ຝ່າຍຄ້ານ ຊີເຣຍ ຕ້ອນຮັບ ສະມາຊິກ ສະພາສູງ McCain (ວີດີໂອ)

ທ່ານ John McCain ເດີນທາງໄປເຖິງ ຖານທັບສະຫະລັດ ໃນເທິກີ ເພື່ອຕຽມເດີນທາງ ເຂົ້າໄປພົບກັບ ພວກຕໍ່ຕ້ານລັດຖະບານໃນຊີເຣຍ

ພວກ​ຝ່າຍ​ຄ້ານ​ຊີ​ເຣຍໄດ້ໃຫ້ການຮັບຕ້ອນຕໍ່ການ​ຢ້ຽມຢາມ ​ທີ່​
ຮ້ອງ​ວ່າ “ສໍາຄັນ ​ທີ່​ສຸດ” ຂອງ​ສະມາຊິກ​ສະພາ​ສູງ ທີ່​ມີ​ອິດ​ທິພົນ​
ຂອງ​ສະຫະລັດ ທ່ານ John McCain ​ທີ່​ເດີນທາງ​ໄປພົບ​ປະ
ແບບ​ບໍ່​ມີ​ການ​ປະກາດ​ລ່ວງ​ໜ້າກັບ​ຝ່າຍ​ຕໍ່​ຕ້ານ ຢູ່​ໃນຊີ​ເຣຍ.

ບັນດາ​ຜູ້​ຊ່ວຍ ທ່ານ McCain ກ່າວ​ວ່າ ທ່ານໄດ້​ຂ້າມ​ຊາຍ​ແດນ​
ຈາ​ກ​ເທີ​ກີເຂົ້າ​ໄປໃນຊີ​ເຣຍ ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ພົບ​ປະ​ກັບ
ນາຍ​ພົນ Salam Idris ຜູ້​ບັນ ຊາ​ການກອງທັບ​ຊີ​ເຣຍເສລີ ຂອງ​
ຝ່າຍ​ຕໍ່ຕ້ານ.

ທ່ານ​ Anas Abdas ​ໂຄສົກ ຂອງ​ກຸ່ມ​ແນວ​ໂຮມ​ແຫ່ງ​ຊາດຊີ​ເຣຍ
ຊຶ່ງ​ເປັນ​ກຸ່ມ ຝ່າຍ​ຄ້ານທີ່​ສຳຄັນ​ສຸດ ​ໄດ້​ອະພິ​ບາຍ​ເຖິງ​ຄວາມ​ສໍາ
ຄັນ​ຂອງ​ການໄປ​ຢ້ຽມຢາມ ​ໂດຍສະມາຊິກສະພາສູງ ທີ່​ໄດ້​ຮຽກ
ຮ້ອງ​ມາ​ດົນນານ​ແລ້ວ​ ເພື່ອ​ໃຫ້ການຊ່ວຍເຫລືອ​ແກ່​ຝ່າຍຕໍ່ຕ້ານ ​
ໂດຍກ່າວ​ວ່າ:

“ພວກ​ເຮົາ​ຄິດ​ວ່າ ​ເປັນ​ສິ່ງ​ສໍາ​ຄັນ​ຫຼາຍ ​ເພາະວ່າສະມາຊິກ​ສະພາ
​ສູ​ງທ່ານ​ນີ້ ​ໄດ້​ໃຫ້ການສະໜັບສະໜຸນ​ມາຕະຫລອດຕໍ່ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຢາກ​ເປັນ​ປະຊາທິປະ​ໄຕຂອງປະຊາຊົນຊີ​ເຣຍ ​ແລະ​ການ​ປະຕິວັດ​ຂອງຊີ​ເຣຍ ນັບ​ຕັ້ງ​ແຕ່​ເລີ້ມ​ຕົ້ນ.

ທ່ານ​ຍັງ​ໄດ້​ຕໍ່ສູ້​ຢ່າງ​ໜັກ​ຢູ່​ໃນ​ປະ​ເທດ​ຂອງ​ທ່ານ ​ຄືໃນສະຫະລັດ ​ເພື່ອ​ໃຫ້​ລັດຖະບານ
​ເອົາ​ບົດບາດຢ່າງ​ຈິງ​ຈັງ ​ໃນ​ການ​ສະໜັບສະໜຸນການປະຕິວັດຂອງ​ຊີ​ເຣຍ ​ແລະໃນ​ການ
ປະກອບ​ອາວຸດ ​ໃຫ້​ແກ່ທັບຊີ​ເຣຍ​ເສລີ​ ນຳ​ດ້ວຍ.”

ບັນດາ​ຜູ້​ບັນຊາ​ການ​ຝ່າຍ​ຕໍ່ຕ້ານ ​ທີ່ພົບ​ປະ​ກັບທ່ານ McCain ​ໄດ້​ຮຽກຮ້ອງ​ໃຫ້ ສະຫະ
ລັດ ຈົ່ງສະໜອງອາວຸດ ​ແລະ​ລູກປືນ​ໃຫ້ແກ່​ພວກເຂົາ​ເຈົ້າ ຈັດຕັ້ງ​ເຂດຫ້າມ​ບິນຕໍ່​ກອງ
ທັບ​ອາກາດຂອງປະທານາທິບໍດີ Bashar al-Assad ​ແລະ​ທໍາ​ການ​ໂຈມ​ຕີ​ທາງ​ອາ
ກາດ ຕໍ່ກຸ່ມ​ຫົວ​ຮຸນ​ແຮງ​ Hezbollah ຂອງ​ເລ​ບາ​ນອນ ທີ່​ນິ ຍົມ​ທ່ານ Assad ທັງຢູ່ໃນ​
ຊີ​ເຣຍ ​ແລະ​ໃນເລ​ບາ​ນອນ.

Your browser doesn’t support HTML5

Mccain Syria