ຫົວໜ້າດ້ານວັດຖຸບູຮານຂອງຊີເຣຍ ກ່າວວ່າ ພວກຫົວຮຸນແຮງ
ລັດອິສລາມ ໄດ້ຕັດຫົວ ອະດີດຜູ້ອຳນວຍການ ຫ້ອງການວັດຖຸ
ບູຮານ ຢູ່ໃນເມືອງເກົ່າແກ່ໂບຮານ Palmyra.
ທ່ານ Mamoun Abdulkarim ກ່າວວ່າ ທ່ານ Khaled Assad
ອາຍຸ 82 ປີ ໄດ້ຖືກສັງຫານໃນວັນອັງຄານວານນີ້ ແລະ ວ່າ
ປະຫວັດການເຮັດວຽກຂອງທ່ານນັ້ນ ລວມທັງ ການທຳງານເປັນ
ເວລາ 50 ປີ ໃນເມືອງ ທີ່ເປັນທີ່ຕັ້ງຂອງບູຮານສະຖານ ທີ່ມີອາຍຸ
ໄດ້ 2,000 ປີ ອັນເປັນມໍລະດົກໂລກ ຂອງອົງການ UNESCO.
ໃນຮູບພາບນີ້ ທີ່ນຳອອກເຜີຍແຜ່ ເມື່ອວັນທີ 22 ພຶດສະພາ 2015 ໂດຍແວັບໄຊ້ຂອງພວກຫົວຮຸນແຮງ ລັດອິສລາມ ສະແດງໃຫ້ເຫັນ ທຸງຂອງກຸ່ມດັ່ງກ່າວ (ເທິງກາງ) ທີ່ໄດ້ປັກຂຶ້ນຢູ່ເທິງ ປະສາດ Palmyra ໃນເມືອງ Palmyra ປະເທດຊີເຣຍ.
ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີຫ້ອງການຕັ້ງຢູ່ອັງກິດ ຍັງໄດ້ລາຍງານ ເຖິງການຕາຍ ຂອງທ່ານ Assad ໂດຍກ່າວວ່າ ທ່ານໄດ້ຖືກປະຫານຊີວິດ ຢູ່ທີ່ຈະຕຸລັດສາທາລະນະແຫ່ງໜຶ່ງ ໃນເມືອງ Palmyra ຕໍ່ໜ້າປະຊາຊົນຫຼາຍສິບຄົນ.
ພວກກຸ່ມລັດອິສລາມ ໄດ້ເຂົ້າຍຶດເອົາເມືອງ Palmyra ເມື່ອເດືອນພຶດສະພານີ້ ທີ່ກໍ່ໃຫ້
ເກີດມີຄວາມຢ້ານກົວ ກ່ຽວກັບຊະຕາກຳຂອງບູຮານສະຖານ ໃນເມືອງດັ່ງກ່າວນັ້ນ ຍ້ອນ
ຊື່ສຽງ ໃນການທຳລາຍວັດຖຸບູຮານ ຂອງພວກຫົວຮຸນແຮງ ທີ່ພວກເຂົ້າຮູ້ສຶກວ່າ ເປັນການ
ເຄົາລົບບູຊາຮູບປັ້ນ.