ພວກຫົວຮຸນແຮງ Taliban ທີ່ຕິດອາວຸດໜັກ ໄດ້ແນເປົ້າໝາຍ
ໃສ່ຕຶກສະພາແຫ່ງຊາດ ຂອງອັຟການິສຖານ ໃນວັນຈັນມື້ນີ້
ໃນການໂຈມຕີສະຫຼະຊີບທີ່ປະກອບດ້ວຍການວາງລະເບີດ
ຫຼາຍບັ້ນ ພ້ອມກັນກັບການ ຍິງໂຈມຕີຢູ່ນອກອາຄານ ໃນຂະນະ
ທີ່ ບັນດາຜູ້ແທນປະຊຸມກັນ ຢູ່ໃນສະພາ.
ການໂຈມຕີເລີ້ມຕົ້ນຂຶ້ນ ດ້ວຍສຽງລະເບີດຢ່າງໃຫຍ່ຢູ່ປະຕູທາງ
ເຂົ້າໃຫຍ່ ຕິດຕາມດ້ວຍການລະເບີດຫຼາຍໆບັ້ນ ທີ່ສົ່ງຄວັນໄຟ
ພຸ້ງຂຶ່ນສູ່ທ້ອງຟ້າ ຈາກຕຶກສະພາ ໃນນະຄອນຫຼວງກາບູລ ແລະ
ກໍ່ໃຫ້ເກີດໝອກຄວັນປົກຄຸມໄປທົ່ວ ໃນຂະນະທີ່ພວກຜູ້ແທນ
ພາກັນແລ່ນຫຼົບໜີ ດ້ວຍຄວາມຕື່ນຕົກໃຈ.
ແຜນທີ່ ເຂດນະຄອນຫຼວງກາບູລ ບໍລິເວນສະພາແຫ່ງຊາດ, ປະເທດອັຟການິສຖານ.
ໂຄສົກກະຊວງພາຍໃນຄົນໜຶ່ງ ກ່າວວ່າ ມີມືປືນຕາລີບານ 7 ຄົນທີ່ມີລະເບີດມັດຕິດຕົວ
ປະກອບສ່ວນໃນການໂຈມຕີ ແລະກຳລັງຮັກສາຄວາມປອດໄພ ໄດ້ສັງຫານທັງໝົດ 7
ຄົນ ນັ້ນ. ການໂຈມຕີດຳເນີນໄປເກືອບສອງຊົ່ວໂມງ. ກະຊວງພາຍໃນກ່າວວ່າ ບໍ່ມີຜູ້ແທນຄົນໃດໄດ້ຮັບບາດເຈັບ ແຕ່ມີຄົນອື່ນໆຢ່າງນ້ອຍ 30 ຄົນໄດ້ຮັບບາດເຈັບ ຮວມທັງແມ່ຍິງ 5 ຄົນແລະເດັກນ້ອຍ 3 ຄົນ. ໃນນັ້ນ ບາງຄົນມີອາການສາຫັດ.
ລົດຄັນນຶ່ງ ຖືກໄຟເຜົາໄໝ້ ຫຼັງຈາກລະເບີດແຕກຂຶ້ນ ຢູ່ໃກ້ໆ ລັດຖະສະພາອັຟການິສຖານ ໃນນະຄອນຫຼວງກາບູລ ປະເທດອັຟການິສຖານ, ວັນທີ 22 ມິຖຸນາ 2015.
ສະຖານທູດສະຫະລັດໃນນະຄອນຫຼວງກາບູລ ໄດ້ອອກຄຳຖະແຫຼງ ປະນາມການໂຈມຕີຄັ້ງນີ້ ໂດຍກ່າວວ່າ “ການໂຈມຕີຕໍ່ສະພາແຫ່ງຊາດ ແມ່ນສະແດງໃຫ້ເຫັນ ຢ່າງໂຈ່ງແຈ້ງ ເຖິງການຂາດຄວາມເຄົາລົບນັບຖືຕໍ່ ປະຊາທິປະໄຕແລະການປົກຄອງດ້ວຍຕົວບົດກົດໝາຍ.”
Your browser doesn’t support HTML5
Afghanistan Violence
ພວກຕາລີບານໄດ້ອອກຄຳຖະແຫຼງ ອ້າງເອົາຄວາມຮັບຜິດຊອບ ສຳຫຼັບອັນທີ່ພວກເຂົາຮ້ອງວ່າ ພາລະກິດສະຫຼະຊີບ.
ສະພາອັຟການິສຖານ ອະນຸມັດການຕໍ່ເວລາ ດຳລົງຕຳແໜ່ງ ຂອງຜູ້ແທນ:
Your browser doesn’t support HTML5
Afghan Parliament Extends Its Term Amid Questions of Legality