ຫົວໜ້າອົງການ NATO ທ່ານ Jens Stoltenberg ກ່າວວ່າ
ການໂຈມຕີທາງອາກາດຂອງຣັດເຊຍເປັນການບ່ອນທຳລາຍ
ຕໍ່ການດຳເນີນ ຄວາມພະຍາຍາມ ເພື່ອຊອກຫາຊ່ອງທາງແກ້
ໄຂບັນຫາຂັດແຍ້ງ ໂດຍບໍ່ໃຊ້ການທະຫານ.
ທ່່ານ Stoltenberg ໄດ້ໃຫ້ຄວາມເຫັນດັ່ງກ່າວໃນວັນສຸກມື້ນີ້
ໃນຂະນະທີ່ທ່ານໄດ້ເດີນທາງໄປເຖິງນະຄອນ Amsterdam
ເພື່ອພົບປະກັບ ບັນດາລັດຖະມົນຕີປ້ອງກັນປະເທດຂອງສະ
ຫະພາບຢູໂຣບ.
ທ່ານກ່າວວ່າ ການໂຈມຕີທາງອາກາດ ຢ່າງໜັກ ຂອງຣັດເຊຍ
”ຊຶ່ງ ສ່ວນໃຫຍ່ແລ້ວ ແມ່ນແນເປົ້າໝາຍໃສ່ບັນດາກຸ່ມຕໍ່ຕ້ານລັດຖະບານ ແລະກຳລັງສ້າງຄວາມເຄັ່ງຕືງເພີ້ມຂື້ນພ້ອມທັງເປັນການລະເມີດຕໍ່ເຂດນ່ານຟ້າຂອງອົງການ NATO ແລະ
ນ່ານຟ້າເທິກີນຳດ້ວຍ.
ໃນອີກດ້ານນຶ່ງນັ້ນ ກຳລັງລັດຖະບານຊີເຣຍທີ່ສະໜັບສະໜູນໂດຍເຮືອບິນລົບຣັດເຊຍ
ໄດ້ເຂົ້າຍຶດເອົາເມືອງໆນຶ່ງ ທີ່ພວກຕໍ່ຕ້ານລັດຖະບານຄວບຄຸມຢູ່ ໃກ້ກັບເມືອງ Deraa
ອີງຕາມລາຍງານຂ່າວໂທລະພາບ Herzbollah’s Al Manar ແລະກຸ່ມສັງເກດການ
ໃນຊີເຣຍໃນວັນສຸກມື້ນີ້. ຂ່າວດັ່ງກ່າວໄດ້ມີຂື້ນໜຶ່ງມື້ ຫລັງຈາກສະຫະປະຊາຊາດ ຈັດ
ກອງປະຊຸມບໍລິຈາກທີ່ມີການໃຫ້ຄຳໝັ້ນສັນຍາເປັນເງິນ 10 ພັນລ້ານໂດລາ ເພື່ອຊ່ວຍ
ບັນເທົາທຸກດ້ານມະນຸດສະທຳ ໃນຊີເຣຍ.
ກຸ່ມສິ້ງຊອດສິດທິມະນຸດໃນຊີເຣຍທີ່ມີຫ້ອງການຢູ່ອັງກິດ ກ່າວວ່າ ກຳ ລັງຊີເຣຍໄດ້ເຂົ້າ
ຍຶດເອົາເມືອງ Ataman ປະມານ 3 ກິໂລແມັດ ຢູ່ ທາງເໜືອຂອງເມືອງ Deraa ທີ່ຕັ້ງຢູ່
ໃນພາກໃຕ້ຂອງປະເທດ. ການໂຈມຕີດັ່ງກ່າວໄດ້ຮັບການຊ່ວຍເຫຼືອໃນການໂຈມຕີທາງ
ອາກາດ ທີ່ເຊື່ອວ່າ ໂດຍເຮືອບິນລົບຣັດເຊຍ.
ໃນບໍ່ເທົ່າໃດມື້ທີ່ຜ່ານມານີ້ ກອງທັບຊີເຣຍ ແລະບັນດາພັນທະມິດຍັງໄດ້ບຸກຄືບໜ້າທີ່ສຳ
ຄັນ ຕໍ່ພວກກະບົດຢູ່ແຂວງ Aleppo ໃນພາກເໜືອຂອງປະເທດ.
Your browser doesn’t support HTML5