ປະຊາຊົນຫຼາຍສິບພັນຄົນ ໄດ້ເຂົ້າຮ່ວມການເດີນຂະບວນປະທ້ວງ ຕໍ່ຕ້ານລັດທິຕໍ່ຕ້ານຊາວຢິວ ໃນລອນດອນ

  • ວີໂອເອ

ບັນດາຜູ້ຍິງ ຖືຮູບຂອງບັນດາໂຕປະກັນ ທີ່ຖືກຈັບໄວ້ ຢູ່ໃນເຂດກາຊາ, ໃນລະຫວ່າງການເດີນຂະບວນຕໍ່ຕ້ານການຕໍ່ຕ້ານຊາວຢິວ ໃນນະຄອນຫຼວງລອນດອນ ໃນວັນທີ 26 ພະຈິກ 2023.

ປະຊາຊົນຫຼາຍສິບພັນຄົນ ໄດ້ເຂົ້າຮ່ວມການເດີນຂະບວນປະທ້ວງຕໍ່ຕ້ານລັດທິຕໍ່ຕ້ານຊາວຢິວໃນລອນດອນ ໃນວັນອາທິດວານນີ້ ເພື່ອປະທ້ວງການເພີ້ມຂຶ້ນຂອງອາດຊະຍາກຳທີ່ເກີດຈາກຄວາມກຽດຊັງຊາວຢິວ ນັບຕັ້ງແຕ່ການໂຈມຕີໃນວັນທີ 7 ຕຸລາ ໂດຍກຸ່ມຫົວຮຸນແຮງຮາມາສ ໃສ່ອິສຣາແອລ ແລະການໂຈມຕີຂອງອິສຣາແອລ ຕໍ່ເຂດກາຊາ.

ອະດີດນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ (Boris Johnson) ແມ່ນນຶ່ງໃນຈຳນວນພວກປະທ້ວງ ປະມານ 60,000 ຄົນ ໃນການເດີນຂະບວນຄັ້ງທຳອິດ ນັບຕັ້ງແຕ່ສົງຄາມອິສຣາແອລ ແລະກຸ່ມຮາມາສ ເລີ້ມຕົ້ນຂຶ້ນ ແລະເປັນການຮວມໂຕກັນ ຕໍ່ຕ້ານລັດທິຕໍ່ຕ້ານຊາວຢິວ ທີ່ໃຫຍ່ທີ່ສຸດໃນລອນດອນ ທີ່ມີເປັນເວລາຫຼາຍສິບປີ ອີງຕາມການລະບຸຂອງຜູ້ຈັດການປະທ້ວງ. ທ່ານຈອນສັນ ໄດ້ເດີນຂະບວນພ້ອມກັບຫົວໜ້າເຈົ້າໜ້າທີ່ລະດັບສູງຂອງອັງກິດ ທ່ານແຣບບີ ເອຟຣາອິມ ເມຍວິສ (Rabbi Ephraim Mirvis) ແລະເຈົ້າໜ້າທີ່ລະດັບສູງທ່ານອື່ນໆຂອງລັດຖະບານ.

ພວກ​ປະ​ທ້ວງ​ໄດ້​ຖື​ປ້າຍ​ທີ່​ມີ​ຂໍ້​ຄວາມ​ວ່າ "ຄຽງບ່າຄຽງ​ໄຫລ່​ກັບ​ຊາວ​ຢິວ​ອັງກິດ" "ຕອນນີ້ ບໍ່​ມີ​ອີກແລ້ວ " ແລະ "ຈະບໍ່ອົດ​ທົນ​ຕໍ່ການຕໍ່​ຕ້ານ​ຊາວ​ຢິວ." ປ້າຍອື່ນໆ ໄດ້ສະແດງໃຫ້ເຫັນໃບຫນ້າຂອງຕົວປະກັນຊາວອິສຣາແອລ ທີ່ຖືກກຸ່ມຫົວຮຸນແຮງ ຮາມາສ ປາແລັສໄຕນ໌ ຈັບຕົວໄວ້ ເພື່ອການສະແດງຄວາມສາມັກຄີກັບຊຸມຊົນຊາວຢິວທີ່ຫາກໍປະເຊີນກັບອາຊະຍາກໍາທີ່ເກີດຈາກຄວາມກຽດຊັງເມື່ອບໍ່ດົນມານີ້, ໂດຍສະເພາະໃນນະຄອນຫຼວງຂອງປະເທດ.

ບາງ​ຄົນ​ຮ້ອງ​ເພງ​ເປັນ​ພາສາ​ຮິບຣູ ​ໃນ​ຂະນະ​ທີ່​ຄົນ​ອື່ນໆ​ຮ້ອງ​ວ່າ "ພາພວກ​ເຂົາ​ເຈົ້າ​ກັບ​ບ້ານ" ໃນການ​ອ້າງ​ເຖິງ​ຕົວ​ປະກັນ.

ຕໍາຫລວດນະຄອນຫຼວງລອນດອນ ໄດ້ຮັບລາຍງານ ກ່ຽວກັບການກະທໍາຜິດ ກ່ຽວກັບການຕໍ່ຕ້ານຊາວຢິວ 554 ກໍລະນີ ໃນລະຫວ່າງວັນທີ 1 ຕຸລາ ຫາ ວັນທີ 1 ພະຈິກ, ເພີ່ມຂຶ້ນຈາກ 44 ກໍລະນີ ໃນປີກ່ອນຫນ້ານີ້, ເຊິ່ງເພີ່ມຂຶ້ນຫຼາຍກວ່າ 10 ເທົ່າ. ບົດ​ລາຍ​ງານການ​ກະ​ທໍາ​ຜິດ ໃນການຕໍ່ຕ້ານອິສລາມ ເພີ້ມຂຶ້ນເກືອບ​ສາມ​ເທົ່າ ​ເປັນ 220 ກໍລະນີ ໃນ​ຊ່ວງໄລ​ຍະເວລາ​ດຽວ​ກັນ.

ຕຳຫຼວດໄດ້ຈັບກຸມນັກເຄື່ອນໄຫວຝ່າຍຂວາຈັດ, ທ້າວທອມມີ ໂຣບິນສັນ (Tommy Robinson), ໃນຊ່ວງເລີ້ມຕົ້ນຂອງການເດີນຂະບວນໃນວັນອາທິດວານນີ້ ຫຼັງຈາກທີ່ລາວປະຕິເສດທີ່ຈະອອກຈາກພື້ນທີ່ຕາມຄຳຮ້ອງຂໍຂອງເຈົ້າໜ້າທີ່ຕຳຫຼວດ.

ຜູ້​ຈັດ​ຕັ້ງ​ການ​ປະ​ທ້ວງ​ໄດ້​ຮ້ອງ​ຂໍບໍ່​ໃຫ້ ທ້າວໂຣບິນສັນ ​ເຂົ້າ​ຮ່ວມ ​ເນື່ອງ​ຈາກ​ຄວາມ​ຫຍຸ້ງ​ຍາກ ​ທີ່ອາດຈະເກີດຂຶ້ນ ຈາກການປາກົດຕົວຂອງລາວ.

ການ​ເດີນ​ຂະ​ບວນ​ໃນ​ວັນ​ອາ​ທິດ​ນີ້ ໄດ້​ມີ​ຂຶ້ນ​ນຶ່ງ​ມື້ ຫຼັງ​ຈາກ​ການ​ປະ​ທ້ວງ​ຄັ້ງ​ຫລ້າ​ສຸດ​ ໃນ​ນະ​ຄອນ​ຫຼວງ​ຂອງ​ອັງ​ກິດ ໂດຍ​ພວກ​ປະ​ທ້ວງ​ທີ່​ສະ​ໜັບ​ສະ​ໜຸນປາ​ແລັສໄຕນ໌ ທີ່​ຮຽກ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ ​ຢ່າງ​ຖາ​ວອນ ​ໃນ​ເຂດ ກາຊາ.

ອ່ານຂ່າວນີ້ເປັນພາສາອັງກິດ