ເທີກີວ່າ ຢາກໃຫ້ ສຫລ ​ມີບົດບາດ ຫລາຍຂຶ້ນ ໃນເລື້ອງ ຊີເຣຍ (ສະໄລດ໌/ວີດິໂອ)

ປະທານາທິບໍດີບາຣັກ ໂອບາມາ ຢືນຮຽງຂ້າງກັບທ່ານ Recep Tayyip Erdogan (ຊ້າຍ), ນາຍົກລັດຖະມົນຕີເທີກີ ໃນກອງປະຊຸມສອງຝ່າຍ ທີ່ກຸງໂຊລຂອງເກົາຫລີໃຕ້ ໃນ ເດືອນມີນາ 2012

ຄາດກັນວ່ານາຍົກລັດຖະມົນຕີເທີກີ ທ່ານ Recep Tayyip
Erdogan ຈະກົດດັນໃຫ້ສະຫະລັດເອົາບົດບາດທີ່ແຂງຂັນ
ຫລາຍຂຶ້ນ ໃນການຮັບ​ມື​ກັບ​ສະຖານະການຢູ່ໃນຊີເຣຍໃນ
ຂະນະທີ່ທ່ານພົບປະກັບປະທານາທິບໍດີບາຣັກ ໂອບາມາ ທີ່ທໍານຽບຂາວໃນວັນພະຫັດ ມື້ນີ້.

ທ່ານ Jay Carney ເລຂາດ້ານການຂ່າວຂອງທໍານຽບຂາວ
ເວົ້າວ່າ ຜູ້ນໍາທັງສອງຈະສົນທະນາຫາລືກັນ ​ເພື່ອ​ຊອກ​ຫາ​
ຊ່ອງທາງ ໃຫ້ມີການຫັນປ່ຽນ “ທີ່ຈໍາເປັນ” ເກີດຂຶ້ນຢູ່ໃນຊີເຣຍ. ວິທີທາງເຫລົ່ານັ້ນລວມມີການໃຫ້ຄວາມຊ່ວຍເຫລືອແກ່ປະ
ຊາຊົນຊີເຣຍ ແລະຝ່າຍຕໍ່ຕ້ານປະທານາທິບໍດີ Bashar al-Assad ຕະຫລອດທັງ ໃຫ້ການສະໜັບສະໜຸນ ຕໍ່ການຈັດກອງປະຊຸມສັນຕິພາບ ທີ່ໄດ້ມີ​ການສະເໜີ​ໄປ​ນັ້ນ ແລະອາດມີຂຶ້ນໃນເດືອນໜ້ານີ້ ທີ່ນະຄອນເຈນີວາ.

ທ່ານ Carney ເວົ້າວ່າ ທ່ານໂອບາມາ ຍັງຍຶດໝັ້ນຕໍ່ເປົ້າໝາຍທີ່ວ່າ ຊີເຣຍຈະຕ້ອງບໍ່ມີ
ທ່ານ Assad ຊຶ່ງເປັນການສະທ້ອນໃຫ້ເຫັນ ເຖິງຄວາມມຸ້ງຫວັງ​ແລະ​ສິດທິຂອງປະຊາ ຊົນຊາວຊີເຣຍ.

ຄວາມຮຸນແຮງໃນຊີເຣຍແຜ່ລາມ ໄປຍັງປະເທດຂ້າງຄຽງ:

Your browser doesn’t support HTML5

Syrian Strife Spilling Over, Infecting Region


ນອກນັ້ນ ທ່ານ Erdogan ຍັງຈະໄດ້ພົບກັບຮອງປະທານາທິບໍດີ Joe Biden ແລະ John Kerry ລັດຖະມົນຕີກະຊວງການຕ່າງປະເທດອີກດ້ວຍ ໃນວັນພະຫັດມື້ນີ້.

ການພົບປະດັ່ງກ່າວ ແມ່ນມີຂຶ້ນພາຍໃນເວລາບໍ່ເທົ່າໃດມື້ ລຸນຫລັງທີ່ມີເຫດລະເບີດທີ່ວາງ
ໃສ່ລົດ 2 ຄັນ ຢູ່ໃນເມືອງແຫ່ງນຶ່ງຂອງເທີກີ ໃກ້ຊາຍແດນຕິດກັບຊີເຣຍ ຊຶ່ງໄດ້ສັງຫານ
51 ຄົນ ຢູ່ໃນການໂຈມຕີ ທີ່ເທີກີໄດ້ຖິ້ມໂທດໃສ່ຊີເຣຍນັ້ນ.

ໃນລະຫວ່າງທີ່​ເກີດວິກິດການເປັນເວລາກສອງປີກວ່າໆ ຢູ່ໃນຊີເຣຍ, ເທີກີໄດ້ໃຫ້ບ່ອນພັກ
ພາອາໄສແກ່ພວກຕໍ່ຕ້ານລັດຖະບານຊີເຣຍຕະຫລອດທັງພວກອົບພະຍົບຫລາຍໆພັນຄົນ.

ເບິ່ງປະມວນພາບຫລ້າສຸດຈາກຊີເຣຍ:

ປະມວນພາບ ຫລ້າສຸດ ຈາກຊີເຣຍ