ການບຸກໂຈມຕີ ມຸ້ງໜ້າໄປທາງທິດເໜືອ ຂອງກຳລັງທີ່ຈົງຮັກພັກດີຕໍ່ປະທານາທິບໍດີຊິເຣຍ ທ່ານ Bashar al- Assad ທີ່ໜຸນຫຼັງໂດຍການໂຈມຕີທາງອາກາດຂອງຣັດເຊຍ ໄດ້ສ້າງຄວາມບໍ່ພໍໃຈໃຫ້ເຈົ້າໜ້າທີ່ຂອງສະຫະລັດ ໃນຂະນະທີ່ໄດ້ເກີດການແຕກແຍກກັນລະຫວ່າງ ວໍຊີງຕັນແລະພວກທີ່ອາດຈະເປັນພັນທະມິດທາງພາກພື້ນດິນໃນຊີເຣຍນັ້ນ.
ເຈົ້າໜ້າທີ່ທະຫານສະຫະລັດ ໄດ້ເຕືອນອຳນາດການປົກຄອງຊີເຣຍກ່ຽວກັບການບຸກໂຈມຕີ ດັ່ງກ່າວ ຊຶ່ງໃນເວລານີ້ຍັງບໍ່ທັນສ້າງຄວາມອ່ອນແອຫຼາຍປານໃດ ໃຫ້ແກ່ການຕໍ່ສູ້ໂດຍກົງຂອງສະຫະລັດ ຕໍ່ຕ້ານພວກກຸ່ມລັດອິສລາມ ໃນຊິເຣຍ. ແຕ່ພວກເຂົາເຈົ້າເປັນຫວ່ງວ່າ ມັນອາດຈະເປັນພຽງເວລາເທົ່ານັ້ນ.
ໂຄສົກຂອງກອງປະຕິບັດງານ ພັນເອກ Steve Warren ໄດ້ບອກກັບບັນດານັກຂ່າວຂອງ
ທຳນຽບຫ້າແຈ ໃນວັນພຸດວານນີ້ ໂດຍໃຊ້ຊື່ຫຍໍ້ ໃນການກ່າວເຖິງ ກຸ່ມລັດອິສລາມ ນັ້ນວ່າ “ພວກເຮົາເປັນຫວ່ງກ່ຽວກັບກອງກຳລັງທີ່ພວກເຮົາພວມປະຕິບັດງານຮ່ວມກັນຢູ່ນີ້ເພື່ອເພັ່ງເລັງໃສ່ກຸ່ມ Daesh ແຕ່ໄດ້ເພັ່ງເລັ່ງໃສ່ຢ່າງອື່ນນັ້ນ.”
ສະມາຊິກພັກ (YPG), ຕໍ່ສູ້ຄຽງບາຄຽງໄຫຼ່ ກັບ Syria, ຢືນຢູ່ຂ້າງເທິງລົດກະບະ ໃນທ່າຕຽມພ້ອມຕໍ່ສູ້ ກຸ່ມລັດອິສລາມ ທີ່ເຂົົ້າຍຶດເອົາເຂື່ອນ Tishrin ໃກ້ກັບ Kobani, Kobani, ຊິເຣຍ, 26 ທັນວາ, 2015.
ສະຫະລັດ ໄດ້ເຫັນຮ່ອງຮອຍ ທີ່ສະແດງໃຫ້ເຫັນວ່າ ກຸ່ມຕໍ່ຕ້ານລັດຖະບານຕ່າງໆ ກຳລັງ ຫັນປ່ຽນໃນການນຳໃຊ້ຊັບພະຍາກອນຂອງພວກເຂົາເຈົ້າ ຈາກການຕໍ່ສູ້ກັບພວກກຸ່ມລັດອິສລາມ ຢູ່ຕາມເສັ້ນທີ່ເອີ້ນວ່າ Mare ທີ່ເນັ່ງຍາວຈາກເມືອງ Mare ທາງພາກເໜືອ ໄປຈົນເຖິງ ເຂດຊາຍແດນເທີກີ ເພື່ອຈະຮັບກັບການບຸກໂຈມຕີຂອງອຳນາດການປົກຄອງຊີເຣຍ.
ພັນເອກ Warren ໄດ້ກ່າວເຖິງການຕອບໂຕ້ຂອງພວກຕໍ່ຕ້ານລັດຖະບານວ່າ “ກຳລັງສ້າງຄວາມເສຍຫາຍໃນການສູ້ລົບ” ໃນການກ່າວເຖິງການບຸກໂຈມຕີຂອງອຳນາດການປົກຄອງ ຂຶ້ນໄປທາງເໜືອນັ້ນວ່າ “ເປັນໄພຂົ່ມຂູ່ທີ່ມອງເຫັນໄດ້.”
ຄວາມເຫັນດັ່ງກ່າວນີ້ ສ້າງຄວາມບໍ່ພໍໃຈໃຫ້ແກ່ຜູ້ບັນຊາການຂອງພວກຕໍ່ຕ້ານລັດຖະບານ
ທີ່ກ່າວວ່າ ອັນຕະລາຍນັ້ນ ບໍ່ແມ່ນພຽງແຕ່ຢູ່ໃນພາກໃຕ້ເທົ່ານັ້ນ ແຕ່ຍັງມາຈາກກອງກຳລັງ
ຂອງຊາວເຄີດໃນຊິເຣຍ ຫລື YPG ທີ່ຕັ້ງຢູ່ທາງເໜືອ ຈົນເທົ່າເຖິງປະຈຸບັນນີ້ ແມ່ນເປັນພັນທະມິດທີ່ສຳຄັນຂອງສະຫະລັດ ໃນການຕໍ່ສູ້ຕ້ານກຸ່ມລັດອິສລາມ.