ນັກຮຽນຫຼາຍຄົນທີ່ຍັງຮຽນຢູ່ໃນຊັ້ນມັດທະຍົມປາຍ ອາດຈະຍັງບໍ່ທັນວາງເປົ້າໝາຍຂອງຕົນໜັກແໜ້ນວ່າ ຢາກຮຽນຕໍ່ຫຍັງ ຢາກເປັນຫຍັງ, ແຕ່ຫຼາຍຄົນ ກໍມີການວາງແຜນໄວ້ແຕ່ຫົວທີວ່າ ຕົນຈະເຮັດຫຍັງແຕ່ດຽວນີ້ ເພື່ອສືບຕໍ່ດໍາເນີນໄປຈົນຈົບມະຫາວິທະຍາໄລ. ທິບສຸດາ ມີລາຍງານກ່ຽວກັບ ການໂອ້ລົມນໍາບັນ ດິດໃໝ່ຄົນນຶ່ງ ທີ່ມີຄວາມພາກພຽນໃນດ້ານກາສຶກສາ ແລະສີລະປະວັດທະນະທໍາຂອງບັນພະບຸລຸດ ມາສະເໜີທ່ານ.
Your browser doesn’t support HTML5
ຕາຕ້າ ອາຍຸ 22 ປີ, ເປັນບັນດິດໃໝ່ ທີ່ຫາກໍຮຽນຈົບ ຈາກມະຫາວິທະຍາໄລ Berkeley ດ້ວຍສອງປະລິນຍາ ໃນວິຊາລັດຖະສາດຫຼື Political Science ແລະຈິດຕະວິທະຍາຫຼື Psychology, ນາງເປັນຊາວອາເມຣິກັນເຊື້ອສາຍລາວ ແລະເປັນລູກສາວກົກໃນຈໍານວນລູກສາວສາມຄົນ, ເຊິ່ງ ນາງເກີດ ແລະເຕີບໃຫຍ່ຢູ່ທີ່ເມືອງເຟຣສໂນໃນລັດຄາລິຟໍເນຍ. ເຫດຜົນທີ່ນາງເລືອກຮຽນ ໃນສອງດ້ານນີ້ ເນື່ອງຈາກນາງສົນໃຈວຽກງານດ້ານການທະຫານ, ດັ່ງນັ້ນ ນາງຈຶ່ງຝຶກຝົນຕົນເອງ ດ້ວຍການຕັ້ງໃຈຮໍ່າຮຽນ ແລະໄດ້ຮັບທຶນດັ່ງກ່າວສະໄໝທີ່ນາງຮຽນຊັ້ນມັດທະຍົມປາຍ:
“ຂະນ້ອຍໄດ້ຮັບທຶນການສຶກສາເຕັມຈໍານວນໃນຂະນະທີ່ຂະນ້ອຍເຂົ້າຮຽນມະຫາວິທະຍາໄລ ເຊິ່ງພວກເຈົ້າຕ້ອງສະໝັກເອົາໃນເວລາທີ່ພວກເຈົ້າຢູ່ຊັ້ນມັດທະຍົມປາຍ, ຢູ່ໃນຊັ້ນມັດທະຍົມປາຍ ພວກເຈົ້າຈະມີການແຂ່ງຂັນກັນໃນລະດັບຊາດ ແລະເມື່ອພວກເຈົ້າຖືກເລືອກ ເຈົ້າສາມາດໄດ້ຮັບທຶນການສຶກສາໃນໄລຍະ 3 ປີ ຫຼື 4 ປີ, ຂະນ້ອຍເຂົ້າຮຽນໃນມະຫາວິທະຍາໄລ 4 ປີ ສະນັ້ນ ຂະນ້ອຍເລີຍຍົກລະດັບເອົາ 4 ປີນັ້ນ. ພວກເຈົ້າສາມາດສະໝັກເອົາໄດ້ ເມື່ອພວກເຈົ້າເຂົ້າຮຽນໃນຊ່ວງທໍາອິດຂອງຊັ້ນມັດທະຍົມປາຍ, ໂດຍລວມແລ້ວ ພວກເຈົ້າຈະຕ້ອງເປັນນັກຮຽນທີ່ດີ, ພວກເຈົ້າຕ້ອງມີຄະແນນຮຽນທີ່ດີ, ມີບຸກຄະລິກທ່າທາງທີ່ດີ. ໂດຍທົ່ວໄປແລ້ວ ທີ່ພວກເຂົາເຈົ້າຕ້ອງການໃຫ້ເຈົ້າມີແມ່ນ ການເປັນເຈົ້າໜ້າທີ່ອາສາສະໝັກ, ມີລະດັບການຮຽນທີ່ດີ, ມີຜົນການສອບເສັງທີ່ດີ ແລະກໍມີຄໍາແນະນໍາຫຼາຍໆຈາກອາຈານຂອງພວກເຈົ້າ.”
ນາງຕາຕ້າ ກ່າວໃຫ້ຟັງວ່າ ຕອນຍັງນ້ອຍນາງເປັນຄົນຂີ້ອາຍ ບໍ່ຄ່ອຍກ້າສະ ແດງອອກ, ໃນຂະນະດຽວກັນ ນາງກໍມັກໄປເບິ່ງການສວນສະໜາມໃນໄລຍະສໍາຄັນຕ່າງໆ ນາງຈຶ່ງເຫັນກອງທະຫານຍ່າງເປັນຖັນແຖວແບບມີລະບຽບ ນາງຈຶ່ງມີຄວາມຝັນ ແລະຢາກມາຢູ່ຢູ່ຈຸດນັ້ນ ໂດຍການປັບປຸງຕົນເອງ:
“ຕອນທີ່ຂະນ້ອຍຍັງນ້ອຍ ຂະນ້ອຍເຫັນການເດີນສວນສະໜາມ ໃນລະຫວ່າງວັນບຸນຄຣິສມາສ ແລະຂະນ້ອຍກໍເຫັນພວກເພິ່ນປະຕິບັດການກັບອຸປະກອນຫຼາຍຢ່າງ ເຊິ່ງມີລັກສະນະທີ່ວ່າ ພວກເພິ່ນເອົາປືນຍາວອອກມາ ແລ້ວທໍາການສະແດງໃນເວລານັ້ນ ແລະຂະນ້ອຍຄິດວ່າມັນໜ້າປະທັບໃຈ ເລີຍຄິດວ່າເຂົ້າຮ່ວມໂຄງການ JROTC ກ່ອນເປັນແນວໃດ, ເຊິ່ງຫຼາຍໆໂຮງຮຽນມັດທະຍົມປາຍກໍມີໂຄງການ JROTC, ເມື່ອຂະນ້ອຍລອງເຂົ້າຮ່ວມ ຂະນ້ອຍກໍມັກ. ຄູວິຊາປະຫວັດສາດຂອງຂະນ້ອຍ ເພິ່ນກໍເປັນຄູຝຶກໃນໂຄງການ JROTC, ເຊິ່ງ JROCT ນີ້ ເຂົ້າເຈົ້າສອນໃຫ້ພວກເຮົາເປັນຄົນມີວິໄນຫຼາຍຂຶ້ນ, ວິທີການຍົກລະດັບການເປັນຜູ້ນໍາ ຫຼື ຄວາມສາມາດໃນການກ່າວຄໍາປາໄສ. ກ່ອນທີ່ຂະນ້ອຍຈະເຂົ້າຮ່ວມຫຼັກສູດ ການກ່າວຄໍາປາໄສຂອງຂະນ້ອຍບໍ່ຄ່ອຍດີປານໃດ ເຊິ່ງຂະນ້ອຍມີລັກສະນະອາຍຫຼາຍ, ໃນການດໍາເນີນສິ່ງໃດນຶ່ງທີ່ຂະນ້ອຍບໍ່ຄ່ອຍໄດ້ລົງມືປະຕິບັດ ແລະ ເພື່ອຍົກລະດັບການເປັນຜູ້ນໍາ ແລະການກ່າວປາໄສຂອງຂະນ້ອຍເອງ.”
ນອກຈາກເຂົ້າຮ່ວມກິດຈະກໍາພາຍໃນໂຮງຮຽນ ໃນຊ່ວງເວລານັ້ນ ຕາຕ້າ ຍັງສົນໃຈໃນດ້ານຮີດຄອງ, ປະເພນີ ແລະຄວາມເປັນມາຂອງວັດທະນະທໍາລາວ, ເຊິ່ງນາງຈະເຂົ້າຮ່ວມຮຽນດົນຕຣີພື້ນເມືອງ, ການສະແດງຟ້ອນ ແລະກິດຈະກໍາອື່ນໆ ທີ່ເຮັດໃຫ້ນາງພົບປະຜູ້ຄົນ ແລະແລກປ່ຽນຄວາມຄິດເຫັນ ເພື່ອໃຫ້ນາງໄດ້ມີຄວາມສາມາດຮອບດ້ານ, ທີ່ສໍາຄັນ ເຮັດໃຫ້ຜູ້ຄົນຮູ້ຈັກ ວັດທະນະທໍາຂອງ “ລາວ” ຫຼາຍຂຶ້ນ.
“ຂະນ້ອຍມັກໃນການຮຽນຮູ້ກ່ຽວກັບປະຫວັດສາດລາວ ແລະປະຫວັດສາດກ່ຽວກັບຕາເວັນອອກສຽງໃຕ້ ດັ່ງນັ້ນຂະນ້ອຍຈຶ່ງມີປຶ້ມເປັນຈໍານວນຫຼາຍ ປຶ້ມທີ່ເປັນປະຫວັດກ່ຽວກັບ ‘ຕະຣາມາຢານາ’ ແລະປຶ້ມກ່ຽວກັບ ‘ລາມມະກຽນ’ ເຊິ່ງຂະນ້ອຍໄດ້ມາຈາກຮ້ານຂາຍປຶ້ມຢູ່ໃນທ້ອງຖິ່ນ, ປຶ້ມກ່ຽວກັບ ຕະຣາມາຢານາ ນັ້ນເປັນພາສາອັງກິດ ເຊິ່ງຂະນ້ອຍຍັງບໍ່ສາມາດຫາປຶ້ມກ່ຽວກັບ ຣາມມະກຽນໄດ້ເທື່ອ ແຕ່ຂະນ້ອຍກໍຍັງຊິຊອກຫາຢູ່ໃນອອນລາຍຕໍ່ໄປ, ຂະນ້ອຍຫຼິ້ນລະນາດເມື່ອຂະນ້ອຍຍັງນ້ອຍ, ຂະນ້ອຍມັກລະນາດຫຼາຍ ເພາະເປັນນຶ່ງໃນດົນຕີລາວທີ່ມີຊື່ສຽງ ແລະຂະນ້ອຍກະມັກໃນການຮຽນຮູ້ກ່ຽວກັບແຫຼ່ງທີ່ມາຂອງລາວ ລວມທັງເພງລາວເດີມນໍາອີກດ້ວຍ, ຂະນ້ອຍຕ້ອງການຮຽນລະນາດ ເພື່ອໃຫ້ເຂົ້າກັບເພງລາວເດີມ. ຢູ່ທີ່ນີ້ ບໍ່ຄ່ອຍເຫັນຄົນລາວຢູ່ໃນຊຸມຊົນ ໃນການນໍາສະເໜີຄວາມເປັນລາວຫຼາຍ, ດັ່ງນັ້ນຂະນ້ອຍຈຶ່ງຄິດວ່າ ມັນສໍາຄັນຫຼາຍທີ່ວັດທະນະທໍາລາວ, ປະຫວັດສາດລາວ ຕ້ອງໄດ້ຮັບການເຜີຍແຜ່ໃຫ້ຄົນຮູ້ຈັກຫຼາຍຂຶ້ນ, ເຊິ່ງບາງຄັ້ງຂະນ້ອຍຄິດວ່າ ຜູ້ຄົນບໍ່ເຂົ້າໃຈໃນວັດທະນະທໍາລາວຫຼາຍ ໂດຍທີ່ເຂົາເຈົ້າສັບສົບກັບວັດທະນະທໍາທີ່ມີຊື່ສຽງຫຼາຍກວ່າເຊັ່ນ ໄທ ແລະ ມົ້ງ, ແຕ່ຜູ້ຄົນຈໍາເປັນຕ້ອງໄດ້ຮູ້ວ່າວັດທະນະທໍາລາວມີຄວາມອຸດົມສົມບູນ ແລະງົດງາມ ແລະຂະນ້ອຍຫວັງວ່າ ໃນການເຂົ້າຮັບລາດຊະການຂອງຂະນ້ອຍ ຂະນ້ອຍຈະໄດ້ເປັນໂຕແທນຫຼາຍຂຶ້ນ ໃຫ້ເຂົາເຈົ້າຮູ້ວ່າ ຄົນເຊື້ອສາຍລາວຂອງພວກເຮົາມີຄວາມພາກພູມໃຈຫຼາຍ ແລະພວກເຮົາກໍເປັນຄົນເກັ່ງ ເປັນຄົນສະຫຼາດ.”
ປັດຈຸບັນ, ຕາຕ້າ ກໍາລັງລໍຖ້າການຊັບຊ້ອນໜ້າທີ່ຂອງນາງເຂົ້າໃນວຽກງານ. ເຊິ່ງນາງຈະໄດ້ຮັບໜ້າທີ່ທີ່ມີກຽດສໍາລັບຄອບຄົວ, ນອກນັ້ນ ຍັງເປັນທີ່ອວດອ້າງໄດ້ວ່າ ແມ່ຍິງກໍສາມາດເປັນກໍາລັງແຮງຂອງຊາດໄດ້ເຊັ່ນກັນ, ເຊິ່ງນາງກ່າວວ່າ “ບໍ່ວ່າຈະເປັນແມ່ຍິງ ຫຼືຜູ້ຊາຍ ທຸກຄົນສາມາດບັນລຸໄດ້ຕາມເປົ້າໝາຍທີ່ຕົນເອງວາງໄວ້.”
ນາງຍັງໄດ້ກ່າວໃຫ້ຟັງຕື່ມອີກວ່າ ໃນຖານະທີ່ນາງເປັນອາເມຣິກັນເຊື້ອສາຍລາວລຸ້ນທີສອງ ນາງຢາກເຮັດໃຫ້ຄົນລຸ້ນໃໝ່ເຂົ້າໃຈວ່າ ການວາງເປົ້າໝາຍຂອງຕົນເອງໄວ້ລ່ວງໜ້າ ແມ່ນສໍາຄັນທີ່ສຸດ ເພາະມັນຈະເປັນການຊຸກຍູ້ ແລະ ເປັນແຮງຜັກດັນໃຫ້ຕົນຮູ້ເປົ້າໝາຍແຕ່ເລີ້ມຕົ້ນ, ທີ່ສໍາຄັນ ການສຶກສາຄືສິ່ງທີ່ດີທີ່ສຸດ, ແລະນາງຍັງກ່າວອີກວ່າ ຈົ່ງຢ່າຢ້ານທີ່ຈະລົ້ມແຫຼ້ວ, ຖ້າລົ້ມ ແລ້ວກໍລຸກຂຶ້ນມາຍ່າງໃໝ່ອີກຄັ້ງ ເຖິງແມ່ນຈະລົ້ມແລ້ວລົ້ມອີກກໍຕາມ.
ນອກຈາກຄວາມສໍາເລັດໃນການສຶກສາຂອງນາງຈະເປັນແບບຢ່າງໃຫ້ເຫັນເຖິງຄວາມສໍາຄັນຂອງການສຶກສາ ແລະເປົ້າໝາຍຂອງຕົນເອງແລ້ວ, ສິ່ງນຶ່ງອີກທີ່ພວກເຮົາສັງເກດເຫັນໄດ້ະກໍຄື ນາງຍັງເປັນແບບຢ່າງຂອງແມ່ຍິງ ທີ່ມີຄວາມສາ ມາດຮອບດ້ານອີກດ້ວຍ.