ການເຈລະຈາເພື່ອຜ່ອນຄາຍຄວາມເຄັ່ງຕຶງດ້ານການເມືອງແລະການເສດະກິດຂອງ
ເວເນຊູເອລາ ມີກຳນົດທີ່ຈະໄຂຂຶ້ນອີກ ໃນວັນພະຫັດມື້ນີ້ ແມ່ນແຕ່ເລື່ອງການຂາດແຄນ
ອາຫານການລັກຂະໂມຍນ້ຳມັນ ແລະທາງປະທານາທິບໍດີ ແລະລັດຖະສະພາ
ຊອກຫາທາງໃຫ້ມີການເຂົ້າຮອດເຂົ້າເຖິງ ໃນການຊ່ອຍເຫຼືອດ້ານມະນຸດສະທຳນັ້ນ.
“ພວກເຮົາແມ່ນ ຕົກຢູ່ໃນສະຖານະທີ່ຈະເກີດການລະເບີດທາງສັງຄຍຍົມ,” ທ່ານ
ຮໍເຮ ມີລລັນ ສະມາຊິກສະພາ ພັກຝ່າຍຄ້ານ ໃນລັດຖະສະພາ ໄດ້ໂຕ້ຖຽງໃນວັນອັງຄານ
ຜ່ານມານີ້ວ່າ “ການບັນເທົາ” ຕໍ່ວິກິດການທີ່ໄດ້ເລີ່ມຂຶ້ນເມື່ອ 4 ເດືອນກ່ອນ ທີ່ໄດ້ມີການ
ປະທ້ວງ ເກືອບວ່າໃນທຸກມື້ໃນປີກາຍນີ້. ສະພາແຫ່ງຊາດໄດ້ຕົກລົງທີ່ຈະກົດດັນໃຫ້
ລັດຖະບານຂອງປະທານາທິບໍດີນິໂກລັສ ມາດູໂຣ ອະນຸຍາດນາໆຊາດ ຈັດສົ່ງອາຫານ
ແລະຢາປົວພະຍາດ ຕ່າງໆໄປຊ່ອຍ ເພື່ອຊ່ອຍບັນເທົາຄວາມທຸກທໍລະມານ ຂອງປະຊາ
ຊົນ 30 ລ້ານຄົນໃນປະເທດດັ່ງກ່າວ.
ພວກພະນັກງານ ກຳລັງສ້ອມແປງຮົ້ວຂອງຊູບເປີມາກເກັດທີ່ປຸຍເອຣ໌ໂຕ ອໍດາຊ (Puerto Ordaz), ເວເນຊູເອລາ, 9 ມັງກອນ 2018.
ທ່ານມາດູໂຮ ໄດ້ປະນາມ ການເຄື່ອນໄຫວຂອງລັດຖະສະພາ ວ່າເປັນຄວາມພະຍາຍາມ
ຍຸຍົງໃຫ້ນາໆຊາດເຂົ້າມາແຊກແຊງ.
“ມັນແມ່ນພວກຄົນດຽວກັນ ທີ່ຢາກທຳລາຍປະເທດຊາດ, ບໍ່ຢາກໃຫ້ປະເທດນີ້ຈະເລີນ
ຮຸ່ງເຮຶອງ,” ທ່ານໄດ້ກ່າວໄວ້ ແລະກ່າວຕໍ່ໄວ່າ “ຂ້າພະເຈົ້າຮຽກຮ້ອງໃຫ້ ຊາວເວເນຊູເອ
ລາ ໃຫ້ຕໍ່ຕ້ານຕໍ່ລັດຖະສະພາ.”
ໃນຕົ້ນສັບປະດານີ້ ຜູ້ຄົນໄດ້ບຸກເຂົ້າໄປລັກເອົາເຄື່ອງຂອງຈົນໝົດກ້ຽງ ຢູ່ໃນຮ້ານຄ້າ 5
ແຫ່ງ ໃນເມືອງກຸຍດາດ ກຸຍຢານາ ເມືອງທາງພາກໃຕ້ຂອງປະເທດ ຊຶ່ງອົງການຂ່າວ
ຣອຍເຕີ ໄດ້ລາຍງານ ໃນວັນອັງຜ່ານມານີ້.
ເພື່ອແກ້ໄຂສະພາບການໃນເວເນຊູເອລານັ້ນ, ບັນດາສະມາຊິກຂອງລັດຖະບານມາດູໂຣ ແລະແນວໂຮມຝ່າຍຄ້ານ ຄະນະກຳມະການສາມັກຄີເດໂມແຄຣັດ ຫຼື (MUD) ວາງແຜນ
ທີ່ຈະພົບປະກັນ ໃນສາທາລະນະລັດ ໂດມິນິກັນ ເປັນເວລາ 2 ມື້ ໃນການກັບຄືນມາ
ເຈລະຈາກັນນັ້ນ. ໃນວັນສຸກ ມື້ອື່ນນີ້ ຄະນະສັງເກດການນາໆຊາດ ຈະເຂົ້າຮ່ວມ ນຳ ທ່ານ
ດານີໂລ ເມີດີນາ ປະທານາທິບໍດີສາທາລະນະລັດ ໂດມິນິກັນ ພ້ອມທັງເຈົ້າໜ້າທີ່ຈາກ
ໂບລີເວຍເມັກຊິໂກ ແລະນີກາຣາກົວ ນຳ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ພວກປະທ້ວງ ໂຮມຊຸມນຸມຖືປ້າຍຂອງລາຍຊື່ພວກທີ່ຖືກຂ້າ ໃນການປະທ້ວງທີ່ຮຸນແຮງ, ທີ່ຮວມຕົວກັນໃນສວນກາຣາກາສ, 30 າະງຫາ 2017.