ກຸ່ມຕາລີບັນ ແນເປົ້າໝາຍ ໃສ່ລົດສະຖານທູດ ເທີກີ ທີ່ຄາບູລ

ເຈົ້າໜ້າທີ່ຮັກສາຄວາມປອດໄພ ເທີກີ ແລະອັຟການິສຖານ ສຳຫລວດເບິ່ງລົດ ທີ່ໄດ້ຮັບຄວາມເສຍຫາຍຈາກການວາງລະເບີດ ສະລະຊີບ ທີ່ຄາບູລ ອັຟການິສຖານ ວັນທີ 26 ກຸມພາ 2015.

ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຕາ​ລີ​ບັນ​ຄົນ​ນຶ່ງ ຂັບ​ລົດ​ທີ່ບັນຈຸ​ວັດຖຸ​
ລະ​ເບີດຂອງ​ຜູ້ກ່ຽວ​ ແລ່ນ​ຕຳ​ຂະບວນລົດ​ຂອງ​ສະຖານທູ​ດ
​ເທີ​ກີ ໃນ​ນະຄອນຫຼວງຂອງ​ອັຟກາ​ນິສຖານ​ໃນ​ເຊົ້າ​ວັນ​ພະຫັດ
​ມື້​ນີ້ ເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 2 ຄົນ​ເສຍ​ຊີວິດ.

​ໂຄສົກ​ຕຳຫຼວດ​ທີ່​ນະຄອນຫຼວງ​ຄາ​ບູລ ກ່າວ​ຕໍ່​ວີ​ໂອ​ເອ ວ່າ ຄົນ
ເທີ​ກີ​ຄົນນຶ່ງ​ແມ່ນ​ຮວມຢູ່​ໃນ​ພວກ​ທີ່​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​
ຄັ້ງ​ນີ້ ທີ່​ໄດ້​ເກີດ​ຂຶ້ນ​ຢູ່ນອກ​ສະຖານທູດຂອງ​ເທີ​ກີ​ ໃນ​ໃຈກາງ​
ນະຄອນຫຼວງຄາ​ບູລ ບໍ່ໄກ​ຈາກ​ທຳນຽບປະທານາທິບໍດີ​ຂອງ​
ອັຟກາ​ນິສຖານ.

ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ອັຟກາ​ນິສຖານ ທ່ານ Ayub Salangi ກ່າວ​ຕໍ່​ບັນ
ດາ​ນັກ​ຂ່າວ​ຢູ່ສະຖານ​ທີ່​ເກີດ​ເຫດ​ວ່າ “​ເປົ້າ​ໝາຍຂອງ​ການ​ໂຈມ​ຕີ​ແມ່ນ​ແນ​ໃສ່​ລົດ​
ຂອງ​ສະຖານທູດ​ເທີ​ກີ​.”

ກອງທັບ​ເທີ​ກີ ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ ​ໄດ້​ແນ​ໃສ່​ລົດ​ຄັນ​ນຶ່ງ​ທີ່​ບັນທຸກ​ທີ​ມຮັກ​ສາ​ຄວາມ​ປອດ​ໄພ​ໃຫ້​ແກ່​ທູດ​ເທີ​ກີ ທ່ານ Ismail Aramaz ນັ້ນ.

ກຸ່ມ​ຕາ​ລີ​ບັນ ​ໄດ້​ອ້າ​ງ​ເອົາ​ຄວາມ​ຮັບຜິດຊອບ​ຢ່າງ​ໄວ ​ແຕ່​ກ່າວ​ວ່າ ຕົນໄດ້​ແນ​ເປົ້າ​ໃສ່​ລົດ​ຄຸ້ມກັນ​ທະຫານ​ສະຫະລັດ​ຄັນ​ນຶ່ງ.

ຖະ​ແຫຼ​ງການ​ຂອງ​ກຸ່ມ​ຕາ​ລີ​ບັນ ກ່າວ​ວ່າ “​ເປົ້າ​ໝາຍຂອງ​ການ​ໂຈມ​ຕີ​ໃນມື້​ນີ້​ທີ່ຄາ​ບູລ ​ແມ່ນຂະບວນ​ລົດ​ຄຸ້ມ​ກັນ​ທະຫານ​ສະຫະລັດ​ ສະຖານທູດ ຫຼື​ຄົນ​ຊາດ​ອື່ນໆ​ບໍ່​ໄດ້​ແມ່ນ​ເປົ້າ​ໝາຍ.”

ລາຍງານຂ່າວ​ໂທລະພາບ​ສະ​ແດງ​ໃຫ້​ເຫັນ​ລົດ​ຫຸ້ມເກາະ 2 ຄັນ ທີ່​ໃສ່​ປ້າຍ​ນັກ​ການ​ທູດ​ເທີ​ກີ ​ແລະ​ຄົນ​ນຶ່ງ​ທີ່​ໄດ້​ຮັບ​ບາດ​ເຈັບ​ກຳລັງ​ຫາມ​ອອກ​ຈາກ​ລົດຄັນ​ນຶ່ງ.

ອັນ​ນີ້​ນັບ​ວ່າ​ເປັນ​ການ​ໂຈມ​ຕີ​ຂອງ​ພວກ​ກະບົດເທື່ອ​ທຳ​ອິດ​ທີ່​ຮູ້ຈັກ​ກັນ ທີ່​ໄດ້ແນ​ເປົ້າ​ໝາຍ​ໃສ່ເທີ​ກີ​ ໃນ​ນະຄອນຫຼວງ​ຄາ​ບູລ ​ແລະ​ເປັນ​ເທື່ອ​ທີສອງ​ທີ່ຂະບວນ​ລົດ​ຄຸ້ມ​ກັນ​ຂອງ​ໜ່ວຍ​ປະກອບ​ພາລະກິດ​ທາງ​ການ​ທູດ​ຖືກ​ໂຈມຕີ ​ໂດຍ​ພວກຫົວ​ຮຸນ​ແຮງຕາ​ລີ​ບັນ ​ໃນ​ຫວ່າງ​ບໍ່​ເທົ່າໃດ​ເດືອນ​ຜ່ານ​ມາ​ນີ້.​ ໃນ​ເດືອນ​ພະຈິກ​ກາຍ​ນີ້ ລົດ​ຂອງ​ສະຖານທູດ​ອັງກິດ​ຄັນ​ນຶ່ງກໍ​ໄດ້
​ຖືກ​ໂຈມ​ຕີ​ໂດຍ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບ.

Your browser doesn’t support HTML5

afghanviolence26february15