ອົງການສະຫະປະຊາຊາດ ແມ່ນກຳລັງເຕືອນລັດຖະບານ ຊີເຣຍ ແລະ ພວກກະບົດວ່າ ພວກເຂົາເຈົ້າອາດມີຄວາມຜິດ ໃນຖານກໍ່ອາຊະຍາກຳສົງຄາມໃນເມືອງ Aleppo ທີ່ຖືກ ແບ່ງແຍກໃນພາກເໜືອຂອງ ຊີເຣຍ.
ພວກກອງກຳລັງລັດຖະບານ ໄດ້ພະຍາຍາມທີ່ຈະເຂົ້າຍຶດເອົາໝູ່ບ້ານຕ່າງໆທີ່ຖືກຄວບ ຄຸມໂດຍພວກກະບົດ ໃນພາກຕາເວັນອອກຂອງເມືອງ, ດ້ວຍການປິດລ້ອມທີ່ໄດ້ຕັດຂາດ ຂົງເຂດດັ່ງກ່າວ ບໍ່ໃຫ້ມີການສົ່ງອາຫານແລະການຊ່ວຍເຫຼືອມະນຸດສະທຳເຂົ້າໄປ ໃນຂະ ນະທີ່ການໂຈມຕີທາງອາກາດຫຼາຍຄັ້ງ ໄດ້ຕົກໃສ່ເຂດທີ່ໝັ້ນ ຂອງພວກກະບົດ.
ເພື່ອເປັນການຕອບໂຕ້, ພວກກະບົດໄດ້ພະຍາຍາມທີ່ຈະທັບມ້າງການປິດລ້ອມນັ້ນ ໂດຍ ເພີ່ມການໂຈມຕີໃສ່ເຂດພາກຕາເວັນຕົກຂອງເມືອງ Aleppo, ເຊິ່ງຢູ່ພາຍໃຕ້ການຄວບ ຄຸມຂອງລັດຖະບານ ຊີເຣຍ. ດ້ວຍເຫດນີ້, ຈຳນວນຜູ້ບາດເຈັບ ແລະ ເສຍຊີວິດຂອງພົນ ລະເຮືອນແມ່ນກຳລັງເພີ່ມຂຶ້ນ.
ພວກນັກຮົບກະບົດ ຂີ່ລົດກະບະພ້ອມກັບພວກພົນລະເຮືອນຜູ້ທີ່ຫຼົບໜີອອກຈາກພື້ນທີ່ຂອງການຕໍ່ສູ້ ໃນເມືອງ Dahiyet al-Assad, ພາກຕາເວັນຕົກຂອງເມືອງ Aleppo, ຊີເຣຍ. 30 ຕຸລາ 2016.
ອົງການສະຫະປະຊາຊາດກ່າວວ່າ ໃນໄລຍະສອງສາມມື້ທີ່ຜ່ານມານີ້, ປະຊາຊົນຫຼາຍ ກວ່າ 40 ຄົນໄດ້ຖືກຂ້າຕາຍ ແລະອີກຫຼາຍຄົນໄດ້ຮັບບາດເຈັບ.
ໂຄສົກອົງການປະສານງານດ້ານມະນຸດສະທຳ ຂອງສະຫະປະຊາຊາດ ທ່ານ Jens Laerke ກ່າວວ່າ ການບາດເຈັບລົ້ມຕາຍເຫຼົ່ານີ້ແມ່ນເປັນຍ້ອນການຍິງຈະຫຼວດໂຈມຕີ ຢ່າງບໍ່ຈຳແນກໂດຍກຸ່ມຕໍ່ຕ້ານປະກອບອາວຸດ ໃສ່ຂົງເຂດຕ່າງໆທີ່ມີພົນລະເຮືອນອາໄສ ຢູ່ໃນພາກຕາເວັນຕົກຂອງເມືອງ Aleppo.
ທ່ານ Laerke ໄດ້ກ່າວວ່າ “ພວກເຂົາເຈົ້າຍັງໃຫ້ຂໍ້ສັງເກດວ່າ, ໃນເວລາດຽວກັນກໍມັນມີ ປະຊາຊົນ 275,000 ຄົນ ຍັງຕິດຄ້າງຢູ່ໃນພາກຕາ ເວັນອອກຂອງເມືອງ Aleppo ທີ່ຖືກປິດລ້ອມຢູ່ນັ້ນ ບໍ່ມີການຊ່ວຍເຫຼືອເຂົ້າໄປໄດ້, ບໍ່ມີຜູ້ຄົນອອກມາໄດ້, ໂຊກບໍ່ດີ.”
ທ່ານໂຄສົກຍັງໄດ້ກ່າວປະນາມການໂຈມຕີດ້ວຍລົດຖັງໃນວັນອາທິດທີ່ຜ່ານມາໃສ່ຕຶກ ຫຼັງໜຶ່ງໃນພາກຕາເວັນຕົກຂອງເມືອງ Aleppo, ເຊິ່ງເປັນທີ່ຕັ້ງຂອງອົງການສະຫະປະຊາຊາດໃນພາກພື້ນ. ອົງການສະຫະປະຊາຊາດ ໄດ້ກ່າວວ່າ ການໂຈມຕີນັ້ນໄດ້ແນເປົ້າໂດຍ ກົງໃສ່ອາຄານດັ່ງກ່າວ, ເຊິ່ງຮູ້ຈັກມາດົນນານແລ້ວວ່າເປັນຫ້ອງການຂອງອົງການສະຫະປະຊາຊາດ.
ໂຄສົກອົງການສິດທິມະນຸດຂອງສະຫະປະຊາຊາດ ທ່ານນາງ Ravina Shamdasani ກ່າວວ່າ ພວກພົນລະເຮືອນຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດຈຳນວນຫຼາຍໄດ້ຊີ້ໃຫ້ເຫັນ ວ່າ ກຸ່ມຕໍ່ຕ້ານທີ່ຕິດອາວຸດແມ່ນໄດ້ລະເມີດກົດໝາຍມະນຸດສະທຳສາກົນ ໂດຍຍິງໂຈມຕີ ຢ່າງບໍ່ເລືອກໜ້າ ໃສ່ບໍລິເວນຕ່າງໆ ທີ່ມີພົນລະເຮືອນອາໄສຢູ່.