ພວກຊາວໜຸ່ມນຳພາ ກົດໝາຍການປະຕິຮູບປືນ ເດີນຂະບວນໄປຍັງເມືອງຂອງທ່ານ ປະທານສະພາຕໍ່າ

ຜູ້ແທນສະພາຕໍ່າ ທ່ານຈອນ ຫລຸຍ (ຂວາ) ນຳພາຫຼາຍພັນຄົນ ເດີນຂະບວນຜ່ານຖະໜົນ ໃນນະຄອນອັດແລັນຕາ ວັນທີ 24.

ພວກ​ນັກຮຽນ​ມັດທະຍົມ​ຫຼາຍ​ສິບ​ຄົນ ​ໃນ​ລັດ​ວິສຄັນ​ຊິນ ມີ​ສານ​ສົ່ງເຖິງປະທານສະພາ
​ຕໍ່າ ທ່ານ​ໂພ​ລ ຣາຍອັນ ​ແລະ​ພວກເຂົາ​ເຈົ້າ​ກໍຈະພາກັນ​ໄປ​ເມືອງຂອງ​ເພິ່ນ​ເພື່ອ​ຍື່ນ​ສານດັ່ງກ່າວ.

ພວກ​ຊາວ​ໜຸ່ມດັ່ງກ່າວຈະ​ພາກັນ​ຍ່າ​ງຈາ​ກເມືອງ​ແມ​ດິ​ເຊິ​ນ ໄລຍະທາງຫຼາຍ​ກວ່າ 80
ກິ​ໂລ​ແມັດ ຫຼື 50 ​ໄມລ ​ໄປ​ຫາ​ເມືອງ​ແຈແນ​ສວິລ ​ເພື່ອ​ບອກ​ໃຫ້​ທ່ານຣາຍອັນວ່າໃຫ້
ຜ່ານ​ຮ່າງ​ກົດໝາ​ຍປະ​ຕິ​ຮູບປືນ​ທີ່​ມີ​ຄວາມ​ໝາຍ​ດຽວ​ນີ້.

ການ​ຍ່າງ​ເດີນ​ຂະ​ບວນ​ເປັນ​ເວລາ​ສີ່​ມື້ ​ໂດຍ​ພວກ​ນັກຮຽນ​ມັດທະຍົມ​ຊໍຣວູດ ຮ້ອງ​ວ່າ
“​ເພີ້​ມອີກ 50 ​ໄມລ.”

​ເຂົາ​ເຈົ້າ​ຈະ​ພາກັນ​ຍ່າງ 12 ​ໄມ​ລ ຕໍ່​ມື້​ ລະຫວ່າງ​ໂຮງຮຽນ​ພັກ​ລະ​ດູບານໃໝ່ ​ເລີ້ມ​ແຕ່
ວັນ​ອາທິດ ​ແລະ​ສິ້ນ​ສຸດ​ລົງ ​ດ້ວຍ​ການ​ເດີ​ນຂະ​ບວນຢູ່​ນອກ​ຫ້ອງການ ຂອງທ່ານຣາຍ
ອັນ​ໃນ​ໃນ​ພຸດ​ມື້ອຶ່ນນີ້.

50 ​ໄມ​ລ ຕື່ມອີກ ຢູ່ໜ້າເວັບ​ໄຊກ່າວ​ວ່າ ການ​ເດີ​ນຂະ​ບວນ “​ແນ​ໃສ່​ທ່ານ​ຣາຍອັນ ໂດ​ຍ
ກົງ ​ໃນບົດບາດ​ກາ​ນນຳພາ​ຂອງ​ທ່ານ ທີ່ກີດ​ກັ້ນ ​ແລະ​ປິດບັງການ​ປ່ຽນ​ແປ​ງ​ໃດໆ​ຂອງ
​ການ​ປະຕິ​ຮູບ​ປືນຊໍ້າ​ແລ້ວ​ຊໍ້າ​ອີກ. ພວກ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ຮັກສາ​ຄວາມ​ກົດ​ດັນ​ແກ່
ພວກ​ຜູ້ນຳ​ສູງ​ສຸດ​ຂອງ​ປະ​ເທດເຮົາ ຈົນ​ກວ່າ​ວ່າການ​ປະຕິ​ຮູບ​ເປັນ​ບຸລິ​ມາ​ສິດ​ຕໍ່​ພັກຣີ
ພັບ​ບລິກກັນ ​ແລະ​ເດ​ໂມ​ແຄຣັດ. ພວກ​ເຮົາບໍ່​ຢ້ານ.”

ທ່ານໂພລ ຣາອັນ ປະທານສະພາຕໍ່ ສັງກັດພັກຣີພັບບລິກັນ ຈາກລັດວິສຄອນຊິນ ກ່າວຕໍ່ກອງປະຊຸມນັກຂ່າວ.

ມັນ​ບໍ່​ແມ່ນ​ເລື່ອງທີ່​ຕັ້ງ​ເຮັດ​ໃຫ້​ເກີດ​ຂຶ້ນພ້​ອມ​ກັນວ່າ ການ​ເດີນ​ຂະ​ບວນ​ໄດ້​ເລີ້ມ​ແຕ່​ວັນ​
ອາທິດ ພໍດີ​ຄົບຮອບ 53 ປີ​ ຫຼັງ​ຈາກ​ຜູ້ນຳ​ສິດທິ​ພົນລະ​ເຮືອນ ທ່ານ​ມາ​ຕິນລູ​ເທີ​ຄິງ ຈູ​ເນຍ
​ໄດ້​ນຳພາ​ຫຼາຍ​ພັນ​ຄົນ ​ເຂົ້າ​ໄປ​ເມືອງ​ມົງ​ໂກ​ແມຣີ ລັດ​ອາລາ​ບາ​ມາ ​ເພື່ອ​ສະຫລຸບ​ຫ້າ​ມື້​
ຂອງ​ການ​ເດີນ​ຂະ​ບວນຍ່າ​ງ 50 ໄມ​ລ ທີ່​ໄດ້​ເລີ້​ມຈາກ​ເມືອງ​ແຊ​ລມາ.

​ໜ້າເວັບ​ໄຊ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ເບິ່ງ​ປະວັດ​ສາດ ​ແລະ​ສ​ະ​ໄໝ​ລຸ້ນຄົນ​ຂອງ​ຜູ້ນຳ​ຊາວ
​ໜຸ່​ມ ຜູ້​ທີ່ມີ​ຄວາມ​ກະຕືລື​ລົ້ນຢ່າງ​ປ່ຽນ​ຢ່າງ​ເຕັມທີ່. ​ໃນ​ປີ 1965ບັນດາ​ຜູ້ນຳ​ພົນລະ​ເຮືອນ
​ໄດ້​ຈັດ​ຕັ້ງ​ການ​ເດິ​ນຂະ​ບວນ​ຫຼາຍມື້ 54 ​ໄມ​ລຈາ​ກ​ເມືອງ​ແຊ​ລມາ ​ໄປ​ຫາ​ເມືອງ​ມົງ​ໂກ​
ແມຣີ. 54 ​ໄມ​ລດັ່ງກ່າວ​ໄດ້​ໃຊ້​ເວລາ​ອັນ​ຍາວ​ນານ ​ໄປ​ສູ່່​ຄວາມ​ກ້າວໜ້າ ​ແລະ​ເປັນ​ເວ
ລາດົນ​ ທີ່ບັນດານ​ໃຈ​ໃຫ້​ແກ່​ການ​ເດິ​ນຂະ​ບວນດັ່ງກ່າວ​ນີ້.

ການ​ເດີນ​ຂະ​ບວນ​ໄດ້​ເພີ້​ມຂື້ນຫຼາຍ​ກວ່າ 40 ຄົນ​ໃນ​ວັນ​ຈັນ​ວານ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Wisconsin Teen March