ກຸ່ມຕາລິບັນ ກ່າວວ່າ ຕົນ ໄດ້ເລີ້ມການໂຈມຕີລະດູບານໃໝ່ປະຈຳປີ ໃນອັຟການິສຖານຊື່ວ່າ “ພາລະກິດ Omari.”
ໃນຖະແຫຼງການສະບັບນຶ່ງ ທີ່ສົ່ງໄປຍັງບັນດານັກຂ່າວ ໃນວັນອັງຄານມື້ນີ້ ກຸ່ມລັດອິສລາມດັ່ງກ່າວນີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະໂຈມຕີຢ່າງຂະໜານໃຫຍ່ “ຕໍ່ທີ່ໝັ້ນສັດຕູຂອງຕົນ ທຳການສະລະຊີບ ແລະໂຈມຕີດ້ວຍຍຸດທະສາດຕໍ່ພວກສັດຕູຂອງຕົນ ສັງຫານພວກບັນຊາການໃນເຂດສູນກາງເມືອງ.”
ກຸ່ມຕາລິບັນ ກ່າວວ່າ ພາລະກິດດັ່ງກ່າວ ໄດ້ຕັ້ງຂຶ້ນຕາມຊື່ຂອງຜູ້ນຳທີ່ ເສຍຊີວິດຂອງ ຕົນ Mullah Omar ແລະແມ່ນສ່ວນນຶ່ງຂອງ ການປະຕິບັດງານ ໃນໄລຍະເວລາ 15 ປີຂອງ“ກຸ່ມ jihad ຕໍ່ສູ້ກັບການເຂົ້າບຸກລຸກຂອງອາເມຣິກັນ” ແລະຄວາມພະຍາຍາມທີ່ຈະຮື້ຟື້ນກໍ່ສ້າງລະບົບອິສລາມໃນອັຟການິສຖານ ຄືນໃໝ່.
ກຸ່ມຕາລິບັນ ກ່າວວ່າ “ກ່ອນລະດູບານໃໝ່ຈະມາເຖິງ ມັນກໍເປັນໂອກາດອີກຄັ້ງນ່ຶງສຳຫຼັບພວກເຮົາທີ່ຈະປັບປຸງແລະຈັດຕັ້ງຄວາມໝາຍໝັ້ນແລະການປະຕິບັດງານຂອງກຸ່ມ jihad ຂອງພວກເຮົາ.”
ກຸ່ມຕາລິບັນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງໃນປີ 2015 ໂດຍກອງກຳລັງຮັກສາຄວາມປອດໄພໃນລະດູການຕໍ່ສູ້ກັນ ທີ່ໄດ້ສັງຫານເກືອບ 6 ພັນຄົນ ຊຶ່ງຮວມທັງ ພວກທະຫານແລະຕຳຫຼວດ ແລະອີກ 14 ພັນຄົນ ແມ່ນໄດ້ຮັບບາດເຈັບ. ກຸ່ມຫົວຕໍ່ສູ້ເຫຼົ່ານີ້
ຍຶດໄດ້ທີ່ໝັ້ນຫຼາຍກວ່າໃນເວລາໃດໆ ນັບຕັ້ງແຕ່ ພວກເຂົາໄດ້ຖືກຂັບໄລ່ອອກຈາກອຳນາດໃນປີ 2001 ຍ້ອນໄດ້ໃຫ້ການຊ່ອຍເຫຼືອແກ່ກຸ່ມ al-Qaida.
ກອງກຳລັງປະສົມຮ່ວມທີ່ນຳພາໂດຍສະຫະລັດ ໄດ້ເສັດສິ້ນພາລະກິດການໂຈມຕີໃນປີ 2014 ປະໄວ້ກອງກຳລັງທະຫານ ຈຳນວນປະມານ 13 ພັນຄົນ ຊຶຶ່ງສ່ວນໃຫຍ່ແມ່ນທະຫານອາເມຣິກັນທີ່ທຳການຝຶກຊ້ອມໃຫ້ ກອງກຳລັງອັຟການິສຖານ ທີ່ຈະສືບຕໍ່ປະຕິບັດງານ ຕໍ່ສູ້ກັບກຸ່ມກໍ່ການຮ້າຍທັງຫຼາຍ.