ເຈົ້າຂອງໜັງສືພິມຮວບຮວມຂ່າວສານ ທີ່ລຶບລ້າງເລື້ອງລາວຕ່າງໆ ເພື່ອຊ່ອຍປົກປິດຂ່າວບໍ່ດີຂອງ ທ່ານ ທຣໍາ ກໍາລັງປະເຊີນກັບຫຼາຍຄໍາສອບຖາມ

ອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ອອກຈາກສານອາຍາແມນຫັດຕັນໃນລັດນິວຢອກ ຂອງນະຄອນນິວຢອກ ຫຼັງຈາກການເຂົ້າຮ່ວມດໍາເນີນຄະດີໃນມື້ນັ້ນ ໃນຂໍ້ກ່າວຫາກ່ຽວກັບການປົກປິດການຈ່າຍເງິນ ທີ່ເຊື່ອມໂຍງກັບກິດຈະການຕ່າງໆນອກສົມລົດ, ວັນທີ 23 ເມສາ 2024.

ອະດີດ​ຜູ້​ພິມ​ເຜີຍ​ແຜ່ໜັງສືພິມຮວບຮວມຂ່າວສານ ທ່ານເດວິດ ແພັກເກີ້ (David Pecker) ​ໄດ້​ກັບ​ຄືນ​ມາ​ເປັນ​ພະຍານອີກຄັ້ງ​ໃນ​ວັນ​ພະຫັດ​ມື້​ນີ້ ຢູ່​ທີ່​ການ​ດຳ​ເນີນ​ຄະດີ​ທາງ​ອາຍາໃນນະຄອນນິວຢອກ​ຂອງ ​ທ່ານດໍໂນລ ທຣໍາ. ທ່ານມາເພື່ອຕອບຄໍາຖາມເພີ້ມເຕີມກ່ຽວກັບວິທີທີ່ ລາວ ຊື້ເລື້ອງລາວຂອງນາງແບບໜັງສື Playboy ຄົນນຶ່ງ ຜູ້ທີ່ໄດ້ກ່າວອ້າງວ່າມີຄວາມສໍາພັນກັບປະທານາທິບໍດີໃນອະນາຄົດເປັນເວລາຍາວນານຫຼາຍເດືອນ ແລະຫຼັງຈາກນັ້ນກໍລຶບລ້າງມັນອອກເພື່ອປົກປ້ອງໜ້າທີ່ທາງດ້ານການເມືອງຂອງ ທ່ານທຣໍາ.

ໃນຊ່ວງພັກການພິຈາລະນາຄະດີໃນວັນອັງຄານແລ້ວນີ້, ທ່ານ ແພັກເກີ້ ໄດ້ເລີ້ມໃຫ້ການເປັນພະຍານກ່ຽວກັບການຈ່າຍເງິນ 150,000 ໂດລາ ທີ່ທ່ານໄດ້ຈ່າຍໃຫ້ກັບ ນາງຄາເຣັນ ເມັກດູໂກລ (Karen McDougal), ຜູ້ທີ່ເປັນນາງແບບປະຈໍາປີ 1998 ຂອງວາລະສານດັ່ງກ່າວ. ໄອ​ຍະ​ການ ​ຍັງ​ບໍ່​ໄດ້​ຖາມທ່ານ ແພັກເກີ້ ​ວ່າ ​ຂໍ້​ຕົກ​ລົງດັ່ງກ່າວນັ້ນ ​ເກີດ​ຂຶ້ນ​ກ່ອນ​ການ​ເລືອກ​ຕັ້ງ​ປີ 2016 ຂອງ​ ທ່ານ ທຣໍາ ແລະ​ບົດ​ບາດ​ຂອງ​ທ່ານ​ໃນ​ການຕົກລົງເຫັນດີ​ຈ່າຍ​ເງິນນັ້ນແນວໃດ​. ແຕ່ ທ່ານ ທຣໍາ ກໍໄດ້ປະຕິເສດຕໍ່ເລື້ອງດັ່ງກ່າວມານັ້ນ.

ໃນການພິຈາລະນາຄະດີອາຍາຄັ້ງທຳອິດຂອງອະດີດປະທານາທິບໍດີສະຫະລັດ, ທ່ານ ທຣໍາ ໄດ້ຖືກກ່າວຫາວ່າປອມແປງບັນທຶກທາງດ້ານທຸລະກິດ ສໍາລັບປົກປິດການຊຳລະເງິນປິດປາກອີກ 130,000 ໂດລາ ໃຫ້ກັບນັກສະແດງຮູບເງົາຜູ້ໃຫຍ່ ນາງສຕອມມີ ເດນຽລ ເພື່ອເຮັດໃຫ້ນາງມິດງຽບກ່ອນການເລືອກຕັ້ງ ກ່ຽວກັບການຮຽກຮ້ອງຂອງນາງໃນການນັດພົບກັນກັບ ທ່ານ ທຣໍາ ນຶ່ງຄືນ ໃນຊ່ວງທົດສະວັດກ່ອນໜ້ານີ້, ເຊິ່ງ ທ່ານ ທຣໍາ ຍັງໄດ້ປະຕິເສດຕໍ່ການກ່າວອ້າງຂອງນາງອີກດ້ວຍ.

ໃນຂະນະທີ່ການໃຫ້ການເປັນພະຍານຂອງ ທ່ານ ແພັກເກີ້ ຍັງຄົງດໍາເນີນຕໍ່, ທ່ານ ທຣໍາ ກໍກໍາລັງປະເຊີນກັບບັນຫາທາງດ້ານກົດຫມາຍທີ່ສໍາຄັນອີກອັນນຶ່ງໃນວັນພະຫັດມື້ນີ້, ນຶ່ງໃນທະ​ນາຍ​ຄວາມຂອງ​ທ່ານ ​ຈະທໍາການ​ໂຕ້​ແຍ້ງ​ຢູ່​ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດໃນນະ​ຄອນ​ຫຼວງ​ວໍ​ຊິງ​ຕັນ​ວ່າ ທ່ານ ທຣໍາ ຕ້ອງເປັນໄດ້ຮັບການຄຸ້ມກັນ​ຈາກ​ການ​ດຳ​ເນີນ​ຄະ​ດີ​ທີ່​ທ່ານ​ໄດ້ກະທໍາໃນ​ຂະນະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ເພື່ອ​ພະ​ຍາ​ຍາມ​ຕ່າວປີ້ນການ​ສູນ​ເສຍການເລືອກຕັ້ງປີ 2020 ໃຫ້ແກ່​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບເດັນ.

ການກ່າວຟ້ອງທາງອາຍາຂອງ ທ່ານ ທຣໍາ ຢູ່ນະຄອນຫຼວງວໍຊິງຕັນ ທີ່ກ່າວຫາທ່ານວ່າ ວາງແຜນການແບບຜິດກົດຫມາຍທີ່ຈະຕ່າວປີ້ນຜົນການເລືອກຕັ້ງຂອງປີ 2020 ເພື່ອໃຫ້ຕົນເອງຢູ່ໃນອໍານາດຕໍ່ນັ້ນ ແມ່ນຖືກໂຈະໄວ້ ໃນຂະນະທີ່ກໍລະນີການຄຸ້ມກັນ ໄດ້ຮັບການພິຈາລະນາແລ້ວ. ໂດຍລວມແລ້ວ, ທ່ານ ທຣໍາ ກໍາລັງປະເຊີນກັບ 88 ຂໍ້ກ່າວຫາ ໃນການຮ້ອງຟ້ອງ 4 ຄະດີ, ເຊິ່ງທ່ານໄດ້ປະຕິເສດໃນຂໍ້ກ່າວຫາທັງໝົດ.

ທ່ານ ທຣໍາ ໄດ້ຂໍໃຫ້ຜູ້ພິພາກສາສານສູງສຸດຂອງນະຄອນນິວຢອກ ທ່ານຮວນ ເມີຊານ (Juan Merchan) ຍົກເລີກການພິຈາລະນາຄະດີໃນວັນພະຫັດມື້ນີ້ ເພື່ອໃຫ້ທ່ານສາມາດເຂົ້າຮ່ວມການພິຈາລະນາຄະດີຂອງສານສູງສຸດ, ແຕ່ ທ່ານ ເມີຊານ ໄດ້ປະຕິເສດຕໍ່ການຮ້ອງຂໍດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ