ພົນລະເຮືອນ ຊາວຊີເຣຍ ກັບຄືນໄປ ຄຸ້ມຕ່າງໆ ໃນເມືອງອາເລັບໂປ

ຜູ້ຊາຍຊີເຣຍຄົນນຶ່ງ ຍ່າງຜ່ານຄຸ້ມ Salaheddin ຊຶ່ງຄັ້ງນຶ່ງ ເຄີຍຄວບຄຸມ ໂດຍພວກຕໍ່ຕ້ານ ທີ່ເມືອງ Aleppo ໃນພາກເໜືອ ຂອງປະເທດຊີເຣຍ. (23 ທັນວາ 2016)

ຊາວ​ຊີ​ເຣຍຫຼາຍ​ຮ້ອຍ​ຄົນ​ພາກັນ​ກັບ​ຄືນ​ໄປ​ເມືອງ Aleppo ​ໃນ​ວັນ​ສຸກ​ວານ​ນີ້ ​ເພື່ອກວດ ກາເບິ່ງ​ເຮືອນຊານ​ເຂົາ​ເຈົ້າ ຫລັງ​ຈາກ​ພວກ​ຕໍ່ຕ້ານ ໄດ້​ຖອນ​ອອກ​ໄປ​ຈາກ​ເມືອງ​ດັ່ງກ່າວ​ໃນ​ວັນ​ພະຫັດ​ຜ່ານ​ມາ.

ປະຊາຊົນ​ທີ່​ພາກັນ​ນຸ່ງ​ເຄື່ອງ​ກັນ​ໜາວ​ໜາໆ ​ໄດ້​ຂ້າມ​ເຂົ້າ​ໄປ​ໃນ​ຄຸ້ມ​ຕ່າງໆ​ຊຶ່ງຫວ່າງ​ບໍ່​ດົນ​ມານີ້​ແມ່ນຍັງ​ເປັນ​ເຂດ​ແນວ​ໜ້າ​ທີ່​ເປັນ​ອັນຕະລາຍໃນ​ລະຫວ່າງ​ທີ່​ຍັງມີ​ການ​ສູ້​ລົບ​ກັນ​ໃນ​ເມືອງ Aleppo ​ໂດຍ​ໄດ້​ພາກັນ​ໄປ​ຊອກ​ຄົ້ນ ຢູ່​ຕາມ​ຊາກ​ຫັກພັງ​ ຫາ​ເຄື່ອງ​ຂອງ​ສ່ວນ​ໂຕ. ບາງ​ຄົນ​ບໍ່​ເຄີຍ​ກັບ​ຄືນ​ໄປ​ເບິ່ງ​ເຮືອນ​ຊານ​ຂອງເຂົາ​ເຈົ້າມາ​ໄດ້​ຫ້າ​ປີ​ແລ້ວ.

​ໃນ​ຂະນະ​ທີ່​ສ່ວນ​ໃຫຍ່​ຂອງ​ເມືອງ​ດັ່ງກ່າວ​ບໍ່​ມີ​ການ​ສູ້​ລົບ​ກັນ​ອີກ​ແລ້ວ ​ແຕ່​ຄວາມຮຸນ​ແຮງ​ຢ່າງ​ກະຈັດກະຈາຍ​ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ​ໃນ​ບາງ​ເຂດ. ​ໂທລະພາບ​ຂອງ​ລັດຖະບານ​ລາຍ​ງານ​ວ່າ ພວກ​ຕໍ່ຕ້ານ​ຢູ່​ນອກ​ເມືອງ Aleppo ​ໄດ້​ຍິງ​ປືນ​ໃຫຍ່​ໂຈມ​ຕີຄຸ້ມນຶ່ງ​ໃນ​ວັນ​ສຸກ​ວານ ​ນີ້​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍທີ່​ມີ​ສຳນັກງານ​ຢູ່​ອັງກິດຊຶ່ງ​ຕິດຕາມ​ເບິ່ງ​ຄວາມ​ຮຸນ​ແຮງ​ໃນ​ທົ່ວ​ປະ​ເທດ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ຕໍ່​ເຂດ​ຄວບ​ຄຸມ​ ຂອງພວກ​ຕໍ່ຕ້ານ ​ໃນ​ເຂດ​ທີ່ຢູ່​ນອກ​ເມືອງ Aleppo ອອກ​ໄປ ​ໄດ້​ເລີ້ມຄືນ​ອີກ ​ໃນ​ວັນສຸກ​ວານ​ນີ້​ເປັນ​ເທື່ອ​ທຳ​ອິດ ນັບ​ຕັ້ງ​ແຕ່​ການ​ປະຕິ​ບັດ​ງານ​ຍົກຍ້າຍ​ປະຊາຊົນ​ອອກ​ໄປ​ຈາກ​ເມືອງ Aleppo ສິ້ນສຸດ​ລົງ.

ນອກ​ນັ້ນ​ແລ້ວໃນ​ວັນ​ສຸກ​ວານ​ນີ້ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ຍັງ​ກ່າວ​ວ່າ ຣັດ​ເຊຍ ອີຣ່ານ ​ເທີ​ກີ ​ແລະຊີ​ເຣຍ ​ໄດ້​ຕົກລົງ​ ທີ່​ຈະ​ເປີດການ​ເຈລະຈາ​ສັນຕິພາບທີ່​ນະ ຄອນ Astana ​ເມືອງ​ຫລວງ​ຂອງ​ກາ​ຊັກ​ສະຖານ ​ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍ.

Your browser doesn’t support HTML5

Syria

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ