ກຸ່ມສິ້ງຊອມຊີເຣຍ ກ່າວວ່າ ການໂຈມຕີທາງອາກາດຫຼາຍຖ້ຽວ
ຂອງລັດຖະບານຊີເຣຍ ໃສ່ແຂວງ Homs ຢູ່ທາງພາກກາງ
ຂອງປະເທດ ເມື່ອຕອນແລງຂອງວັນເສົາວານນີ້ ໄດ້ສັງຫານ
ຢ່າງນ້ອຍ 29 ຄົນ ຮວມທັງເດັກນ້ອຍ 13 ຄົນ.
ອົງການສິ້ງຊອມສິດທິມະນຸດຊີເຣຍ ຫຼື Syrian Observatory
for Human Rights ກ່າວໃນວັນອາທິດມື້ນີ້ວ່າ 22 ຄົນຖືກຂ້າ
ຕາຍໃນການຖິ້ມລະເບີດ ຫຼາຍຖ້ຽວໃສ່ ເມືອງ Tabisa. ໃນຈຳນວນພວກທີ່ເສຍຊີວິດນັ້ນ 16 ຄົນແມ່ນມາຈາກຄອບຄົວດຽວກັນ.
ອີກ 6 ຄົນຖືກຂ້າຕາຍໃນການໂຈມຕີທາງອາກາດ ຢູ່ໃນເມືອງ Wa’er. ຜູ້ຊາຍ 3 ຄົນຢູ່ໃນຈຳນວນຜູ້ເສຍຊີວິດ ແມ່ນເປັນພີ່ນ້ອງກັນ.
Your browser doesn’t support HTML5
Smugglers Offer Cheap Passage From Turkey to Syria