ເຮືອບິນໂດຍສານລຳນຶ່ງຂອງໄຕ້ຫວັນ ທີ່ບັນທຸກຜູ້ໂດຍສານ
58 ຄົນ ໄດ້ດາດ ໃສ່ຂົວແລະຕົກລົງໄປໃນແມ່ນຳ້ ຢູ່ນອກນະ
ຄອນຫລວງ Taipei ໃນຕອນເຊົ້າວັນພຸດມື້ນີ້ ຊຶ່ງມີຢ່າງໜ້ອຍ
19 ຄົນໄດ້ເສຍຊີວິດ ອີງຕາມເຈົ້າໜ້າທີ່.
ພາບວີດີໂອທີ່ໜ້າຕື່ນຕົກໃຈ ທີ່ຖ່າຍຈາກລົດແລ່ນຢູ່ເທິງຂົວ
ແລະຮູບພາບ ທີ່ ນຳອອກເຜີຍແຜ່ທາງຕາໜ່າງສື່ສັງຄົມ ສະ
ແດງໃຫ້ເຫັນ ເຮືອບິນໂດຍສານ ATR-72 ຂອງສາຍການ
ບິນ TransAsia Airways ຫງ່ຽງຢູ່ໃນລັດສະໝີ 90 ອົງສາ
ຂະນະທີ່ປີກເຮືອບິນດາດໃສ່ຂົວ ແລະຕົກລົງໄປໃນແມ່ນໍ້າ
Keelung ທີ່ມີ ນ້ຳບໍ່ເລິກນັ້ນ.
ເຮືອບິນໄດ້ຫລີກເວ້ນຈາກການຕຳເອົາຕຶກຫໍພັກສູງໆຫລາຍຫລັງ ທີ່ຢູ່ໃກ້ໆນັ້ນ ຢ່າງຫວຸດ
ຫວິດ.
ພວກກູ້ໄພຢູ່ໃນເຮືອຫລາຍລຳ ໄດ້ເຂົ້າໄປອ້ອມເຮືອບິນທີ່ປີ້ນຂວ້ຳ ແລະສ່ວນນຶ່ງ ຈົມຢູ່ໃຕ້
ນ້ຳ ແລະດຶງເອົາຜູ້ໂດຍສານຫລາຍຄົນອອກມາດ້ວຍຄວມປອດໄພ ຮວມທັງເດັກນ້ອຍຄົນ
ນຶ່ງ. ຍັງມີຜູ້ຄົນອີກຈຳນວນນຶ່ງ ທີ່ຍັງຕົກຄ້າງຢູ່ຂ້າງໃນ ແລະບັນດາເຈົ້າໜ້າທີ່ຢ້ານວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ້ມຂື້ນຢ່າງຫຼວງຫຼາຍ.
ທ່ານ Chen Xinde ຫົວໜ້າບໍລິຫານສາຍການບິນ TransAsia Airways ໄດ້ກົ້ມຫົວ
ຄຳນັບ ທີ່ກອງປະຊຸມຖະແຫຼງຂ່າວໃນວັນພຸດມື້ນີ້ ໃນຂະນະທີ່ທ່ານ ຂໍຂະມາໂທດກ່ຽວກັບ
ອຸປະຕິເຫດຄັ້ງນີ້.
ການຂໍຂະມາໂທດອີກຄັ້ງ ນຶ່ງ ໃນນາມສາຍການບິນ TransAsia Airways ຕໍ່ບັນດາຜູ້
ໂດຍສານແລະ ພະນັກງານ ທີ່ໄດ້ສູນເສຍຊີວິດຍອນໄພພິບັດໃນຄັ້ງນີ້. ແນ່ນອນ ມີຜູ້ຄົນ
ອີກຈຳ ນວນນຶ່ງຍັງຫາຍສາບສູນຢູ່່. ພວກເຮົາຮູ້ສຶກເສຍໃຈເປັນທີ່ສຸດ.”
ເຮືອບິນໄດ້ປະສົບອຸປະຕິເຫດຕົກ ບໍ່ດົນຫລັງຈາກໄດ້ບິນຂື້ນຈາກສະໜາມບິນ Sungshan ຢູ່ໃນເຂດໃຈກາງນະຄອນ Taipei ເພື່ອອອກເດີນທາງໄປສູ່ໝູ່ເກາະ Kinmen ທີ່ຢູ່ຫ່າງອອກໄປ. ຍັງບໍ່ເປັນທີ່ແຈ້ງຂາວວ່າ ແມ່ນຫຍັງເປັນສາເຫດເຮັດໃຫ້ເຮືອ
ບິນຕົກ ທີ່ເກີດຂື້ນໃນລະຫວ່າງດິນຟ້າອາກາດຂ້ອນຂ້າງ ແຈ້ງດີນັ້ນ
MT @flightradar24: Photo of #TransAsia ATR 72-600 B-22816 that ditched in river
http://t.co/faWx2s345d pic.twitter.com/Y5L9Ppja7l #GE235
— Steve Herman (@W7VOA) February 4, 2015
TVBS: Taxi cab was clipped by #GE235 as it descended into river in Taipei. #Taiwan #TransAsia pic.twitter.com/YuvtTl9xUP
— Steve Herman (@W7VOA) February 4, 2015