ກຸ່ມຕາລີບານ ກ່າວຍົກຍ້ອງ ການເຈລະຈາກັບສະຫະລັດ ວ່າ ເຖິງເວລາ ສຳລັບ ‘ບາດ​ກ້າວ​ໂຕ​ຈິງ’ ເພື່ອແກ້ໄຂບັນຫາຕ່າງໆ

ລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມຕາລີບານ, ທ່ານອາເມຍ ຄານ ມຸຕຕາກີ (Amir Khan Muttaqi) ກ່າວຖະແຫລງ ຕໍ່ສື່ມວນຊົນ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 14 ກັນຍາ 2021.

ກຸ່ມ​ຕາ​ລີ​ບານ​ທີ່​ປົກ​ຄອງ​ອັ​ຟ​ກາ​ນິ​ສ​ຖານ​ໃນ​ເວ​ລານີ້ ຮຽກ​ຮ້ອງ​ໃຫ້​ສະ​ຫະ​ລັດ​ເອົາ “ບາດ​ກ້າວ​ໂຕ​ຈິງ” ໄປ​ສູ່​ການ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ທີ່​ຍັງ​ຄ້າງ​ຄາ ໃນ​ຂະ​ນະ​ທີ່​ທັງ​ສອງ​ກະ​ກຽມ​ທີ່​ຈະ​ພົບ​ປະ​ກັນ​ຮອບ​ໃໝ່ ທີ່​ນະ​ຄອນ​ໂດ​ຮາ ໃນ​ອາ​ທິດ​ໜ້າ.

ສະ​ຫະ​ລັດກ່າວ​ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້​ວ່າ ທູດ​ພິ​ເສດ​ຮັບ​ຜິດ​ຊອບ​ເລື້ອງ​ອັ​ຟ​ການິ​ສ​ຖານ​ ທ່ານ​ໂທ​ມາ​ສ ແວັ​ສ​ຕ໌ ຈະ​ເປັນ​ຜູ້​ນຳ​ພາ​ຄະ​ນະ​ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກັນ​ໃນການ​ປະ​ຊຸມ​ເປັນ​ເວ​ລາ 2 ມື້ ກັບ​ກຸ່ມ​ຕາ​ລີ​ບານ ທີ່​ນະ​ຄອນ​ຫຼວງ​ຂອງ​ກາ​ຕ້າ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ກຸ່ມ​ຕາ​ລີ​ບານ ທ່ານ​ຊູ​ເຮ​ລ ຊາ​ຮີນ (Suhail Shaheen) ​ໄດ້​ກ່າວ​ຊົມ​ເຊີຍ​ວ່າ “ເປັນ​ບາດ​ກ້າວ​ທີ່​ດີ” ໃນ​ການ​ຕັດ​ສິນ​ໃຈ​ຂອງ​ສະ​ຫະ​ລັດ ທີ່​ຈະ​ເລີ້ມ​ການ​ປະ​ຊຸມ​ສອງ​ຝ່າຍ​ຄືນ​ໃໝ່.

​ທ່ານ​ຊີ​ຮີ​ນ ​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ກຸ່ມ​ຕ​າ​ລີ​ບານ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ພວກ​ເຮົາ​ແມ່ນ​ເປີດກວ້າງ ​ທີ່​ຈະ​ແກ້​ໄຂບັນ​ຫາ​ທັງ​ໝົດ​ກັບ​ສະ​ຫະ​ລັດ ໂດຍ​ຜ່ານ​ການ​ເຈ​ລະ​ຈາແລະ​ເລີ້ມ​ຕົ້ນ​ຄວາມ​ສຳ​ພັນ​ໃນ​ທາງ​ທີ່ດີກັບ​ພວກ​ເຂົາ​ເຈົ້າ.”

ທ່ານ​ຊາ​ຮີນ​ກ່າ​ວ​ຕື່ມ​ວ່າ “ໝາກ​ບານ​ພວມ​ຢູ່​ໃນ​ເດີ່ນ​ຂອງ​ສະ​ຫະ​ລັດ. ມັນ​ແມ່ນ​ເວ​ລາ​ແລ້ວ ທີ່​ດຽວນີ້​ສະ​ຫະ​ລັດ​ຈະ​ຕ້ອງ​ໄດ້​ເອົາ​ບາດ​ກ້າວ​ໂຕ​ຈິງ ​ໄປ​ສູ່​ການ​ສ້າງ​ຕັ້ງ​ຄວາມ​ສຳ​ພັນ​ແບບ​ປົກ​ກະ​ຕິ ແລະ​ແກ້​ໄຂ​ບັນ​ຫາ​ຄ້າງ​ຄາ​ທັງໝົດ​ກັບ​ພວກ​ເຮົາ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ​ ໄພ​ຣ​ສ໌ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ວ່າ ທູດ​ພິ​ເສດ​ແວັ​ສ​ຕ໌ຈະ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ “ທີ່​ມີ​ຄວາມ​ສຳ​ຄັນ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ” ກັບ​ຄູ່​ເຈ​ລະ​ຈາ​ຂອງ​ຝ່າຍ​ຕາລີ​ບານ.

ທ່າ​ນ​ເນດ ໄພ​ຣ​ສ໌ ກ່າວ​ວ່າ “ນັ້ນ​ແມ່ນ​ຮວມ​ທັງ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ ຮວມ​ທັງການເດີນ​ທາງ​ຜ່ານ​ດ້ວຍ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ຊາວ​ອາ​ເມ​ຣິກັນ ແລະ​ຊາວ​ອັ​ຟ​ກາ​ນິ​ສ​ຖານ ຜູ້​ທີ່​ມີ​ຄວາມ​ໝັ້ນ​ໝາຍ​ພິ​ເສດ ແລະ​ນັ້ນ​ຮວມທັງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ແລະ​ສະ​ຖາ​ນະ​ການ​ດ້ານ​ເສດ​ຖະກິດ​ຂອງ​ປະ​ເທດ.

ການ​ເຈ​ລະ​ຈາ​ລະ​ຫວ່າງ​ສະ​ຫະລັດ ແລະ​ກຸ່ມ​ຕາ​ລີ​ບານ ມີ​ຂຶ້ນ​ທ່າມ​ກາງວິ​ກິດການ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ພວມ​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ື້ນ​ຢູ່​ໃນ​ອັ​ຟ​ກາ​ນິ​ສຖານ ບ່ອນ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກະ​ປະ​ມານ​ວ່າ ມີ​ເກືອບ 23 ລ້ານຄົນຫຼື 60 ເປີ​ເຊັນ​ຂອງ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສ​ຖານພວມ​ປະ​ເຊີນ​ກັບ​ການ​ຂາດອາ​ຫານ​ຢ່າງ​ຮ້າຍ​ແຮງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ