ການເຈລະຈາ ກ່ຽວກັບຂອບການຢຸດຍິງໃໝ່ຢູ່ເຂດ ກາຊາ ຄາດວ່າຈະດຳເນີນຄືນໃໝ່ໃນວັນອັງຄານມື້ນີ້, ໃນຂະນະທີ່ ອິສຣາແອລ ກ່າວວ່າ ກອງກຳລັງຂອງຕົນໄດ້ສັງຫານພວກຫົວຮຸນແຮງຫຼາຍສິບຄົນ ຢູ່ທາງພາກກາງ ແລະ ພາກໃຕ້ຂອງເຂດ ກາຊາ.
ການເຈລະຈາ ໃນນະຄອນໄຄໂຣ ໄດ້ຖືກກຳນົດໃຫ້ລວມມີເຈົ້າໜ້າ ທີ່ອະວຸໂສຈາກ ສະຫະລັດ, ອີຈິບ, ອິສຣາແອລ ແລະກາຕາ ຫລັງຈາກການເຈຣະຈາ ທີ່ຄ້າຍຄືກັນ ໃນເດືອນແລ້ວນີ້ ທີ່ນຳໄປສູ່ ການສະເໜີໃຫ້ຢຸດຕິການສູ້ລົບຊົ່ວຄາວ ເຊິ່ງຈະມາພ້ອມກັບ ການປ່ອຍຕົວປະກັນ ທີ່ກຸ່ມຫົວຮຸນແຮງ ຮາມາສ ຈັບໄວ້ ຢູ່ໃນເຂດກາຊາ.
ກຸ່ມຮາມາສເອງ ໄດ້ຍື່ນຂໍ້ສະເໜີຕອບໂຕ້, ເຊິ່ງອິສຣາແອລປະຕິເສດ. ແຕ່ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ໄດ້ກ່າວວ່າ ເຖິງແມ່ນວ່າຈະມີ “ຜູ້ທີ່ບໍ່ເຂົ້າຮ່ວມ” ບາງຄົນໃນແຜນການຂອງ ກຸ່ມຮາມາສ, ແຕ່ກໍຍັງມີຊ່ອງວ່າງ ໃຫ້ສາມາດເຈລະຈາຕໍ່ໄປໄດ້.
ກຸ່ມ ຮາມາສ ຊຶ່ງເປັນກຸ່ມກໍ່ການຮ້າຍທີ່ກຳນົດໂດຍສະຫະລັດ ໄດ້ຖືກເຊື່ອວ່າຍັງຄົງຈັບຕົວປະກັນປະມານໄວ້ປະມານ 100 ຄົນ, ຫລັງຈາກ 100 ຄົນ ໄດ້ຖືກປ່ອຍຕົວໃນລະຫວ່າງການຢຸດຍິງເປັນເວລານຶ່ງອາທິດໃນເດືອນພະຈິກ. ກອງ ທັບອິສຣາແອລ ກ່າວວ່າມີ 31 ຄົນໄດ້ເສຍຊີວິດ ຫລືໄດ້ຖືກຂ້າຕາຍ ໃນລະ ຫວ່າງການຖືກກັງຄັງຂອງພວກເຂົາ.
ການຊຸກຍູ້ໃຫ້ມີການຢຸດຍິງຄັ້ງໃໝ່ ມີຂຶ້ນທ່າມກາງຄວາມວິຕົກກັງວົນຂອງສາກົນ ກ່ຽວກັບພົນລະເຮືອນຊາວປາແລັສໄຕນ໌ຢູ່ໃນເຂດກາຊາ, ໂດຍສະເພາະຢູ່ໃນເມືອງຣາຟາ (Rafah), ຊຶ່ງຢູ່ໃກ້ກັບຊາຍແດນອີຈິບ.
ໃນປັດຈຸບັນນີ້, ຫຼາຍກວ່າເຄິ່ງນຶ່ງຂອງປະຊາກອນຂອງເຂດກາຊາ ແມ່ນຢູ່ໃນເມືອງ ຣາຟາ (Rafah), ໂດຍມີຫຼາຍຄົນໄດ້ໄປຢູ່ບ່ອນນັ້ນ ເພື່ອຫລົບຫນີຈາກສົງຄາມໄລຍິ 4 ເດືອນ ແລະຢູ່ພາຍໃຕ້ການຊີ້ນຳ ຂອງຄໍາສັ່ງອົບພະຍົບ ຊ້ໍາແລ້ວຊ້ໍາອີກ ຈາກກອງທັບອິສຣາແອລ. ການເຄື່ອນຍ້າຍຂອງມວນຊົນໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍ ຕ້ອງອາໄສຢູ່ໃນສູນພັກອາໄສ ຫຼື ໃນເຕັ້ນ ຂອງສະຫະປະຊາຊາດ ທີ່ແອອັດ, ໂດຍອົງການສະຫະປະຊາຊາດ ແລະອົງການຊ່ວຍເຫລືອຕ່າງໆ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບຄວາມພ້ອມ ຂອງອາຫານ, ນ້ຳ ແລະການປິ່ນປົວທາງການແພດ.
ການໂຈມຕີທາງອາກາດຂອງອິສຣາແອລໃນຊ່ວງຕອນເຊົ້າວັນຈັນ ເຊິ່ງໄດ້ສັງ ຫານຢ່າງນ້ອຍ 67 ຄົນໃນເມືອງຣາຟາ ໄດ້ເຮັດໃຫ້ມີການເຕືອນໄພເພີ້ມຂຶ້ນ ກ່ຽວກັບການປະຕິບັດການທາງພາກພື້ນຂອງອິສຣາແອລ ທີ່ອາດເກີດຂຶ້ນໃນເມືອງ ຣາຟາ.