ການເຈລະຈາ ລະຫວ່າງ ກຣິສ ແລະ IMF ພັງທະລາຍລົງ

ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ນະຄອນ Brussels, ວັນທີ 12 ກຸມພາ 2015.

ກຣິສ ​ເຄື່ອນໄຫວອີກບາດກ້າວນຶ່ງທີ່ເປັນອັນຕະລາຍ​ ໄປສູ່
ການຜິດສັນຍາ ​ໃນ​ວັນ​ອາທິດ​ວານ​ນີ້ ​ເມື່ອ​ການ​ເຈລະຈາ​
ກ່ຽວກັບການ​ປະຕິ​ຮູບ​ເສດ ຖະກິດ ກັບ​ບັນດາ​ຜູ້​ໃຫ້ເງິນ​ກູ້​ຢືມ​
ສາກົນ ໃນ​ນະຄອນ Brussels ​ໄດ້​ພັງທະລາຍລົງ.

ລາຍ​ງານ​ກ່າວ​ວ່າ ການ​ເຈລະຈາ ລະຫວ່າງ​ກຣິສ ​ແລະ ອົງການ
ກອງ​ທຶນ​ສາກົນ ຫຼື IMF ຢຸດຕິລົງ ພາຍ​ໃນ​ເວລາ​ບໍ່ຮອດ​ນຶ່ງ​ຊົ່ວ​ໂມງ
​ໂດຍ​ທີ່ທັງ​ສອງ​ຝ່າຍ​ຕ່າງກໍຖິ້ມ​ໂທດ​ໃສ່​ກັນ​ແລະ​ກັນ.

ບັນດາ​ລັດຖະມົນຕີ​ການ​ເງິນ ຢູ​ໂຣບ ມີແຜນ​ທີ່​ຈະປະຊຸມກັນ ​
ໃນ​ວັນ​ພະຫັດ​ທີ່​ຈະ​ມາ​ເຖິງ​ນີ້ ​ເພື່ອ​ປຶກສາ​ຫາ​ລື ກ່ຽວກັບວ່າ
ມັນເປັນ​ໄປ​ໄດ້ຫຼື ບໍ່ທີ່ຈະໃຫ້ກຣິສ ​ຢູ່​ໃນ​ເຂດ​ທີ່ໃຊ້ສະກຸນ​ເງິນຢູ​ໂຣຕໍ່ໄປ ທີ່ມີສະມາຊິກທັງ ໝົດ19 ປະ​ເທດນັ້ນ.

​ກຣິສ ມີ​ເວ​ລາ​ເຖິງ​ທ້າຍ​ເດືອນນີ້ ​ເພື່ອ​ຫາ​ທາງ​ຊຳລະໜີ້ ​ໃຫ້​ແກ່​ບັນດາ​ຜູ້​ໃຫ້ເງິນ​ກູ້​ຢືມ​.
ກຣິສ​ຕ້ອງ​ການຢືມເງິນງວດ​ຕໍ່​ໄປ 270 ຕື້​ດອນ​ລາ ຈາກ ອົງການ IMF ​ແລະ​ທະນາຄານ​
ກາງ​ຢູ​ໂຣບ.

ບັນດາ​ທະນາຄານ ຮຽກຮ້ອງໃຫ້​ກຣິສທຳການ​ປະຕິ​ຮູບ ເສດຖະກິດ​ເພີ້​ມ​ເຕີມ​ອີກ ລວມທັງ
​ການ​ຕັດ​ເງິນ ​ເບ້ຍ​ບຳນານລົງ​ຕື່ມ​ ​ແລະເພີ້ມການເກັບພາສີຂຶ້ນ.

ລັດຖະບານ​ກຣິສກ່າວ​ວ່າ ຕົນ​ໄດ້ເສຍ​ສະ​ລະ​ພຽງພໍ​ແລ້ວ ​ໂດຍ​ກ່າວ​ອີກ​ວ່າ ມາດຕະຖານ
ການ​ເປັນ​ຢູ່​ຂອງ​ຊາວ​ກຣິສ ​ແມ່ນ​ໄດ້​ທົດ​ຖອ​ຍລົງ ໃນ ຂະນະທີ່ອັດຕາຄົນຫ​ວ່າງງາ​ນໄດ້
​ເພີ້​ມສູງ​ຂຶ້ນ.

​ເຈົ້າໜ້າ​ທີ່​ການ​ເ​ງິນຂອງ​ຢູ​ໂຣບ ​ເວົ້າວ່າ ຂໍ້​ສະ​ເໜີ​ຕ່າງໆ ກ່ຽວກັບການ​ປະຕິ​ຮູບເສດຖະກິດ
​ຂອງ​ກຣິສນັ້ນ ​ແມ່ນ​ບໍ່​ຄົບຖ້ວນສົມ​ບູນ ແລະ ​ເວົ້າວ່າ ​ພວກ​ເຮົາ​ເລີ້ມ​ໝົດ​ຄວາມ​ອົດທົນ​ກັບ
Athen ​ແລ້ວ.

​ເຈົ້າໜ້າ​ທີ່​ເຢຍຣະມັນ​ຄົນ​ນຶ່ງ​ກ່າວ​ ໃນ​ວັນ​ອາທິດ​ວານນີ້ ວ່າ ອັນທີ່ເອີ້ນ ວ່າ ການ​ເຈລະຈາ
ໃນນາທີ​ສຸດ​ທ້າຍ ​ເພື່ອໃຫ້​ບັນ​ລຸ​ຂໍ້​ຕົກລົງ​ກັບກຣິສ​ນັ້ນ ແມ່ນ “​ເປັນຕາຢາກຫົວ.”