ກຸ່ມຕາລີບານ ກ່າວວ່າ ປາກິສຖານ ຕ້ອງການແກ້ໄຂ ຄວາມເປັນຫ່ວງ ທີ່ກ່ຽວຂ້ອງກັບການກໍ່ການຮ້າຍ

ພວກທະຫານປາຣາຂອງປາກິສຖານ, ຊ້າຍ, ແລະພວກນັກລົບຂອງກຸ່ມຕາລີບານ ກຳລັງຍາມເຂດແດນຂອງໃຜລາວ, ຢູ່ສະຖານທີ່ກວດຄົນ ໃນເຂດຊາຍແດນລະຫວ່າງປາກິສຖານ ແລະອັຟການິສຖານ, ທີ່ຕໍຄາມ (Torkham), ໃນເມືອງໄຄເບີ ຂອງປາກິສຖານ, ວັນທີ 5 ກັນຍາ 2021.

ກຸ່ມຕາລີບານຂອງອັຟການິສຖານ ໄດ້ກ່າວໃນວັນຈັນວານນີ້ ວ່າ ພວກເຂົາໄດ້ປຶກສາຫາລື ກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງສອງຝ່າຍ ກັບປາກິສຖານ ທີ່ລວມມີມາດຕະການຕ່າງໆທີ່ຈຳເປັນຢູ່ຊາຍແດນ ລະຫວ່າງທັງສອງປະເທດ ເພື່ອຢັບຢັ້ງການເຄື່ອນໄຫວຂອງພວກກໍ່ການຮ້າຍ ບໍ່ໃຫ້ເຂົ້າໄປໃນປາກິສຖານ.

ໂຄສົກຂອງກຸ່ມຕາລີບານ ທ້າວຊາບີບູລາ ມູຈາຮີດ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງກາບູລ ວ່າ ຄະນະຜູ້ແທນຈາກອິສລາມາບັດໄດ້ເດີນທາງໄປຢ້ຽມຢາມປະເທດ ໃນທ້າຍອາທິດຜ່ານມາເພື່ອປຶກສາຫາລືກັນ. ທີມງານຂອງປາກິສຖານທີ່ນຳພາໂດຍນາຍພົນ ຟາອິສ ຮາມີດ ຫົວໜ້າອົງການສືບລັບຂອງປະເທດ ທີ່ຮູ້ຈັກໃນຊື່ ໜ່ວຍສືບລັບລະຫວ່າງປະເທດ ຫຼື ISI.

ທ້າວມູຈາຮີດ ໄດ້ກ່າວວ່າ ພວກທີ່ມາຢ້ຽມຢາມໄດ້ສະແດງຄວາມເປັນຫ່ວງກ່ຽວກັບການແຫກຄຸກທີ່ເກີດຂຶ້ນຫຼາຍຄັ້ງ ໃນລະຫວ່າງການເຂົ້າຢຶດອຳນາດໃນອັຟການິສຖານຂອງກຸ່ມຕາລີບານນັ້ນ ແລະການປ່ອຍໂຕພວກນັກໂທດຫຼາຍຮ້ອຍຄົນ ທີ່ມີສ່ວນກ່ຽວຂ້ອງກັບການໂຈມຕີ ຂອງພວກຫົວຮຸນແຮງໃນປາກິສຖານ. ຜູ້ກ່ຽວໄດ້ກ່າວວ່າ ກຸ່ມຕາລີບານໄດ້ຮັບປະກັນຕໍ່ຄະນະຜູ້ແທນວ່າ ບໍ່ມີໃຜຈະອະ ນຸຍາດໃຫ້ນຳໃຊ້ອັຟການິສຖານ ເປັນດິນແດນເພື່ອຕໍ່ຕ້ານປາກິສຖານ.

ທ້າວມູຈາຮີດ ເວົ້າວ່າ “ກຸ່ມດັ່ງກ່າວຍັງໄດ້ປຶກສາຫາລືວ່າ ຄວນຈະມີລະບົບການກວດສອບຫຼືກວດກາ ຢູ່ປະຕູຊາຍແດນ ເພື່ອກວດຄົ້ນຫາບຸກຄົນຜູ້ທີ່ຢາກຈະທຳ ຮ້າຍປາກິສຖານ ໃນດ້ານຂໍມູນຂອງພວກເຂົານັ້ນ ແລະພວກເຮົາບໍ່ຮູ້ກ່ຽວກັບຂໍ້ມູນທັງຫຼາຍ ເພາະວ່າພວກເຮົາກຳລັງຮັບມືກັບສະຖານະການໃໝ່ນີ້ຢູ່ ເມື່ອປະຕູທັງຫຼາຍຂອງຄຸກໄດ້ຖືກເປີດອອກແລ້ວນັ້ນ.”

ທ້າວມູຈາຮີດ ໄດ້ກ່າວວ່າ ຝ່າຍຂອງລາວໄດ້ເນັ້ນໜັກເຖິງຄວາມຈຳເປັນທີ່ຈະບໍ່ໃຊ້ບັນຫານີ້ ມາປິດປະຕູຊາຍແດນທັງຫຼາຍ ເພື່ອກັນພວກເດີນທາງຊາວອັຟການິສຖານ ລວມທັງພວກຄົນປ່ວຍ ຄອບຄົວຂອງພວກອົບພະຍົບ ແລະພວກຄົນງານຫາລາຍໄດ້ປະຈຳວັນ ຜູ້ທີ່ຕ້ອງໄດ້ຂ້າມຊາຍແດນໄປມາເພື່ອຊອກຫາວຽກເຮັດ.

ແຫລ່ງຂ່າວທີ່ເປັນທາງການຢູ່ໃນອິສລາມາບັດ ໄດ້ກ່າວຕໍ່ວີໂອເອ ວ່າ ຫົວໜ້າໜ່ວຍ ISI ໄດ້ເດີນທາງໄປນະຄອນຫຼວງກາບູລ ເພື່ອປຶກສາຫາລືກັບບັນດາຜູ້ຕາງໜ້າຂອງກຸ່ມຕາລີບານ ກ່ຽວກັບເລື້ອງທີ່ພົວພັນກັບການຄຸ້ມຄອງເຂດຊາຍແດນ ແລະ “ເລື້ອງຄວາມໝັ້ນຄົງໂດຍລວມ ເພື່ອຮັບປະກັນວ່າ ພວກປອງຮ້າຍ ແລະອົງການກໍ່ການຮ້າຍທັງຫຼາຍ ຈະບໍ່ສວຍໂອກາດໃນສະຖານະການທີ່ເກີດຂຶ້ນຢູ່ນີ້.” ແຫລ່ງໃຫ້ຂໍ້ມູນ ໄດ້ກ່າວໄປໃນເງື່ອນໄຂທີ່ບໍ່ເປີດເຜີຍຊື່ ເນື່ອງຈາກວ່າ ພວກເຂົາບໍ່ໄດ້ຮັບອະນຸຍາດ ໃຫ້ພົວພັນກັບສື່ມວນຊົນຢ່າງເປີດເຜີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ