ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ປະນາມທ່າທີ
ຂອງສະຫະລັດຕໍ່ວິກິດການ ໃນຊີເຣຍວ່າ “ບໍ່ສ້າງສັນ” ຫຼັງຈາກ
ທີ່ວໍຊີງຕັນ ໄດ້ປະຕິເສດຕໍ່ການເຈລະຈາສອງຝ່າຍ ໃນລະດັບສູງ
ໃນການປະສານງານກ່ຽວກັບກິດຈະກຳທາງທະຫານ ໃນຊີເຣຍ.
ການໃຫ້ຄວາມເຫັນດັ່ງກ່າວມີຂຶ້ນນຶ່ງມື້ ຫຼັງຈາກສະຫະລັດ
ແລະຣັດເຊຍ ສະຫລຸບການໂອ້ລົມສົນທະນາຂັ້ນຕ່ຳ ຮອບທີ 3
ກ່ຽວກັບກົດລະບຽບໃນການປະຕິບັດຢູ່ເທິງເຂດອາກາດຂອງ
ຊີເຣຍ ບ່ອນທີ່ທັງສອງປະເທດ ຕ່າງຝ່າຍຕ່າງກໍທຳການໂຈມຕີທາງອາກາດນັ້ນ.
ສະຫະລັດ ແລະຣັດເຊຍ ກ່າວວ່າ ໄດ້ມີຄວາມກ້າວໜ້າ ໃນລະຫວ່າງການສົນທະນາກັນທາງວີດີໂອ ໃນວັນພຸດວານນີ້ ຊຶ່ງວໍຊີງຕັນ ໄດ້ກ່າວວ່າ ມີການເພັ່ງເລັງໂດຍສະເພາະໃສ່ ການຈັດຕັ້ງປະຕິບັດກ່ຽວກັບລະບຽບການດ້ານຄວາມປອດໄພ.
ໃນຄວາມເຫັນທີ່ພິມເຜີຍແຜ່ໂດຍອົງການຂ່າວ Interfax ໃນວັນພະຫັດມື້ນີ້ ທ່ານ Putin ໄດ້ກ່າວວ່າ ທ່ານບໍ່ເຂົ້າໃຈເຖິງການທີ່ເຈົ້າໜ້າທີ່ສະຫະລັດ ຕຳນິຕິຕຽນການປະຕິບັດງານທາງທະຫານຂອງຣັດເຊຍ “ຖ້າຫາກວ່າພວກເຂົາເຈົ້າປະຕິເສດຕໍ່ການໂອ້ລົມສົນທະນາໂດຍກົງກ່ຽວກັບເລື້ອງທີ່ສຳຄັນດັ່ງກ່າວນີ້.”
ທ່ານ Putin ກ່າວຕື່ມວ່າ “ຂ້າພະເຈົ້າ ເຊື່ອວ່າ ທ່າທີດັ່ງກ່າວນີ້ ແມ່ນບໍ່ສ້າງສັນເລີຍ.”
ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວໃນວັນພຸດວານນີ້ວ່າ “ທ່ານຍັງບໍ່ມີລາຍລະອຽດແຕ່ຢ່າງໃດ ໃນຂໍ້ສະເໜີຂອງການໂອລົມກັນຂັ້ນສູງ. ນອກນັ້ນ ທ່ານ John Kerby ຍັງໄດ້ກ່າວວ່າ ສະຫະລັດຈະສືບຕໍ່ສະແດງໃຫ້ເຫັນວ່າ ຕົນເຕັມໃຈທີ່ຈະໂອ້ລົມກັບເຈົ້າໜ້າທີ່ຣັດເຊຍ.”
ວີດີໂອ ກ່ຽວກັບສະຖານະການທີ່ສະລັບສັບຊ້ອນ ໃນຊີເຣຍ
Your browser doesn’t support HTML5
Turkey Warns US, Russia Against Arming Kurds in Syria