ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ Ban Ki-
moon ພວມຢູ່ໃນລະຫວ່າງການຢ້ຽມຢາມຣັດເຊຍ ບ່ອນທີ່ທ່ານ
ກ່າວວ່າ ມັນເປັນສິ່ງສຳຄັນ ທີ່ຈະຕ້ອງບໍ່ໃຫ້ສູນເສຍແຮງກະຕຸກ
ຊຸກຍູ້ ໃນການເຈລະຈາ ເພື່ອຈັດກອງປະຊຸມສັນຕິພາບກ່ຽວກັບ
ຊີເຣຍ ພາຍໃນເດືອນໜ້ານີ້.
ທ່ານ Ban ພວມຢ້ຽມຢາມ ເມືອງຕາກອາກາດ Sochi ທີ່ຕັ້ງຢູ່
ແຄມທະເລດໍາ ເພື່ອພົບປະກັບ ປະທານາທິບໍດີຣັດເຊຍ ທ່ານ
Vladimir Putin ໃນການເຈລະຈາຫາລື ກ່ຽວກັບເລື່ອງຊີເຣຍ.
ໃນຕອນເຊົ້າ ຂອງວັນສຸກມື້ນີ້ ທ່ານໄດ້ພົບປະກັບລັດຖະມົນຕີ
ການຕ່າງປະເທດຣັດເຊຍ ທ່ານ Sergei Lavrov.
ຣັດເຊຍກຳລັງຊຸກຍູ້ເພື່ອໃຫ້ຮວມເອົາອີຣ່ານຊຶ່ງເປັນພັນທະມິດຂອງຊີເຣຍ ແລະຊາອຸດີ ອາຣາເບຍຊຶ່ງເປັນພັນທະມິດຂອງປະເທດຕາເວັນຕົກ ເຂົ້າຮ່ວມໃນການເຈລະຈາທີ່ວ່າ ນີ້ ໃນຂະນະທີ່ກ່າວຫາສະຫະລັດວ່າ ພະຍາຍາມທີ່ຈະຕັດຈຳນວນ ບັນດາປະເທດທີ່ຈະ ເຂົ້າຮ່ວມໃຫ້ໜ້ອຍລົງ.
ນອກນັ້ນໃນວັນສຸກມື້ນີ້ ໜັງສືພິມ New York Times ຍັງລາຍງານວ່າ ຣັດເຊຍໄດ້ສົ່ງ ລູກສອນໄຟນຳວິຖີຕໍ່ຕ້ານເຮືອທີ່ກ້າວໜ້າທັນສະໄໝໄປໃຫ້ຊີເຣຍ. ໃນ ຂະນະດຽວກັນ ຣັດເຊຍເວົ້າວ່າ ຕົນບໍ່ມີຜົນປະໂຫຍດໃດໆ ທີ່ຈະເຫັນທ່ານ Assad ກຳອຳນາດຕໍ່ໄປ.
ໃນວັນພະຫັດວານນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາແລະນາຍົກລັດ ຖະມົນຕີເທີກີທ່ານ Recep Tayyip Erdogan ກ່າວວ່າ ພວກທ່ານຈະສືບຕໍ່ກົດດັນປະ ທານາທິບໍດີ ຊີເຣຍ ໃຫ້ອອກຈາກອຳນາດ.
ທ່ານໂອບາມາກ່າວໃນກອງປະຊຸມຖະແຫຼງຂ່າວຮ່ວມ ທີ່ທຳນຽບຂາວວ່າ ທ່ານເອງແລະ ນາຍົກລັດຖະມົນຕີ Erdogan ໄດ້ເຫັນພ້ອມນຳກັນວ່າ ປະທານາທິບໍດີ Bashar al-
Assad ຄວນຈະມອບອຳນາດ ໃຫ້ແກ່ຄະນະປົກຄອງ ໃນໄລຍະຂ້າມຜ່ານ.

Your browser doesn’t support HTML5