ສານພິເສດ ຕັດສິນໂທດ ທ່ານ Taylor ໃຫ້ຈຳຄຸກ 50 ປີ

  • ສິງ ບູຣົມມະວົງ

ອະດີດປະທານາທີບໍດີ Charles Taylor ແຫ່ງໄລບີເຣຍ ກໍາລັງລໍຖ້າ ສານຕັດສິນລົງໂທດທ່ານ ໃກ້ກຸງ Hague, Netherlands. ວັນທີ 30 ພຶດສະພາ 2012.2002

ສານ​ອາຍາ​ພິ​ເສດ​ໄດ້​ຕັດ​ສິນ​ລົງ​ໂທດອະດີດ​ປະທານາທິບໍດີ Charles Taylor ​ແຫ່ງ Liberia ​ໃຫ້​ຈໍາ​ຄຸກ 50 ປີ ໃນ​ຄວາມ​ຜິດ​ຖານ​ກໍ່​ອາຊະ​ຍາ​ກໍາ​ສົງຄາມ ​ແລະ​ອາ​ຊະ​ຍາ​ກໍາ​ຕ້ານ​ມະນຸດຊາດ.

ສານພິ​ເສດ​ສໍາລັບ Sierra Leone ​ໄດ້​ຕັດ​ສິນ​ລົງ​ໂທດ​ດັ່ງກ່າວໃນ​ວັນ​ພຸດ​ມື້​ນີ້ ​ທີ່​ກຸງ Hague
ໂດຍ​ກ່າວ​ວ່າ ທ່ານ Taylor ​ໄດ້ໃຊ້​ຕໍາ​ແໜ່​ງຂອງ​ທ່ານ​ ເພື່ອ​ຊ່ອຍ​ເຫຼືອ​ແລະ​ສະໜັບສະໜຸນ
ພວກ​ກະບົດ ​ແທນ​ທີ່​ຈະ​ສົ່ງ​ເສີມ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ນັ້ນ.

ທ່ານ Richard Lussick ປະທານ​ຜູ້​ພິພາກສາດໍາ​ເນີນ​ຄະດີ ກ່າວ​ວ່າ ພຶດຕິ​ກໍາ​ຂອງ​ທ່ານ
Taylor ​ໃນ​ການ​ລໍາລຽງ​ອາວຸດ ​ແລະ​ໃຫ້​ກໍາລັງ​ໃຈ ຕະຫຼອດທັງ​ການ​ໃຫ້​ຄໍາ​ຊີ້​ນໍາ​ແກ່​ພວກ​ກະ
ບົດນັ້ນ​ເຮັດ​ໃຫ້​ການ​ກະທຳ​ຜິດດ້ານ​ອາຍາຂອງ​ທ່ານມີ​ຄວາມ​ຮ້າຍ​ແຮງ​ເພີ່ມ​ຂຶ້ນ.

ພວກ​ໄອ​ຍະ​ການ​ໄດ້​ຮຽກຮ້ອງ​ໃຫ້​ລົງ​ໂທດ​ຈໍາ​ຄຸກ 80 ປີ ​ແຕ່​ສານກ່າວ​ວ່າ ການ​ລົງ​ໂທດ​ດົນ​
ເຊ່ນ​ນັ້ນ​ຈະ​ເປັນ​ການ​ກະທໍາ​ເກີນ​ຂອບ​ເຂດ​ໄປ.

ສານ​ໄດ້​ພົບ​ເຫັນ​ວ່າ ​ທ່ານ Charles Taylor ​ໄວ 64 ປີ​ມີ​ຄວາມ​ຜິດ​ໃນ​ເດືອນ​ແລ້ວ​ນີ້​ ຕໍ່​ຂໍ້
​ຫາ​ທັງໝົດ 11 ກະທົງ​ໃນ​ສຳນວນຟ້ອງ​ທີ່​ຮວມທັງ​ຂໍ້​ກ່າວ​ຫາເປັນ​ຄາດ​ຕະກອນ ຂົ່ມຂືນ​ຊໍາ
​ເລົາ ການ​ໃຊ້​ຄົນ​ເປັນ​ຂ້າ​ທາດ​ທາງ​ເພດ ​ເກນ​ເດັກນ້ອຍ​ໄປ​ເປັນ​ທະຫານ​ແລະການ​ກົດ​ຂີ່​ໃຊ້
ຄົນເປັນຂ້າ​ທາດ.