ຜູ້ນຳທາລີບານ ຄົນໃໝ່ ກ່າວວ່າ ການຕໍ່ສູ້ສັກສິດ ຈະບໍ່ຢຸດຢັ້ງ

ນາຍ Mullah Akhtar Mohammad Mansour, ຜູ້ນຳທາລີບານ ຄົນໃໝ່ ໃນຮູບພາບທີ່ບໍ່ລະບຸວັນເວລາ ເຜີຍແຜ່ໂດຍ ກຸ່ມທາລີບານ.

ຜູ້ນຳ​ຄົນ​ໃໝ່​ຂອງ​ກຸ່ມ​ທາ​ລີ​ບານ ນາຍ Mullah Akhtar Mansoor
ຊຸກ​ຍູ້ບັນດາ​ສະມາຊິກ​ຂອງ​ຕົນ ​ໃຫ້ສາມັກຄີ​ກັນ ​ແລະ ຕໍ່ສູ້​ຕໍ່​ໄປ ​
ເພື່ອ​ຫັນປ່ຽນ​ອັຟກາ​ນິສຖານ​ໃຫ້​ກາຍ​ເປັນ ລັດ​ອິສລາມລ້ວນ.

ນາຍ Mansoor ​ກ່າວ​ຖະ​ແຫລ​ງຂໍ້ຄວາມ ໃນສຽງບັນທຶກທີ່​ໄດ້
​ເປີດເຜີຍ​ ໂດຍ​ກຸ່ມ​ທາ​ລີ​ບານ​ເມື່ອ​ວັນ​ເສົາ​ວານ​ນີ້ ວ່າ “ພວກ​ເຮົາ​
ຄວນ​ຮັກສາ​ຄວາມ​ສາມັກຄີ​ກັນ​ໄວ້ ພວກ​ເຮົາ​ຕ້ອງ​ເຕົ້າ​ໂຮມ​
ເຂົ້າກັນ. ສັດ​ຕູ​ຂອງ​ພວກ​ເຮົາ ຈະ​ດີ​ອົກ​ອີ​ໃຈ​ ຄັນ​ພວກ​ເຮົາ​
ແຕ​ກ​ແຍກ​ກັນ. ​ເປົ້າໝາຍ​ຂອງ​ພວກ​ເຮົາ ​ແລະ ຄຳ​ຂວັນ ​
ແມ່ນ​ເພື່ອ​ສ້າງຕັ້ງກົດໝາຍ ອິສລາມ ​ແລະ ລະ​ບົບອິສລາມ ​ແລະ ການ​ຕໍ່ສູ້​ສັກສິດ​ຂອງ​ພວກ​ເຮົາ ຈະ​ສື​ບຕໍ່​ໄປ ຈົນ​ກວ່າ​ສິ່ງ​ດັ່ງກ່າວ​ນັ້ນ ສຳ​ເລັດ.”

ໃນປ້າຍໂຄສະນາ ຕ້ອງການໂຕ ທີ່ມີຮູບພາບທີ່ບໍ່ລະບຸວັນເວລາ ເປີດເຜົຍໂດຍ ອົງການສັນຕິບານກາງ ສະຫະລັດ ຫຼື FBI ຂອງນາຍ Mullah Omar.

ນາຍ Mansoor ບໍ່​ກ່າວ​ຢ່າງ​ຈະ​ແຈ້ງວ່າ ຕົນ​ສະໜັບ​ສະ​ໜູນ ການ​ເຈລະ​ຈາ​ສັນຕິພາບ
ກັບ​ອັຟກາ​ນິສຖານຫຼືບໍ່ ​ໃນ​ການ​ແນ​ໃສ່​ເພື່ອ​ຍຸດຕິ ຄວາມ​ຮຸນ​ແຮງ​ທີ່​ຍາວ​ນານ​ມາເປັນ​
ເວລາ 14 ປີນັ້ນ. ຜູ້ກ່ຽວ​ກ່າວ​ວ່າ ທຸກໆ​ການ​ຕັດສິນ​ໃຈ ຕ້ອງ​ອີງ​ຕາມ​ພື້ນຖານ​ຂອງ​
ກົດໝາຍ​ອິສລາມ​ຢ່າງ​ເຄັ່ງຄັດ ລວມທັງ ການ​ເລືອກ​ທີ່​ຈະ​ຕໍ່ສູ້​ຕໍ່​ໄປ ຫຼື ຈະ​ເຂົ້າຮ່ວມ​ເຈລະຈາ.

ນາຍ Mansoor ​ໄດ້​ເປັນ​ຜູ້ນຳ​ແທນ ນາຍ Mullah Mohammed Omar ຜູ້​ກໍ່ຕັ້ງກຸ່ມ​
ທາ​ລີ​ບານ. ກຸ່ມ​ດັ່ງກ່າວ ​ໄດ້​ຢັ້ງຢືນ​ວ່າ ຜູ້ນຳ​ຕາ​ດຽວ​ທີ່​ຮູ້ຈັກ​ກັນ​ດີ ​ແມ່ນ​ເສຍ​ຊີວິດ​ແລ້ວ ​
ແຕ່​ບໍ່​ໄດ້​ກ່າວ​ວ່າ ຜູ້ກ່ຽວ​ເສຍ​ຊີວິດ ​ເວລາ​ໃດ.

ເຈົ້າຂອງຮ້ານຄ້າ ຊາວອັຟການິສຖານ ຄົນໜຶ່ງ ສະແດງໃຫ້ເຫັນ ເຖິງປະຕິທິນ ທີ່ມີພາບຂອງບັນດາຜູ້ນຳ ທາລີບານ ລວມທັງ Mullah Mohammad Omar ຢູ່ທີ່ເມືອງ Kandarhar ທາງທິດໃຕ້ຂອງນະຄອນຫຼວງ ກາບູລ ປະເທດອັຟການິສຖານ, ວັນທີ 30 ກໍລະກົດ 2015.

ສະມາຊິກ​ທາ​ລີ​ບານ​ບາງ​ຄົນ ກ່າວ​ວ່າ ພັກ​ພວກ​ຂອງ​ນາຍ Mansoor ໃນ​ປາ​ກິ​ສຖານ
ໄດ້ເລືອກ​ເອົາລາວ ​ໃຫ້​ເປັນ​ຜູ້​ດຳລົງ​ຕຳ​ແໜ່​ງຕໍ່​ຈາກ​ນາຍ Mullah Omar ປາດ​ສະ​ຈາກ​
ການ​ປຶກສາ​ຫາລື​ກັບ​ບັນດາ​ຜູ້​ບັງຄັບ​ບັນຊາ​ທັງ​ໝົດ.

ນາຍ Mansoor ອ້າງ​ວ່າ Mullah Omar ​ມອບ​ໝາຍຄວາມ​ຮັບຜິດຊອບໃນ​ການ​ນຳພາ
ທັງ​ໝົດໃຫ້ກັບ​ຕົນ ​ໃນ​ຂະນະ​ທີ່ ນາຍ Mullah Omar ຍັງ​ມີ​ຊີວິດ​ຢູ່​ນັ້ນ ​ແລະ ລາວ​ພຽງ​ແຕ່​
ສືບຕໍ່​ພາລະກິດ ພາຍ​ໃຕ້​ການ​ບັນຊາ​ຂອງ​ນາຍ Mullah Omar ​ເທົ່າ​ນັ້ນ.