ມື​ລະ​ເບີດ ສະ​ຫຼະຊີບ ຂອງ​ກຸ່ມ​ຕາ​ລີ​ບານ ນຳ​ໜ້າ​ໃນ​ການ​ໂຈມ​ຕີ ກອງ​ບັນ​ຊາ​ການ​ຕຳຫຼວດ

ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ​ຄົນ​ນຶ່ງ ຢືນ​ຢູ່​ປ້ອມ​ຍາມ ທີ່ Pul-e- Khumri ບ່ອນ​ທີ່​ນັກ​ລົບ​ສະ​ຫຼະ​ຊີບ​ຄົນ​ນຶ່ງ ຂີ່​ລົດ​ຮຳ​ວີ ລະ​ເບີດ​ຕົນ​ເອ​ງ​ຕາຍ.

ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ​ຄົນ​ນຶ່ງ ຢືນ​ຢູ່​ປ້ອມ​ຍາມ ທີ່ Pul-e- Khumri ບ່ອນ​ທີ່​ນັກ​ລົບ​ສະ​ຫຼະ​ຊີບ​ຄົນ​ນຶ່ງ ຂີ່​ລົດ​ຮຳ​ວີ ລະ​ເບີດ​ຕົນ​ເອ​ງ​ຕາຍ.

ນັກ​ລົບ​ຕາ​ລິ​ບານ​ຄົນ​ນຶ່ງທີ່ຂັບ​ລົດ​ ຮຳ​ວີ ​ເຕັ​ມ​ໄປ​ດ້ວຍ​ລະ​ເບີດ ໄດ້​ລະ​ເບີດ​ລົດ​ຕົນ​ເອງ
ຢູ່ນອກ​ກອງ​ບັນ​ຊ​າ​ການ​ຕຳ​ຫຼວດໃນເມືອງ ພູ​ລ-ອີ-ກຸມ​ຣີ ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ
ອັ​ຟ​ກາສ​ນິ​ສ​ຖານ ແລະ​ ພວກ​ນັກ​ລົບ​ຄົນອື່ນໆ​ໄດ້​ເປີດ​ສາກ​ຍິງປືນ​ໃສ່​ກຳ​ລັງ​ຮັກ​ສາ​
ຄວາມ​ປອດ​ໄພ​ຢູ່​ທີ່​ນັ້ນ, ພວກ​ຫົວ​ຮຸນ​ແຮງ​ຕາ​ລິ​ບານໄດ້​ກ່າວ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ
ໃນ​ວັນ​ອາ​ທິດ​ມື້​ນີ້.

ໂຄ​ສົກ​ທ້າວ ​ຊາ​ບີ​ຮູ​ລ​ລາ ມູ​ຈາ​ຮີດ ໄດ້ເວົ້າ​ວ່າ “ນັກ​ລົບ​ຕາ​ລິ​ບານ ​ຫຼາຍ​ຄົນປັດ​ຈຸ​ບັນ​ນີ້
​ກຳ​ລັງ​ປະ​ທະ​ກັນ​ກັບ ກອງ​ກຳ​ລັງ​ ອັ​ຟ​ກາ​ນິ​ສ​ຖານ.”

ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ໃນ​ແຂວງ ​ແບກ​ລານ ໄດ້​ຢືນ​ຢັນ​ການ​ລະ​ເບີດ​ ໃນເມືອງ
ຫຼວງ​ຂອງ​ແຂວງ​ດັ່ງ​ກ່າວ.

A Taliban fighter driving a Humvee packed with explosives blew himself up outside a police headquarters in the northern Afghan city of Pul-e-Khumri and other fighters opened fire on security forces there, the Taliban said in a statement on Sunday.

"Several other Taliban fighters are presently clashing with the Afghan forces," spokesman Zabihullah Mujahid said.

Government officials in Baghlan province confirmed the explosion in the provincial capital.