ເຈົ້າໜ້າທີ່ຊີເຣຍ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ທະຫານລັດຖະບານໄດ້ເຂົ້າໄປໃນເຂດທີ່ສຳຄັນໆຂອງເມືອງແມນບິຈ (Manbij) ແຂວງອາເລັບໂປ ທາງພາກຕາເວັນອອກສຽງເໜືອຂອງປະເທດແລ້ວ.
ກອງທັບຊີເຣຍ ກ່າວວ່າ ຕົນ “ຂໍໃຫ້ການຄ້ຳປະກັນໂດຍເຕັມ ຕໍ່ຄວາມປອດໄພຂອງປະຊາຊົນຊາວຊີເຣຍທັງມວນ ແລະບຸກຄົນອື່ນໆທີ່ມີໜ້າຢູ່ທີ່ນັ້ນ.”
ກຳລັງປົກປ້ອງປະຊາຊົນຊາວເຄີດໃນຊີເຣຍ ທີ່ເອີ້ນຫຍໍ້ວ່າ YPG ທີ່ເປັນກຳລັງທະຫານບ້ານທີ່ສຳຄັນສຸດຂອງຊາວເຄີດໃນຊີເຣຍ ຮຽກຮ້ອງໃນວັນສຸກມື້ນີ້ ໃຫ້ລັດຖະບານປະທານາທິບໍດີບາຊາ ອາລ-ອາຊາດ ເຂົ້າຄວບຄຸມເມືອງແມນບິຈ ເພື່ອປົກປ້ອງຕໍ່ການຂົ່ມຂູ່ຈາກການໂຈມຕີຂອງເທີກີ.
Your browser doesn’t support HTML5
US Withdrawal From Syria Prompts Calls for Arabs to Embrace Damascus
ກຳລັງ YPG ກ່າວວ່າ “ດັ່ງນັ້ນ ພວກເຮົາຈຶ່ງເຊີນໃຫ້ ລັດຖະບານຊີເຣຍ ຊຶ່ງພວກເຮົາເປັນພົນລະເມືອງນັ້ນ ສົ່ງກຳລັງທະຫານເຂົ້າໄປຄວບຄຸມຈຸດສຳຄັນ ແລະປ້ອງກັນເມືອງແມນບິຈ ທ່າມກາງການຂົ່ມຂູ່ຂອງເທີກີ.”
ຣັດເຊຍໄດ້ສະແດງຄວາມຊົມເຊີຍໃນທັນທີ ຕໍ່ການທີ່ເມືອງແມນບິຈ ໄດ້ກັບຄືນໄປຢູ່ພາຍໃຕ້ການຄຸ້ມຄອງຂອງລັດຖະບານຊີເຣຍ ໂດຍເອີ້ນເຫດການນີ້ວ່າ ເປັນທ່າອຽງທີ່ດີ.
ການຮ້ອງຂໍຂອງກຳລັງ YPG ມີຂຶ້ນຫລັງຈາກການປະກາດຢ່າງບໍ່ຄາດຝັນຂອງປະທານາທິບໍດີດໍໂນລ ທຣຳ ແຫ່ງສະຫະລັດ ກ່ຽວກັບ ການຖອນກຳລັງສະຫະລັດທັງໝົດອອກຈາກຊີເຣຍ.
ກຳລັງ YPG ແມ່ນໄດ້ຮັບການສະໜັບສະໜຸນຈາກສະຫະລັດ ແຕ່ເທີກີຖືວ່າ ເປັນກຸ່ມກໍ່ການຮ້າຍ ແລະໄດ້ປະກາດວ່າ ຈະທັບມ້າງກຸ່ມດັ່ງກ່າວ.