000 ຄົນ​ຢູ່​ໃນ​ທົ່ວ​ປະ​ເທດຈະໄດ້​ຮັບ​ສັນຊາດ ​ອາ​ເມຣິກັນ​ຢູ່ໃນ 240 ພິທີ​ ທີ່​ເລີ້ມຂຶ້ນ ​ແຕ່​ວັນທີ 16 ຫາ 23 ກັນຍາ ຫລາຍ​ກວ່າ​ໃນ​ລະຍະໃດໆ​ຂອງ​ປີ 2016.

​ພິທີ​ຮັບ​ສັນຊາດທີ່​ໃຫຍ່​ຜິດ​ປົກ​ກະຕິ​ຈຳນວນ​ນຶ່ງ ​ໄດ້​ເລີ້ມ​ຂື້ນ​ໃນ​ວັນ​ສຸກ​ວານ​ນີ້ ​ແລະ​ເພາະ ວ່າ​ສະຫະລັດ​ກຳລັງ​ສະ​ເຫລີມສະຫລອງວັນ​ຄົບຮອບ 100 ປີ​ຂອງ​ການ​ສ້າງຕັ້ງລະບົບ ສວນ​ອຸ​ທະຍານ​ແຫ່ງ​ຊາດ ​ແລະພິທີ​ມອບ​ສັນຊາດຫລາຍໆແຫ່ງ​ຈຶ່ງຈັດ​ຂຶ້ນ​ຢູ່​ໃນ​ສວນ​ອຸ​ທະຍານ​ແຫ່ງ​ຊາດ.

ຫລາຍ​ຮ້ອຍ​ຄົນ​ໄດ້​ພາກັນ​ສາບານ​ໂຕຮັບ​ສັນຊາ​ດ​ເປັນ​ຊາວອາ​ເມ​ຣິກັນ​ໃໝ່​ໃນ​ວັນ​ສຸກ​ວານ​ນີ້ ​ຢູ່​ທີ່​ເກາະ Ellis ​ນະຄອນ New York ພ້ອມ​ທັງ​ຢູ່ ອະນຸສາວະລີ Lincoln ​ແລະ Jefferson ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ. ຢູ່​ຕອນ​ທ້າຍຂອງ​ພິທີ ບັນດາ​ຜູ້​ພິພາກສາ​ລັດຖະ ບານ​ກາງ​ໄດ້​ນຳພາ​ຜູ້​ສະໝັກ​ເຂົ້າ​ເປັນ​ສັນຊາດ​ຍົກ​ມຶືຂຶ້ນ ໃຫ້​ຄຳ​ສາບານ​ໂຕ ​ເພື່ອ​ໃຫ້ພວກ​ເຂົາ​ເຈົ້າກາຍ​ມາ​ເປັນ ພົນລະ​ເມືອງສັນຊາດອາ​ເມຣິກັນຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ.

​ພວກ​ທີ່​ປາດ​ຖະໜາ​ຢາກເປັນ​ສັນຊາດ​ອາ​ເມຣິກັນ ຕ້ອງ​ໄດ້ຜ່ານ​ຂັ້ນ​ຕອນ​ດ້ານ​ກົດໝາຍທີ່​ຍືດຍາດ ​ແລະຫຍຸ້ງຍາກ ຊຶ່ງ​ຜົນ​ທີ່​ອອກ​ມານັ້ນຍັງບໍ່​ເປັນ​ທີ່​ແນ່ນອນ​ເທື່ອ.

ບັນດາ​ຜູ້​ສະໝັກ​ຕ້ອງ​ຍັງ​ໄດ້​ສະ​ແດງ​ເຖິງ​ຄວາມຮູ້​ພື້ນຖານ ກ່ຽວ​ກັບປະຫວັດສາດ​ອາ​ເມຣິ ກັນ ​ແລະ​ລັດຖະບານ​ສະຫະລັດ​ແລະ​ລັດຖະທຳ​ມະນູນ​ເຮັດ​ວຽກ​ແບບ​ໃດ ​ໂດຍຜ່່ານການ​ຕອບ​ຄຳ​ຖາມ 100 ຂໍ້​ ​ໃນສອບ​ເສັງເອົາສັນຊາດ.

ວັນລັດຖະທຳ​ມະນູນສະຫະລັດ ​ແລະ​ວັນ​ສັນ​ຊາດສະຫະລັດ ​ຈັດຂຶ້ນໃນ​ວັນ​ເສົາ​ມື້​ນີ້ ສະຫລອງຄົບຮອບ 229 ປີ ໃນ​ການ​ລົງ​ນາມ​ໃນ​ລັດຖະທຳ​ມະນູນ​ສະຫະລັດ ​ຢູ່​ທີ່ນະຄອນ Philadelphia ເມື່ອ​ປີ 1787.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ