ມີການປະທະກັນ ຢ່າງໜັກອີກ ໃນຊີເຣຍ (ວີດິໂອກັບສະໄລດ໌)

ຄວັນພຸ້ງຂຶ້ນ ຫຼັງຈາກທີ່ເຮືອບິນລົບຂອງລັດຖະບານ ຊີເຣຍ ໄດ້ຖີ້ມລະເບີດ ໃສ່ເມືອງ Deraa, ວັນທີ 4 ພະຈິກ 2012.

ນັກເຄື່ອນໄຫວຊາວຊີເຣຍກຸ່ມນຶ່ງກ່າວວ່າ ໄດ້ເກີດການປະທະ
ກັນຢ່າງໜັກອີກ ລະຫວ່າງພວກກະບົດ ແລະກອງກໍາລັງຂອງ
ລັດຖະບານ ໃນເມືອງຫຼວງຂອງປະເທດ.

ກຸ່ມສັງເກດການສິດທິມະນຸດຂອງຊີເຣຍ ທີ່ມີສໍານັກງານຢູ່ທີ່
ອັງກິດກ່າວວ່າ ການຕໍ່ສູ້ກັນ ໄດ້ເລີ່ມຂຶ້ນຕັ້ງແຕ່ວັນອາທິດວານ
ນີ້ ແລະກໍໄດ້ດໍາເນີນຕໍ່ມາຈົນຮອດວັນຈັນມື້ນີ້ ໃນເມືອງຫລວງ Damascus ຢູ່ຄຸ້ມ Tada-
mon ແລະ Yarmuk ໃກ້ໆກັບສູນອົບພະຍົບຂອງຊາວປາແລສຕາຍ.

ເບິ່ງວີດິໂອສະພາບການປະທະກັນຫລ້າສຸດ ຢູ່ຊີເຣຍ

Your browser doesn’t support HTML5

Many feared dead in car bomb attack near Damascus in Syria.


ພວກນັກເຄື່ອນໄຫວກ່າວວ່າ ນອກນີ້ແລ້ວ ເຮືອບິນລົບຂອງລັດຖະບານ ຍັງໄດ້ຖີ້ມລະເບີດ ໃສ່ເຂດອື່ນໆຂອງ Damascus ເຊ່ນກັນ.

ໃນຂະນະດຽວກັນ ກຸ່ມຝ່າຍຄ້ານທີ່ແຕກແຍກກັນຂອງຊີເຣຍ ກໍໄດ້ເລີ່ມຕົ້ນກອງປະຊຸມ
ປຶກສາຫາລືທີ່ສໍາຄັນ ໃນວັນອາທິດວານນີ້ ໃນຈຸດປະສົງທີ່ຈະເຕົ້າໂຮມເປັນອັນນຶ່ງອັນ
ດຽວກັນ ເພື່ອໃຫ້ໄດ້ຮັບການຮັບຮູ້ຈາກນາໆຊາດ ແລະສົ່ງເສີມໂອກາດຂອງເຂົາເຈົ້າ
ໃນການທີ່ ຈະໂຄ່ນລົ້ມ ປະທານາທິບໍດີ Bashar al-Assad ນັ້ນ.

ກອງປະຊຸມ 4 ມື້ ທໍາອິດ ທີ່ຈັດຂຶ້ນຢູ່ເມືອງຫຼວງ Doha ຂອງປະເທດ Qatar ນັ້ນ ແມ່ນຈະ
ເພັ່ງເລັງໃສ່ການປ່ຽນແປງຮູບແບບຂອງສະພາແຫ່ງຊາດຊີເຣຍ ຊຶ່ງແມ່ນກຸ່ມຝ່າຍຄ້ານທີ່
ໃຫຍ່ທີ່ສຸດຢູ່ນອກປະເທດນັ້ນ ໃຫ້ເປັນລັດຖະບານພັດຖິ່ນ ທີ່ເປັນຕົວແທນຂອງຊາວຊີເຣຍ
ທັງມົດ ທີ່ຕໍ່ຕ້ານປະທານາທິບໍດີ ອັສຊັດ.

ເບິ່ງພາບຫລ້າສຸດ ກ່ຽວກັບການສູ້ລົບກັນ ໃນຊີເຣຍ:

ພາບຫລ້າສຸດ ກ່ຽວກັບການສູ້ລົບກັນ ໃນຊີເຣຍ