ຣັດເຊຍ ກ່າວວ່າ ການປະຕິບັດງານ ທາງ ທະຫານ ໄດ້ຢຸດລົງແລ້ວ ທີ່ເມືອງ Aleppo

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ແລະ ລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergey Lavrov ຕອບຄຳຖາມບັນດານັກຂ່າວ.

ລັດຖະມົນ​ຕີຕ່າງປະ​ເທດຣັດ​ເຊຍທ່ານ Sergei Lavrov ກ່າວ​ວ່າ ລັດຖະບານ ຣັດ​ເຊຍ​ໄດ້​ຢຸດ​ການ​ປະຕິບັດ​ງານ ​ທາງ​ທະຫານ​ທັງ​ໝົ​ດ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ ຂອງເມືອງ Aleppo ກ່ອນ​ໜ້າກອງປະຊຸມ​ລະຫວ່າງບັນດາ​ຜູ້​ຊ່ຽວຊານ​ທາງ​ທະຫານສະຫະລັດແລະ ຣັດ​ເຊຍ ກ່ຽວ​ກັບ​ສະຖານ​ນະ​ການ​ຢູ່​ໃນ​ເມືອງ​ທີ່​ຖືກ​ທຳລາ​ຍດັ່ງກ່າວ.

​ໃນ​ຕອນເ​ຊົ້າຂອງ​ວັນ​ພະຫັດ​ວານ​ນີ້ ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ ທ່ານ​ມີ​ “ຄວາມ​ຫວັງ” ກ່ຽວ​ກັບ​ໂອກາດ​ໃນ​ການ​ທີ່​ຈະ​ບັນລຸ​ຂໍ້​ຕົກລົງ​ຢຸດ ​ຍິງກັບຣັດ​ເຊຍ ​ເພື່ອ​ຍຸຕິ​ການ​ສູ້​ລົບ​ໃນ​ເມືອງ Aleppo​.

ຫລັງ​ຈາ​ກການ​ພົບ​ປະ​ກັບ ທ່ານ Lavrov ​ທີ່​ນະຄອນ Hamburg ​ໃນ​ວັນ​ພະຫັດ​ວານ​ນີ້​ແລ້ວ ທ່ານ Kerry ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ ທ່ານ​ຍັງ​ລໍຖ້າ​ “ຄຳ​ຕອບ ​ແລະ​ຄຳ​ແນະ ນຳ” ​ແຕ່​ກໍໄດ້​ກ່າວເພີ້​ມ​ເຕີມ​ວ່າ “ພວກ​ເຮົາ​ກຳລັງ​ປະຕີີ​ບັດ​ງານ​ກ່ຽວ​ກັບ​ບາງ​ສິ່ງ​ບາ​ງຢ່າງ​ ຢູ່ທີ່​ນີ້.” ​ໂດຍ​ທີ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດຫຍັງ​ຫຼາຍ.

ທະຫານຊີເຣຍ ຕຽມທຳການສູ້ລົບ ກັບພວກຕໍ່ຕ້ານ ຢູ່ເຊດແນວໜ້າ Ramouseh ໃນພາກຕາເວັນອອກ ຂອງເມືອງ Aleppo ປະເທດ Syria.

ລັດຖະມົນ​ຕີຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ “ຂໍ້​ຕົກລົງ​ໄດ້​ບັນລຸ​ກັນ​ແລ້ວ​ສຳລັບ​ບັນດາ​ຜູ້​ຊ່ຽວຊານທາງ​ທະຫານ​ຂອງ​ພວກ​ເຮົາ ​ແລະ​ບັນດາ​ນັກ​ການ​ທູດທີ່​ຈະ​ພົບ​ປະກັນ​ໃນ​ວັນ ​ເສົາ​ມື້​ອື່ນ ຢູ່່ທີ່ນະຄອນ Geneva ​ເພື່ອ​ໃຫ້​ເສັດ​ສິ້ນ​ວຽກ​ງານ​ທີ່​ໄດ້​ເຮັດ​ ​ໃນໄລຍະ​ຫຼາຍ ​ມື້ຜ່ານ​ມາກ່ຽວ​ກັບເອກ​ກະສາ​ນ ທີ່ອະທິບາຍ​ເຖິງ​ຊ່ອງທາງ​ແລະ​ວິທີການ​ແກ້​ໄຂຂັ້ນ​ສຸດ​ທ້າຍ​ຂອງ​ບັນ​ຫາ​ຢູ່​ທາງພາກ​ຕາ​ເວັນ​ອອກ​ຂອງ​ເມືອງ Aleppo ຊຶ່ງອີງ​ຕາມຂໍ້​ຕົກລົງ​ນີ້ ​ພວກ​ຫົວ​ຮຸນ​ແຮງ​ທັງ​ໝົດ​ໃຫ້​ໜີອອກ​ໄປ ພ້ອມ​ດ້ວຍ​ພົນລະ​ເຮືອນ ​ຜູ້​ທີ່​ຕ້ອງການ​ຢ​າກ ອອກ​ໜີ.”

ຮູບພາບໜ່ວຍກ້ອນໄຟ ພຸ່ງຂຶ້ນ ຫລັງຈາກ ການໂຈມຕີທາງອາກາດ ໃສ່ທີ່ໝັ້ນ ຂອງພວກຕໍ່ຕ້ານ ຢູ່ພາກຕາເວັນອອກ ຂອງເມືອງ Aleppo ປະເທດຊີເຣຍ.

ຢູ່​ທີ່​ນະຄອນ​ນິວຢອກ ທູດ​ພິ​ເສດ​ສະຫະ​ປະຊາ​ຊາດຮັບຜິດຊອບກ່ຽວ​ກັບ​ເລື້ອງຊີ​ເຣຍ ທ່ານ Staffan de Mistura ສະ​ແດງ​ຄວາມຍິນ​ດີ​ກັບ​ການ​ປະ​ກາດຂອງຣັດ​ເຊຍ ​ແຕ່ ​ໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທ່ານບໍ່​ສາມາດ​ພິສູດ​ຢ່າງ​ເປັນອິດສະຫຼະ​ໄດ້ ທີ່ວ່າ​ການ ​ສູ້ລົບໄດ້​ຍຸຕິ​ລົງ ຫລື​ວ່າ​ພົນລະ​ເຮືອນ​ໄດ້​ຖືກ​ຍົກຍ້າຍອອກ​ໜີ. ທ່ານ​ກ່າວ​ວ່າ ສະຫະ​ປະ ຊາຊາດ​ກໍ​ຈະ​ເຂົ້າ​ຮ່ວມ ​ໃນ​ການ​ສົນທະນາ​ຢູ່​ນະຄອນ Geneva ​ໃນວັນ​ເສົາ​ມື້ອື່ນ​ນີ້.

ທ້າວ Hamid Malaji ກັບເມືອບ້ານພ້ອມດ້ວຍເມຍຂອງລາວນາງ Amina Hamawy (ຄົນກາງ)

ທ່ານ de Mistura ກ່າວ​ວ່າ ຄຳ​ປະກາດ​ຂອງຣັດ​ເຊຍ​ໄດ້​ມີ​ຂຶ້ນ​ລະຫວ່າງ​ກອງ​ປະຊຸມ​ລັບ ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ. ​ເຈົ້າໜ້າ​ທີ່ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ເພີ້​ມວ່າ ທູດຣັດ​ເຊຍບໍ່​ໄດ້​ບອກ​ໃຫ້​ບັນດາ​ສະມາຊິກ​ສະພາ​ຮູ້ວ່າ ການໂຈະ​ການປະຕິບັດ​ງານ ການ​ສູ້​ລົບຈະ​ມີ​ຂຶ້ນດົນ​ປານ​ໃດ ຢູ່​ອ້ອມ​ແອ້ມ​ເມືອງ Aleppo.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ