ສຫລ ເວົ້າວ່າ ປ.ຊີເຣຍ ຍັງບໍ່ສໍານຶກວ່າ ຕົນຕ້ອງໄດ້ອອກ ຈາກຕໍາແໜ່ງ (ວີດີໂອກ່ຽວຂ້ອງ)

ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ ແລະ ທ່ານ Nasser Judeh ລັດຖະມົນຕີຕ່າງປະເທດ ຈໍແດນ

ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ເວົ້າ​ວ່າ​
ສະຫະລັດຕ້ອງ​ໄດ້​ປ່ຽນ​ແປງ​ ໃນ​ສິ່ງ​ທີ່​ທ່າ​ນ​ເອີ້ນ​ວ່າ “ການ​ຄໍານວນ”
ຂອງປະທານາ​ທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ກ່ຽວ​ກັບ​
ສະຖານະ​ການ​ຂອງ ທ່ານ​ນັ້ນ.

ເມື່ອ​ວັນ​ພຸດ​ວານ​ນີ້ ທ່ານ Kerry ​ເວົ້າ​ວ່າ ທ່ານ Assad ຍັງ​ບໍ່​ຮູ້​ດີ
​ເ​ລີ​ຍວ່າ ມັນ​ຫຼີກລ່ຽງບໍ່​ໄດ້ທີ່​ວ່າ​ທ່ານ​ຈະ​ຖືກ​ປົດ​ອອກ​ຈາກຕຳ​ແໜ່​ງ.

ລັດຖະມົນຕີ​ຕ່າງປະ​ເທດ John Kerry ບອກ​ພວກ​ນັກ​ຂ່າວ ​ທີ່​ກະຊວງ​ ຕ່າງປະ​ເທດ​ວ່າ ທ່ານ​ມີ​ຄວາມ​ຮູ້ສຶກ​ທີ່​ດີຕໍ່​ສິ່ງ​ທີ່​ທ່ານ​ອາດຈະສະ​ເໜີເພື່ອ​ເຮັດ​ໃຫ້​ທ່ານ Assad ປ່ຽນ​ແປງ​ແນວ​ຄິດ​ຂອງ​ທ່ານ​ໄດ້. ​ແຕ່​ທ່ານ Kerry ກໍ​ເວົ້າ​ອີກ​ວ່າ ຍັງ​ມີ​ອີກຫຼາຍຄົນ​ ທີ່​ທ່ານ​ຕ້ອງ​ໄດ້​ປຶກສາຫາລື ກ່ອນ​ຈະ​ທໍາ​ການປະກາດ​ໃດໆ​ອອກ​ໄປ.

​ເມື່ອ​ວັນ​ພຸດ​ວານ​ນີ້ ທ່ານ ແຄ​ຣີ ​ເປັນ​ເຈົ້າ​ພາບ​ຕ້ອນຮັບ ທ່ານ Nasser Judeh ລັດຖະ ມົນຕີ​ຕ່າງປະ​ເທດ​ຂອງ​ຈໍ​ແດນ ຊຶ່ງ​ເສດຖະກິດປະ​ເທດຂອງ​ທ່ານ ພວມ​ໄດ້​ຮັບ​ຄວາມກົດ​ດັນຍ້ອນ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອດູ​ແລ​ພວກ​ອົບ​ພະຍົບຊີ​ເຣຍສາມ​ແສນ​ຄົນ​ນັ້ນ. ທ່ານ​ລັດຖະມົນຕີ Judeh ​ເວົ້າວ່າ ທ່ານບໍ່ຕ້ອງການ​ທີ່​ຈະ​ກໍານົດ​ວັນ​ເວລາ​ກ່ຽວ​ກັບການຂັບ​ໄລ່​ປະທານາທິບໍດີ Assad ​ອອກ​ຈາກ​ຕຳ​ແໜ່​ງ ແລະອີກ​ຄັ້ງ​ນຶ່ງ ​ໄດ້​ຮຽກຮ້ອງ​ໃຫ້​ມີການ​ເຈ​ລະ​ຈາ​ ​ແລະ​ການ​ໂອນ​ອໍານາດ​ທາ​ງການ​ເມືອງ​ກັນ.

ອົງການ​ສະຫະ​ປະຊາ​ຊາດເວົ້າ​ວ່າ ການ​ລຸກ​ຮື​ຂຶ້ນ ​ທີ່ຍືດ​ເຍື້ອມາ​ເກືອບສອງປີ​ ​ເພື່ອ​ຕໍ່ ຕ້ານ​ລັດຖະບານຜະ​ເດັດ​ການ​ຂອງ​ທ່ານ​ອັດ​ຊັດ​ນັ້ນ ​ແມ່ນ​ໄດ້​ສັງ ຫານຜູ້​ຄົນ​ໄປ​ແລ້ວ​ເກືອບ 70,000 ຄົນ ຊຶ່ງ​ຜູ້​ເສຍ​ຊີວິດສ່ວນ​ໃຫຍ່​ແມ່ນ ພົນລະ​ເຮືອນ.

ເບິ່ງວີດີໂອ ກ່ຽວກັບ ອົບພະຍົບຊີເຣຍ: