ຈໍານວນຜູ້ຈົມນໍ້າຕາຍ ຍ້ອນເຮືອບັ໋ກຫລົ້ມ ທີ່ຕັນຊາເນຍ ເພິ່ມຂຶ້ນເປັນ 192 ຄົນ

  • ທອງປານ ເທບວົງສາ

ຜູ້ໂດຍສານບາດເຈັບສາຫັດຄົນນຶ່ງ ໃນເຫດເຮືອບັ໋ກຫລົ້ມ ເມື່ອວັນທີ່ 10 ກັນຍາ ຖືກນໍາສົ່ງໂຮງໝໍທີ່ ເມືອງ Nungwi ເກາະ Zanzibar ປະເທດຕັນຊາເນຍ.

ພວກເຈົ້າໜ້າທີ່ຕັນຊາເນຍກ່າວວ່າ ມີຜູ້ໂດຍສານຢ່າງໜ້ອຍຈົມນໍ້າຕາຍ 192 ຄົນ ເວລາ ເຮືອບັ໋ກທີ່ບັນທຸກຄົນໂດຍສານແໜ້ນເກີນໄປ ຫລົ້ມ​ລົງ ເມື່ອວັນເສົາວານນີ້ ຢູ່​ໃກ້ເກາະ Zanzibar ນອກຝັ່ງຕັນຊາເນຍນັ້ນ.

ລາຍງານຫລາຍກະແສຈາກເກາະ Zanzibar ເວົ້າວ່າ ເຮືອບັ໋ກ MV Spice Islander ແມ່ນບັນທຸກເກີນກໍາໜົດ ຫລາຍ​ກ່ວາທີ່ໄດ້ຄິດໄວ້ກ່ອນ ໜ້ານັ້ນອີກ ຄືມີຜູ້ໂດຍສານປະມານ 800 ຄົນ. ຜູ້ໂດຍສານທີ່ລອດມາ​ໄດ້ ບາງຄົນກ່າວວ່າ ເຮືອບັ໋ກລໍາດັ່ງກ່າວເລິ່ມງ່ຽງທັນທີ ຫລັງຈາກແລ່ນອອກ ຈາກທ່າ​ໄປ.

ຕໍາຫລວດເກາະ Zanzibar ກ່າວວ່າ ມີຜູ້ໂດຍສານທີ່ຮູ້ວ່າລອດຊີວິດພຽງ ປະມານ 600 ກວ່າຄົນ ຈາກໄພພິບັດດັ່ງກ່າວ. ຜູ້ໂດຍສານຈໍານວນ​ນຶ່ງ ບາດເຈັບສາຫັດ.

ຝູງຊົນຈໍານວນຫລວງຫລາຍໄດ້ເຕົ້າໂຮມກັນຢູ່ບ່ອນທີ່​ທາງ​ການນໍາສົບມາໄວ້ນັ້ນ ໂດຍຫວັງ ວ່າຈະໄດ້ຍິນຂ່າວກ່ຽວກັບໝູ່ເພື່ອນຫລືຍາດພີ່ນ້ອງທີ່ຢູ່ ເທິງເຮືອລໍາດັ່ງກ່າວ ເວລາເກີດເຫດ.

ເຮືອບັ໋ກໄດ້ຈົມນໍ້າໃນຕອນເຊົ້າຂອງວັນເສົາວານນີ້ ໃນລະຫວ່າງການເດີນທາງອ້ອມເກາະ ສາມເກາະ ທີ່ປະກອບເປັນໝູ່ເກາະ Zanzibar ຂອງຕັນຊາເນຍນັ້ນ.

ພວກໜ່ວຍກູ້ໄພແລະກໍ່າປັ່ນທີ່ປະຈໍາຢູ່ໃນຂົງດັ່ງກ່າວ ຍັງ​ສືບ​ຕໍ່ທໍາ​ການຊອກຫາຢູ່​ໃນ​ບໍລິ​ເວນ ທີ່ເຮືອບັ໋ກຈົມນໍ້ານັ້ນ.