10 ຄົນ ເສຍຊີວິດ ແລະ 7 ຄົນ ບາດເຈັບ ໃນການຍິງກັນ ຢູ່ ວິທະຍາໄລ ລັດອໍຣິກັນ

ປະທານາທິບໍດີ Barack Obama ຖະແຫລງກ່ຽວກັບ ການຍິງ ກັນ ຢູ່ວິທະຍາໄລທ້ອງຖິ່ນ ໃນລັດ Oregon ຕັ້ງຢູ່ທາງຕາເວັນຕົກ ສຽງເໜືອ ຂອງ ສະຫະລັດ.

ປະທານາທິບໍດີ Barack Obama ທີ່ມີ​ຄວາ​ມ​ໂກດ​ແຄ້ນ ​ໄດ້​
ຮຽກຮ້ອງ​ໃຫ້ຊາວ​ ອາ​ເມຣິກັນ ຊຸກຍູ້​ໃຫ້ລັດຖະສະພາຮັບຜ່ານ
ຮ່າງກົດໝາຍຄວບຄຸມປືນ ແບບມີ “ສາມັກສຳນຶກ” ຫລັງ​ຈາກ
​ມືປືນ​ຄົນນຶ່ງ​ ໄດ້​ສັງຫານ 10 ຄົນ ​ແລະອີກ​ເຈັດ​ຄົນ​ໄດ້​ຮັບ
​ບາດເຈັບ ຢູ່ວິທະຍາ​ໄລ​ແຫ່ງ​ນຶ່ງ​ໃນ​ລັດ Oregon ​ໃນ​ວັນ
​ພະຫັດ​ວານນີ້.

ປະທານາທິບໍດີ Obama ທີ່​ໂສກ​ເສົ້າ ໄດ້ປາກົດທາງ​ໂທລະ
ພາບ ບໍ່​ເທົ່າ​ໃດຊົ່ວ​ໂມງ​ ຫລັງຈາກເກີດການ​ຍິງ​ກັນ ​ເພື່ອ
ເຕືອນໃຫ້​ປະ​ເທດຊາດຮູ້ວ່າ ສວນ​ໃຫຍ່​ຂອງ​ຊາວອາ​ເມຣິກັນ
ຮວມທັງ​ພວກເຈົ້າຂອງ​ປືນ ທີ່ຖືກຕ້ອງຕາມ​ກົດໝາຍວ່າ ເຂົາ
ເຈົ້າຕ້ອງການກົດໝາຍທີ່​ເຄັ່ງ​ຄັດ​ກວ່າ​ເກົ່າ.

ທີ່ຕັ້ງຂອງ ວິທະຍາໄລຊຸມຊົນ Umpqua

ທ່ານ​ກ່າວ​ວ່າ ຊາວ​ອາ​ເມຣິກັນ ​ໄດ້​ກາຍ​ມາມີ​ຄວາມ​ມຶນຊາກັບ​ອັນ​ທີ່​ໄດ້ກາຍ​ເປັນ ​ຂອງ​ທຳ​ມະ​ດາ ​ຢູ່​ໃນສະຫະລັດ ນັ້ນກໍຄືການຍິງສັງຫານ​ໝູ່ ຕິດ​ຕາມ​ມາ​ດ້ວຍ​ຖະ​ແຫລງການຂອງ​ທ່ານທີ່​ທຳນຽບຂາວ ​ແລະ​ການ​ຕອບ​ໂຕ້​ໂດຍຜູ້​ທີ່​ຄັດ​ຄ້ານຕໍ່ການ ຄວບຄຸມອາວຸດປືນ​ຫລາ​ຍຂື້ນ. ທ່ານ​ກ່າວ​ວ່າ ການ​ໂຕ້​ຖຽງ​ທີ່ວ່າການມີອາວຸດປືນ​ເພີ້​ມຂຶ້ນ\ເຮັດ​ໃຫ້​ຄົນ​ມີ​ຄວາມ​ປອດ​ໄພ ​ຫລາຍ​ຂື້ນນັ້ນບໍ່​ສາມາດ​ຖົກຖຽງກັນໄດ້​ໜ້າ ​ຕໍ່ໜ້າ.

ທ່ານ Obama ​ໄດ້​ຮ້ອງ​ຂໍ​ຕໍ່ບັນດາ​ຜູ້ມີສິດ​ປ່ອນ​ບັດ ​ຈົງ​ຈື່​ຈຳບັນດາ​ຜູ້​ທີ່​ຊຸກຍູ້ ​ແລະ​ຄັດຄ້ານ​ຕໍ່ກົດໝາຍຄວບຄຸມປືນ ເວລາ​ປ່ອນ​ບັດ​ເລືອກ​ຕັ້ງ​ ໃນ​ປີໜ້າ​ນີ້.

ຢູ່​ທີ່​ເມືອງ Roseburg ລັດ Oregon ທາງ​ຝັ່ງ​ທະ​ເລກ້ຳຕາ​ເວັນ​ຕົກ​ຂອງສະຫະ ລັດ ບັນດາ​ສະ​ມາ​ຊິກ​ປະຊາຄົມ ພາກັນ​ໄຕ້ທຽນ​ໄຂ​ໄວ້ອາ​ໄລໃຫ້​ແກ່ຜູ້​ເຄາະ​ຮ້າຍ ທີ່​ຖືກ​ຍິງ ​ໃນຄືນວັນ​ພະຫັດວານ​ນີ້ ທີ່ວິທະຍາ​ໄລຊຸມຊົນ Umpqua. ລາຍ​ລະ​ອຽດກ່ຽວ​ກັບ​ການ​ຍິງກັນ ໃນຕອນ​ເຊົ້າວານນີ້ ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວເທື່ອ.

Your browser doesn’t support HTML5

Obama Demands Americans Push for 'Common Sense' Gun Laws

ແຕ່ວ່າ ​ຫົວໜ້າ​ຕຳຫລວດເຂດ​ເມືອງ Douglas ທ່ານ John Hanlin ​ໄດ້​ຢືນ​ຢັນ​ວ່າ ມືປືນໄດ້​ຖືກ​ຂ້າ​ຕາຍ ໃນການ​ຍິງ​ຕໍ່ສູ້ກັນ​ກັບ​ຕຳຫຼວດ. ທ່ານ Hanlin ກ່າວ​ວ່າ ມື​ປືນອາຍຸ​ 20 ປີ
​ເປີດ​ສາກ​ຍິງປືນ​ຢູ່​ໃນຫ້ອງ​ຮຽນຫ້ອງນຶ່ງ ​ແລະ​ຕຳ ຫລວດ​ໄດ້ຕອບ​ຮັບທັນ​ທີຫຼັງຈາກໄດ້ຮັບ
​ໂທລະ​ສັບສຸກ​ເສີນຂໍຄວາມຊ່ວຍເຫຼືອ.

​ ທີ່ກອງ​ປະຊຸມ​ຂ່າ​ວ​ໃນ​ຕອນ​ແລງວັນ​ພະຫັດ​ວານ​ນີ້ ທ່ານ Hanlin ກ່າວ​ວ່າ “ພວກ​ເຮົາ​ຄິດວ່າ ​ເຮົາ​ຮູ້​ວ່າ​ມືປືນນັ້ນ​ແມ່ນ​ໃຜ” ​ແຕ່​ໄດ້​ກ່າວ​ເພີ້​ມອີກ​ວ່າ ທ່ານ​ຈະ​ບໍ່​ຮ້ອງ​ຊື່​ຂອງມືປືນເດັດຂາດ. ທ່ານກ່າວ​ວ່າ “ຂ້າພະ​ເຈົ້າ ຈະ​ບໍ່​ໃຫ້​ຄະ​ແນນແກ່​ລາວ ທີ່​ລາວ​ອາດ​ຊອກ​ຫາ​ຢາ​ກໄດ້ ກ່ອນເຫດການ​ສະ​ຫຍອງ​ຂວັນ ​ແລະເປັນ​ການປະຕິບັດ​ທີ່​ຂີ້​ຂາດຕາຂາວ.” ທ່ານ​ໄດ້ຊັກ​ຊວນໃຫ້​ບັນດາ​ສະມາຊິກ​ສື່​ມວນ​ຊົນ ຫລີກລ່ຽງການ​ໃຊ້ຊື່ຜູ້ກ່ຽວ ໂດຍຢ້ຳຄືນ ຫລືຄວາມ​ໃຫ້ຄວາມສຳຄັນແກ່ຊື່ ຂອງ​ມືປືນ.

Your browser doesn’t support HTML5

Oregon Shooting