ລັດຖະມົນຕີການຕ່າງປະເທດເຢຍຣະມັນ ກ່າວໃນວັນສຸກມື້ນີ້ວ່າ ພະນັກງານກົງສຸນທຸກໆຄົນແມ່ນປອດໄພແລະບໍ່ໄດ້ຮັບອັນຕະລາຍໃດໆຫລັງຈາກໄດ້ມີການໂຈມຕີສະຫຼະຊີບໃສ່ ອາຄານກົງສຸນ ໃນພາກເໜືອອັຟການິສຖານ.
ທ່ານ Frank-Walter Steinmeier ໄດ້ສະແດງຄວາມເສົ້າສະຫລົດໃຈ ຕໍ່ພວກທີ່ເສຍຊີ ວິດເວລາພວກຄົນຮ້າຍໃຊ້ລົດລະເບີດສະຫຼະຊີບ ແລ່ນເຂົ້າຕຳກົງສຸນ ທີ່ເມືອງ Mazar-i-Sharif ທີ່ເຮັດໃຫ້ 6 ຄົນ ເສຍຊີວິດ ແລະອີກ 100 ກວ່າຄົນໄດ້ຮັບບາດເຈັບ ສ່ວນໃຫຍ່ແລ້ວເປັນພົນລະເຮືອນ.
ພວກນັກລົບຂອງກຸ່ມຕາລີບານ ໃນພາກເໜືອຂອງອັຟການິສຖານ ໄດ້ສ້າງຄວາມເສຍຫາຍຮ້າຍແຮງໃຫ້ແກ່ກົງສຸນເຢຍຣະມັນ ຫລັງຈາກພວກເຂົາ ໄດ້ບຸກເຂົ້າໄປ ໃນຕຶກອາ ຄານ ໃນລະຫວ່າງການສູ້ລົບກັນຢ່າງດຸເດືອດທີ່ມີຂຶ້ນເປັນເວລາຫຼາຍຊົ່ວໂມງ. ເຫດລະເບີດໃນຂັ້ນຕົ້ນຢູ່ນອກກົງສຸນເຢຍຣະມັນ ແມ່ນມາຈາກລົດບັນທຸກລະເບີດທີ່ໄດ້ແຕກຂຶ້ນ ແລະໄດ້ທຳລາຍເຄື່ອງປ້ອງກັນຢູ່ຂ້າງນອກຕຶກກົງສຸນແລະເຮັດໃຫ້ອາຄານສັ່ນສະເທືອນແລະກໍປ້ອງຢ້ຽມແຕກ ໃນບໍລິເວນກວ້າງ.
ເມືອງ Mazar-i-Sharif ໃນປະເທດອັຟການິສຖານ
ໂຄສົກຄົນນຶ່ງຂອງກຸ່ມກະບົດອິສລາມດັ່ງກ່າວໃນອັຟການິສຖານ ກ່າວວ່າ ພວກໂຈມຕີດ້ວຍລະເບີດສະຫຼະຊີບຕາລີບານທີ່ຕິດອາວຸດເຕັມອັດຕາຫຼາຍໆຄົນ ໄດ້ບຸກເຂົ້າໄປໃນກົງສຸນເຢຍຣະມັນ ບໍ່ດົນລຸນຫລັງທີ່ ລົດບັນທຸກລະເບີດ ໄດ້ແຕກຂຶ້ນ ຫຼັງຈາກ 11 ໂມງກາງຄືນຕາມເວລາທ້ອງຖິ່ນ. ເມື່ອເຄື່ອງປ້ອງກັນກົງສຸນ ຖືກທຳລາຍດ້ວຍລະເບີດແລ້ວ ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນຄົນນຶ່ງກ່າວວ່າ ຜູ້ໂຈມຕີສະຫລະຊີບອີກຄົນນຶ່ງກໍໄດ້ນຳເອົາ ລົດທີ່ບັນຈຸລະເບີດຂອງລາວ ແລ່ນເຂົ້າຕຳກຳແພງຕຶກທາງດ້ານໜ້າ.
ຍາດພີ່ນ້ອງຂອງຜູ້ເສຍຊີວິດ ນັ່ງຢູ່ໃກ້ໆ ກັບຜູ້ຄົນທີ່ຕາຍຄົນນຶ່ງ ໃນລະຫວ່າງ ການປະທະກັນ
ທະຫານຂອງອົງການເນໂຕ້ ແລະກຳລັງຮັກສາຄວາມສະຫງົບອັຟການິສຖານກ່າວວ່າ ເຂົາເຈົ້າໄດ້ເຂົ້າໄປປ້ອງກັນຕຶກກົງສຸນ ແລະກະກຽມຍົກຍ້າຍເຈົ້າໜ້າທີ່ອອກໄປ. ການປະຕິບັດງານດັ່ງກ່າວ ໄດ້ມີການຊັກຊ້າ ຍ້ອນເປັນຫ່ວງຢ້ານມີການວາງລະເບີດໃສ່ຕື່ມ ໂດຍພວກໂຈມຕີ.
ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ຕົນໄດ້ປິດລ້ອມບໍລິເວນອ້ອມແອ້ມກົງສຸນເຢຍຣະມັນແລ້ວ ຊຶ່ງເຄີຍເປັນໂຮງແຮມມາກ່ອນ. ລາຍງານຂ່າວ ຈາກບ່ອນເກີດເຫດແຈ້ງວ່າ ເຮຣີ ຄອບເຕີ້ອົງການເນໂຕ້ໄດ້ບິນຕິດຕາມເບິ່ງການສູ້ລົບກັນຢູ່ເທິງອາກາດ.