ຊີເຣຍ ຖິ້ມລະເບີດຖັງ ໃສ່ພົນລະເຮືອນ ສັງຫານ 71 ຄົນ ໃນເມືອງ Aleppo

ຊາວຊີເຣຍຢືນຢູ່ໄກ້ໆ ກັບບັນດາສົບ ຂອງພວກທີ່ຖືກຂ້າຕາຍ ໃນການໂຈມຕີດ້ວຍລະເບີດຖັງ ໂດຍກອງທັບອາກາດຊີເຣຍ ໃສ່ຄຸ້ມ Shaar ຢູ່ທາງພາກຕາເວັນອອກ ຂອງເມືອງ Aleppo, ວັນທີ 30 ພຶດສະພາ 2015.

ເຮືອບິນ​ເຮ​ລິ​ຄອບ​ເຕີຊີ​ເຣຍຫຼາຍລຳ ​ໄດ້​ຖິ້ມ​ລະ​ເບີດ​ຖັງຈຳນວນນຶ່ງ
​ລົງ​ໃສ່​ເຂດຕ່າງໆ ​ທີ່​ຄວບຄຸມໂດຍ​ລັດ​ອິສລາມ​ ໃນ​ເມືອງ Aleppo
​ໃນ​ວັນ​ເສົາ​ວານ​ນີ້ ​ຊຶຶ່ງສັງຫານ 71 ຄົນ ​ແລະ ອີກຫຼາຍສິບ​ຄົນ ​
ໄດ້​ຮັບ​ບາດ​ເຈັບ ​ໃນ​ຈຳນວນ​ນັ້ນສ່ວນ​ໃຫຍ່​ແມ່ນ​ພົນລະ​ເຮືອນ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດຊີ​ເຣຍ ທີ່​ມີ​ຫ້ອງການ​ຕັ້ງຢູ່​ໃນ​ອັງກິດ ​
ໄດ້​ທຳ​ການ​ບັນທຶກ​ເຫດການ​ຄວາມ​ຮຸນ​ແຮງ​ຢູ່ຊີ​ເຣຍ ​ໂດຍຜ່ານ​
ເຄືອ​ຂ່າຍ​ຂອງ​ບັນດາ​ນັກ​ເຄື່ອນ​ໄຫວ ທີ່​ກ່າວ​ວ່າ ມີ 59 ຄົນ​ ຖືກ​
ຂ້າ​ຕາຍໃນການ​ໂຈມ​ຕີ​ທາງ​ອາກາດ ໃສ່​ຕະຫລາດ​ແຫ່ງ​ນຶ່ງ​
ທີ່ແອ​ອັດໄປດ້ວຍຜູ້ຄົນ ທີ່​ເອີ້ນ​ວ່າ Souk al-Hal ຂອງເມືອງ
al-Bab ທີ່​ຕັ້ງຢູ່​ທາງນອກ​ເມືອງຂອງ​ Aleppo ຊຶ່ງຜູ້​ເສຍ​ຊີວິດທັງ​ໝົດ​ນັ້ນ​ແມ່ນ​ເປັນ​ຜູ້​ຊາຍ. ​ແລະອີກ​ຢ່າງ​ນ້ອຍ 12 ຄົນ ຖືກ​ຂ້າ​ຕາຍ ​ໃນ​ເຫດ​ລະ​ເບີດ​ແຕກ ຢູ່​ທີ່ຄຸ້ມ Shaar ຂອງເມືອງ Aleppo ​ທີ່ພວກກະບົດຍຶດຄອງ ສ່ວນ​ໃຫຍ່​ແລ້ວ​ພວກ​ຄົນ​ເຫຼົ່ານັ້ນ ​ແມ່ນ​ມາ​ຈາກ​ຄອບຄົວ​ດຽວ​ກັນ.

ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຮັບຜິດຊອບເລື້ອງ​ຊີ​ເຣຍ ທ່ານ Staffan de
Mistura ກ່າວ​ວ່າ ການ​ຖິ້ມ​ລະ​ເບີດ​ໃສ່​ບໍລິ​ເວນ ຕະຫລາດ​ພົນລະ​ເຮືອນັ້ນ “ຄວນ​ໄດ້​ຮັບ​
ການກ່າວ​ປະນາມ​ຢ່າງໜັກ​ທີ່​ສຸດ​ຈາກ​ນານາ​ຊາດ.”
ທ່ານ​ກ່າວ​ອີກ​ວ່າ “ມັນ​ເປັນ​ການ
​ຍອມຮັບ​ບໍ່​ໄດ້​ຢ່າງເດັດຂາດ ທີ່​ກອງທັບ​ອາກາ​ດຊີ​ເຣຍ ​ໂຈມ​ຕີ​ດິນແດນ​ທີ່​ເປັນ​ຂອງ​ຕົນ​ເອງ​ໃນທາງ​ທີ່​ບໍ່​ໃຈ້​ແຍກ”
​ ​ແລະ ​ເວົ້າຕື່ມ​ອີກ​ວ່າ “ການ​ໃຊ້ລະ​ເບີດ​ຖັງ​ຕ່າງໆ​ຕ້ອງ​
ຍຸດຕິລົງ.”

ຢູ່ໃນ​ຂໍ້ຄວາມທີ່ສົ່ງ​ຜ່ານ​ທາງ Twitter ນັ້ນ ກຸ່ມ​ລັດ​ອິສລາມ ​ໄດ້​ຢືນຢັນ​ກ່ຽວກັບ​ໂຈ​ມຕີ​ຢູ່​ທີ່
al-Bab ​ໂດຍ​ເອີ້ນ​ວ່າ “ການ​ສັງຫານໝູ່​ທີ່​ຮ້າຍ​ແຮງ” ທີ່​ໄດ້​ກະທຳ​ໂດຍ​ທະຫານ​ຊີ​ເຣຍ.

ຂະນະດຽວກັນ ພວກຫົວຮຸນແຮງລັດອິສລາມ ໄດ້ໂຈມຕີສະຫຼະຊີບ 2 ຄັ້ງຕໍ່ທະຫານຊີເຣຍ
ທີ່ເມືອງ Hassakeh ທີ່ມີຊາວເຄີດອາໄສຢູ່ເປັນສ່ວນໃຫຍ່.