ປະທານາທິບໍດີຂອງໄຕ້ຫວັນ ຊຶ່ງເປັນຜູ້ສະໜັບສະໜຸນຢ່າງ
ແຂງຂັນ ແຕ່ໄດ້ມອງຂ້າມ ໃນບັນຫາຂັດແຍ້ງທາງທະເລ ທີ່
ໃຫຍ່ສຸດໃນເຂດເອເຊຍ ໄດ້ອອກເດີນທາງໄປຍັງເກາະທີ່ມີ
ການຂັດແຍ້ງ ຢູ່ໃນທະເລຈີນໃຕ້ ໃນວັນພະຫັດມື້ນີ້ ເພື່ອຈະ
ສົ່ງສັນຍານ ທີ່ໄປໄກຈົນຮອດວໍຊິງຕັນ.
ປະທານາທິບໍດີ Ma Ying-jeou ໄດ້ຂຶ້ນເຮືອບິນທະຫານ
ກ່ອນ 9 ໂມງເຊົ້າ ເພື່ອບິນໄປຍັງເກາະ Itu Aba ຊຶ່ງເປັນເກາະ
ຫີນນຶ່ງຢູ່ໃນ ທະເລຈີນໃຕ້ ທີ່ຮູ້ຈັກກັນໃນອີກຊື່ນຶ່ງວ່າ ເກາະ
Taiping ນັ້ນ. ທ່ານຈະໄປຢ້ຽມຢາມ 200 ຄົນ ທີ່ປະຈຳການ
ເປັນໜ່ວຍທະຫານຍາມຝັ່ງ, ພະນັກງານແພດ ແລະ ນັກຄົ້ນ
ຄວ້າວິທະຍາສາດ ຢູ່ທີ່ນັ້ນກ່ອນທີ່ທ່ານຈະເດີນທາງກັບຄືນໄປ ນະຄອນຫຼວງໄທເປ ພາຍໃນຕອນແລງ ມື້ນີ້.
ເກາະ Itu Aba ເປັນເກາະນຶ່ງທີ່ຢູ່ໃນກຸ່ມໝູ່ເກາະ Spratly
ໂຄສົກຂອງປະທານາທິບໍດີ ທ່ານ Charles Chen ໄດ້ກ່າວໃນວັນພຸດວານນີ້ວ່າ “ປະທາ
ນາທິບໍດີ Ma ໄດ້ເນັ້ນຢ້ຳວ່າ ເກາະ Taiping ເປັນດິນແດນ ທີ່ແຍກອອກຈາກກັນບໍ່ໄດ້
ຂອງສາທາລະນະລັດຈີນ. ປະທານາທິບໍດີ Ma ແມ່ນຍັງບໍ່ໄດ້ໄປຢ້ຽມຢາມເທື່ອ.”
ການເດີນທາງໄປຢ້ຽມຢາມເກາະດັ່ງກ່າວ ທີ່ໄກຈາກໄຕ້ຫວັນ 1,600 ກິໂລແມັດນັ້ນ ມີຂຶ້ນ
ຫຼັງຈາກ ມີຖະແຫລງການທີ່ແຮງຜິດປົກກະຕິສະ ບັບນຶ່ງເມື່ອອາທິດແລ້ວນີ້ ຈາກກະຊວງ
ການຕ່າງປະເທດ ທີ່ເອີ້ນ 4 ເກາະຢູ່ໃນເຂດເສັ້ນສູນສູດນັ້ນວ່າ ເປັນພາກສ່ວນນຶ່ງ ຂອງ
ສາທາລະນະລັດຈີນ ພາຍໃຕ້ກົດໝາຍສາກົນ. ສາທາລະນະລັດຈີນ ແມ່ນເປັນຊື່ ທີ່ຖືກ
ຕ້ອງຕາມກົດໝາຍ ຂອງໄຕ້ຫວັນ. ຖະແຫລງການນີ້ ກ່າວອີກວ່າ ໄຕ້ຫວັນ ໄດ້ “ເອົາທ່າ
ທີຢ່າງໜັກແໜ້ນ” ກ່ຽວກັບເກາະ Itu Aba ແລະໝູ່ເກາະອື່ນໆ ມາໄດ້ 60 ປີແລ້ວ.
ພາບນີ້ໄດ້ຖືກເປີດເຜີຍ ໂດຍອົງການຂໍ້ມູນຂອງທະຫານ ຢູ່ທີ່ໄຕ້ຫວັນ ສະແດງໃຫ້ເຫັນ ເຮືອລົບສອງລຳຂອງໄຕ້ຫວັນ ທີ່ຈອດຢູ່ໃກ້ ຝັ່ງເກາະ Taiping, ຊຶ່ງເປັນເກາະທີ່ໃຫຍ່ສຸດ ໃນໝູ່ເກາະຢູ່ໃນ Spratly ທີ່ກຳລັງຖືກຂັດແຍ້ງກັນ, ໂດຍມີຖານທັບຕັ້ງຢູ່ດ້ານໜ້າຂອງພາບນີ້.
ການໄປຢ້ຽມຢາມຂອງປະທານາທິບໍດີ ອາດຊ່ອຍເນັ້ນຢ້ຳໃຫ້ເຫັນ ເຖິງທ່າທີຂອງໄຕ້ຫວັນ.
ເຖິງແມ່ນວ່າ ໄດ້ອ້າງເອົາກຳມະສິດ ຂອງທະເລເກືອບທັງໝົດ 3 ລ້ານ 5 ແສນ ຕະລາງ
ກິໂລແມັດ ກໍຈິງ ແຕ່ທຳມະດາແລ້ວ ໄຕ້ຫວັນກໍບຸກບືນ ເພື່ອເຮັດໃຫ້ໄດ້ຮັບຄວາມສົນໃຈ
ກ່ຽວກັບເລື່ອງນີ້ ຍ້ອນການຂາດແຄນການພົວພັນດ້ານການທູດ ໃນເອເຊຍ. ສ່ວນຈີນ
ຜູ້ທີ່ມີອຳນາດຫຼາຍທີ່ສຸດ ໄດ້ອ້າງເອົາກຳມະສິດໃນເຂດທະເລ ທີ່ມີບັນຫາຂັດແຍ້ງກັນນີ້
ກ່າວວ່າ ໝູ່ເກາະຂອງໄຕ້ຫວັນນັ້ນ ກໍເປັນຂອງ ປັກກິ່ງ ແລະຫ້າມບໍ່ໃຫ້ປະເທດອື່ນໆ ຈັດ
ຕັ້ງສາຍພົວພັນທາງການທູດ.
ໄຕ້ຫວັນໄດ້ພັດທະນາເກາະ Itu Aba ທີ່ເປັນປະກາລັງ ຢູ່ໃນເຂດໝູ່ເກາະ Spratly ທີ່ມີ ຄ້າຍທະຫານຍາມຝັ່ງ ກວມເອົາເຄິ່ງກິໂລແມັດມົນທົນຂອງເກາະ ໂດຍມີໂຄງການພະລັງ
ແສງອາທິດຕ່າງໆ ແລະ ມີພະນັກງານແພດປະຈຳ ເພື່ອຊ່ອຍເຫຼືອພວກເຮືອກຳປັ່ນ ທີ່ປະ
ສົບກັບພາຍຸ. ການເຄື່ອນໄຫວຕ່າງໆເຫຼົ່ານັ້ນ ຢູ່ໃນເຂດມະຫາສະມຸດອັນກວ້າງໃຫຍ່ ທີ່ມີ
ໝູ່ເກາະໂດຍທຳມະຊາດ ແມ່ນເປັນພາກສ່ວນນຶ່ງ ໃນຄວາມພະຍາຍາມ ຂອງໄຕ້ຫວັນ
ເພື່ອຈະໄດ້ຮັບຄວາມສົນໃຈຈາກນາໆຊາດ. ໃນຖະແຫລງການສະບັບວັນພະຫັດມື້ນີ້
ປະທານາທິບໍດີ Ma ຮຽກຮ້ອງໃຫ້ນຳໃຊ້ເກາະ Itu Aba ໃນທາງ “ສັນຕິ.”
Your browser doesn’t support HTML5
Taiwan South China Sea