ການເຈລະຈາ ສັນຕິພາບ ຊີເຣຍ ຢຸດພັກ ໂດຍໃຫ້ຄຳໝັ້ນສັນຍາ ທີ່ຈະເປີດຄືນໃໝ່

Boats are pulled ashore as smoke and wildfires rage behind Lake Conjola, Australia.

ພັກ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກ​ໃນ​ສົງຄາມ​ຊີ​ເຣຍ ພວມ​ເດີນທາງ​ກັບ​ຄືນ​ບ້ານພ້ອມ​ດ້ວຍ “ຈຸດ
ໝາຍ​ອັນ​ຈະ​ແຈ້ງ” ສຳລັບ​ການ​ເຈລະຈາ​ກັນ​ໃນ​ອະນາຄົດ ນັ້ນຄື​ຄຳ​ເວົ້າຂອງຜູ້​ໄກ່​ເກ່ຍ
ສັນຕິພາບອົງການ​ສະຫະ​ປະຊາ​ຊາດໃນ​ຂະນະ​ທີ່​ການ​ເຈລະຈາຢ່າງ​ຂຸ້ນຂ້ຽວຮອບ​ທີ 4
ລະຫວ່າງ​ພັກ​ຝ່າຍຕ່າງໆ​ໃນຊີ​ເຣຍ​ເປັນ​ເວລາ 9 ມື້ ສິ້ນສຸດ​ລົງ ຊຶ່ງສ່ວນ​ໃຫຍ່​ແລ້ວແມ່ນ​
ຍັງ​ຂ້ອງ​ຄາກັນ​ກ່ຽວ​ກັບ​ການ​ຫາລື​ໃນ​ເລື່ອງ​ຂັ້ນຕອນຂອງ ບັນຫາ​ຕ່າງໆ.

​ເຖິງ​ແມ່ນ​ວ່າ ບໍ່​ໄດ້​ມີ​ການ​ບັນລຸຄວາມ​ກ້າວໜ້າ ໃນ​ການ​ແກ້​ໄຂ ທາງ​ດ້ານ​ການ​ເມືອງກໍ​
ຕາມ ​ແລະ​ກໍ​ບໍ່​ມີ​ຜູ້​ໃດ​ໄດ້​ຄາດ​ຫວັງ​ໄວ້ ​ແຕ່​ຄວາມ​ຮູ້ສຶກ​ໂດຍ​ທົ່ວ​ໄປ ​ຂອງຜູ້​ທີ່​ເຂົ້າຮ່ວມ​
ໃນ​ການ​ເຈລະຈາກໍ​ແມ່ນ​ຄວາມ​ຮູ້ສຶກ​ໂລ່ງ​ໃຈແລະ​ຄວາມ​ຮູ້ສຶກ​ໃນ​ການບັນລຸ​ສິ່ງ​ໃດ​ສິ່ງ
​ນຶ່ງ ​ໃນ​ການ​ເຈລະຈາສັນຕິພາບ​ຮອບ​ນີ້ ຊຶ່ງ​ໄດ້​ສິ້ນສຸດ​ລົງໂດຍ​ບໍ່ມີ​ການ​ຍ່າງ​ອອກ​ຈາກ​
ບ່ອນ​ປະຊຸມ ບໍ່​ວ່າ​ໂດຍ​ຄະນະ​ຜູ້​ແທນ​ຂອງ​ລັດຖະບານ​ຫລືຜູ້ຕາງໜ້າ​ຂອງ​ພວກ​ຕໍ່ຕ້ານ
ດັ່ງ​ທີ່​ເຄີຍ​ໄດ້ມີ​ມາ​ໃນ​ເມື່ອ​ກ່ອນ.

ທ່ານ Staffan de Mistura ທູດ​ພິ​ເສດ​ຂອງ​ອົງ​ການ​ສະຫະ​ປະຊາ​ຊາດ ​ຮັບຜິດຊອບ
​ກ່ຽວ​ກັບ​ເລື່ອງ​ຊີ​ເຣຍ ກ່າວ​ຢູ່​ທີ່​ນະຄອນ​ເຈ​ນີວາ​ວ່າ “ມັນ​ບໍ່​ເຄີຍ​ເປັນ​ເລື່ອງ​ທີ່ງ່າຍໆ​ເລີຍ
ພວກ​ເຮົາ​ມີ​ຄວາມ​ຫຍຸ້ງຍາກ​ບາງ​ຢ່າງ ​ເປັນ​ການ​ປະຊຸມ ​ທີ່​ຫຍຸ້ງຍາກ ​ແຕ່​ພວກ​ເຮົາ​ກໍ​ມີ
​ການ​ປະຊຸມ ​ໃນ​ແບບ​ທີ່​ສ້າງສັນ​ຫລາຍ.”

ທ່ານ de Mistura ທຳນາຍ​ວ່າ ຈະ​ມີ​ການ​ວາງທ່າ​ທີ ​ແລະ​ກ່າວ​ຖະ​ແຫລງ​ໃນ​ທາງລົບ
​ຂອງ​ພັກ​ຝ່າຍ​ກົງກັນຂ້າມ ກ່ຽວ​ກັບ​ສະພາບ ​ຂອງ​ການ​ເຈລະຈາ ​ຮອບຫລ້າ​ສຸດ ທີ່​ໄດ້
​ສິ້ນສຸດ​ລົງ ​ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ ​ຕໍ່​ການສະ​ແດງ​ທ່າ​ທີ​ແບບ​
ນັ້ນ​ໂດຍຖື​ວ່າ​ມັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ເມືອງ.

ທ່ານ de Mistura ກ່າວ​ວ່າ “ຂ້າພະ​ເຈົ້າ​ໄດ້​ຍິນ​ໃນ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຟັງ​ມາ ​ໃນ​ລະ
ຫວ່າງ​ການ​ໂອ້​ລົມ​ເປັນ​ການ​ສ່ວນ​ໂຕຕ່າງໆ ທັງ​ໃນ​ແບບ​ທີ່​ເປັນ​ທາງ​ການແລະ​ບໍ່​ເປັນ​
ທາງ​ການ. ຂ້າພະ​ເຈົ້າມີ​ຄວາມ​ຮູ້ສຶກ​ວ່າ ແຕ່ລະ​ຝ່າຍ​ຕ່າງ​ກໍ​ຕ້ອງການ ການ​ເຈລະຈາ
ທີ່ມີ​ຄວາມ​ສຳຄັນ.”

ທ່ານ​ກ່າວ​ຕື່ມ​ວ່າ “​ແລະນັ້ນມັນ​ເຮັດ​ໃຫ້​ຂ້າພະ​ເຈົ້າມີ​ຄວາມ​ຮູ້ສຶກ​ວ່າ ພວກ​ເຮົາ​ກຳລັງ​
ເຄື່ອນ​ໄຫວ​ໄປ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ