ມືປືນ ລອບສັງຫານ ນ້ອງຊາຍ ປະທານ ສະພາແຫ່ງຊາດ ຊີເຣຍ (ສະໄລດ໌)

ແຜນທີ່ຊີເຣຍ

ໂທລະພາບຂອງທາງການຊີເຣຍລາຍງານວ່າ ນ້ອງຊາຍຂອງປະ
ທານ ສະພາແຫ່ງຊາດຊີເຣຍ ໄດ້ຖືກລອບສັງຫານ.

ອົງການຂ່າວ SANA ຂອງທາງການຊີເຣຍແຈ້ງວ່າ ທ່ານ Mo-
hammed Osama Laham ນ້ອງຊາຍ ຂອງປະທານສະພາ
ແຫ່ງຊາດຊີເຣຍທ່ານ Jihad Laham ໄດ້ຖືກຍິງຕາຍໃນຕອນ
ເຊົ້າວັນອັງຄານມື້ນີ້ ຂະນະທີ່ທ່ານ ຂັບລົດໄປເຮັດວຽກ ໃນນະ
ຄອນຫຼວງດາມັສກັສ.

ໃນມື້ວານນີ້ ພວກນັກເຄື່ອນໄຫວຊີເຣຍກຸ່ມນຶ່ງ ກ່າວວ່າ ການ
ໂຈມຕີດ້ວຍລົດລະເບີດສະຫຼະຊີບໄດ້ສັງຫານທະຫານຊີເຣຍ ແລະມືປືນທີ່ຈົງຮັກພັກດີຕໍ່ປະທານາທິບໍດີ Bashar al-Assad
50 ກວ່າຄົນ ທີ່ແຂວງຮາມາ ໃນພາກກາງຂອງປະເທດ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານຢູ່ປະເທດອັງກິດ ກ່າວວ່າ ການໂຈມຕີ ໃນມື້ວັນຈັນວານນີ້ທີ່ບ້ານ Ziyara ແມ່ນດຳເນີນການໂດຍກຸ່ມແນວໂຮມ Al-Nusra ຊຶ່ງ ເປັນກຸ່ມຫົວຮຸນແຮງອິສລາມທີ່ໄດ້ຮັບແຮງດົນໃຈຫຼືການກະຕຸກຊຸກຍູ້ຈາກກຸ່ມກໍ່ການຮ້າຍ
ຂ້າມຊາດອາລກາອີດາ.

ໂຕເລກຜູ້ເສຍຊີວິດທີ່ວ່ານີ້ ແມ່ນຍັງບໍ່ໄດ້ຮັບການພິສູດຢ່າງເປັນອິດສະຫຼະເທື່ອ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍແລະໂທລະພາບຂອງທາງຊີເຣຍກ່າວວ່າ ມີຜູ້ເສຍຊີວິດ ຢ່າງນ້ອຍ 11 ຄົນ ແລະອີກຫຼາຍສິບຄົນໄດ້ຮັບບາດເຈັບ ໃນການໂຈມຕີດ້ວຍລະເບີດລົດ ທີ່ຄຸ້ມ Mezzeh ໃນນະຄອນຫຼວງດາມັສກັສ.

ນອກນັ້ນ ພວກນັກເຄື່ອນໄຫວຍັງເວົ້າວ່າ ມີພວກນັກລົບກະບົດຊີເຣຍ ບໍ່ຕໍ່າກວ່າ 20 ຄົນ ເສຍຊີວິດ ໃນການໂຈມຕີທາງອາກາດທີ່ແຂວງ Idlib ໃນພາກຕາເວັນຕົກສຽງເໜືອຂອງ ປະເທດ.

ບັນຫາຂັດແຍ້ງໃນຊີເຣຍ ພວມກ້າວເຂົ້າສູ່ເດືອນທີ 20 ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ ປະມານ 36,000 ຄົນ.