9 ຄົນ ເສຍຊີວິດ ໃນເຫດລະເບີດ ທີ່ຊີເຣຍ

ພວກນັກລົບ ຈາກກຸ່ມກະບົດ ກອງທັບຊີເຣຍເສລີ ກຽມຍິງປືນຈາກລົດກະບະ ຢູ່ໃນເຂດເມືອງ Taftanaz ແຂວງ Idlib ທາງພາກເໜືອຂອງຊີເຣຍ (2 ມັງກອນ 2013)

ພວກນັກເຄື່ອນໄຫວຝ່າຍຄ້ານ ກ່າວວ່າ ເຫດລະເບີດລົດ ທີ່ນະ
ຄອນຫຼວງຂອງຊີເຣຍໄດ້ສັງຫານຢ່າງໜ້ອຍ 9 ຄົນແລະເວົ້າວ່າ ຈຳນວນຜູ້ເສຍຊີວິດຄາດວ່າຈະເພີ້ມຂຶ້ນຕື່ມຍ້ອນພວກທີ່ໄດ້ຮັບ
ບາດເຈັບຫຼາຍໆຄົນແມ່ນມີອາການສາຫັດ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍທີ່ມີສຳນັກງານຢູ່ປະເທດອັງ
ກິດກ່າວວ່າ ເຫດລະເບີດດັ່ງກ່າວ ເກີດຂຶ້ນ ໃນຕອນແລງຂອງ
ວັນພະຫັດວານນີ້ ທີ່ປໍ້ານໍ້າມັນແຫ່ງນຶ່ງ ໃນຄຸ້ມທີ່ຕັ້ງຢູ່ທາງທິດ
ເໜືອຂອງນະຄອນຫຼວງດາມັສກັສ. ຍັງບໍ່ທັນມີກຸ່ມໃດອ້າງເອົາ ຄວາມຮັບຜິດຊອບເທື່ອໃນເວລານີ້.

ອົງການຂ່າວ SANA ຂອງທາງການຊີເຣຍລາຍງານວ່າ ການ
ໂຈມຕີດັ່ງກ່າວ ແມ່ນແນເປົ້າໝາຍໃສ່ບັນດາລົດທີ່ລໍຖ້າຕື່ມນໍ້າ
ມັນ ແລະຖິ້ມໂທດການໂຈມຕີໃນຄັ້ງນີ້ ໃສ່ພວກ “ກໍ່ການຮ້າຍ” ຊຶ່ງເປັນຄໍາເວົ້າ ທີ່ລັດຖະ ບານມັກໃຊ້ເພື່ອກ່າວເຖິງພວກກະບົດທີ່ພວມພະຍາຍາມຫາທາງໂຄ່ນລົ້ມປະທານາທິບໍ
ດີ Bashar al-Assad.

ໃນມື້ວັນພຸດຜ່ານມານີ້ ພວກນັກເຄື່ອນໄຫວ ໄດ້ຖິ້ມໂທດໃສ່ລັດຖະບານ ໃນການໂຈມຕີ ທາງອາກາດຕໍ່ປໍ້ານໍ້າມັນອີກແຫ່ງນຶ່ງໃກ້ໆນະຄອນຫຼວງ ທີ່ພາໃຫ້ເກີດໄຟໄໝ້ ເຮັດໃຫ້ມີ ຜູ້ເສຍຊີວິດແລະບາດເຈັບຫຼາຍສິບຄົນ.

ໃນອີກດ້ານນຶ່ງພວກນັກເຄື່ອນໄຫວລາຍງານວ່າ ໄດ້ເກີດການສູ້ລົບກັນຢ່າງໜັກໃນບໍລິ ເວນອ້ອມແອ້ມ ຖານທັບອາກາດຍຸດທະສາດແຫ່ງນຶ່ງ ໃນແຂວງ Idlib ທາງພາກເໜືອ ຂອງປະເທດ ໂດຍເວົ້າວ່າ ການສູ້ລົບກັນ ໃກ້ໆກັບຖານທັບ Taftanas ແມ່ນເປັນການ ເຄື່ອນໄຫວທີ່ປະກົດວ່າພວກກະບົດພະຍາຍາມທີ່ຈະສ້າງຄວາມອ່ອນແອໃຫ້ແກ່ຄວາມ ສາມາດໃນການປະຕິບັດງານທາງອາກາດຂອງລັດຖະບານ.

ອົງການຂ່າວ SANA ເວົ້າວ່າ ກຳລັງຮັກສາຄວາມສະຫງົບໄດ້ຮັບມືຢ່າງແຂງຂັນຕໍ່ການ ພະຍາຍາມໂຈມຕີຂອງພວກກໍ່ການຮ້າຍໃກ້ໆຄ້າຍທະຫານແລະເວົ້າວ່າ ການສູ້ລົບກັນ ໄດ້ເລີ້ມຂຶ້ນໃນຕອນແລງຂອງມື້ວັນພຸດ.

ການໂຈມຕີທີ່ຄ້າຍຄືກັນນີ້ໃນມື້ວັນອັງຄານຜ່ານມາໄດ້ພາໃຫ້ພວກເຈົ້າໜ້າທີ່ປິດສະໜາມ ບິນທີ່ເມືອງ Aleppo.