ວໍຊິງຕັນ ຫວັງວ່າ ພວກຝ່າຍຄ້ານ ໃນຊີເຣຍ ຈະໄດ້ ຄະນະ ນຳພາໃໝ່

ສະມາຊິກຂອງກຸ່ມຕໍ່ຕ້ານລັດຖະບານ ຢູ່ກອງປະຊຸມຖະແຫລງຂ່າວ ລຸນຫລັງການປະຊຸມທີ່ດໍາເນີນໄປເປັນເວລາ ສາມວັນ ທີ່ນະຄອນ Istanbul ທີ່ Turkey ໃນວັນທີ 31 ຕຸລາ, 2012.

ທ່ານ​ນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ
ກ່າວວ່າ ວໍຊິງຕັນຫວັງວ່າ ການພົບປະເຈລະຈາກັນຂອງຝ່າຍ
ຕໍ່ຕ້ານລັດຖະບານ​ໃນຊີເຣຍ ທີ່ຈະຈັດຂຶ້ນໃນອາທິດໜ້ານີ້ ຈະນໍາມາເຊິ່ງການນໍາພາໃໝ່ຂອງຝ່າຍກະບົດທີ່ ເປັນຕົວ
ແທນໃຫ້ທຸກຝ່າຍ ທີ່ກໍາລັງທໍາການຕໍ່ສູ້ແລະເສຍຊີວິດໄປຢູ່
ໃນປະເທດດັ່ງກ່າວ.

ທ່ານນາງ Clinton ກ່າວເພີ້ມອີກວ່າ ສະຫະລັດກໍາລັງນໍາສະເໜີ
ຊື່ບຸກຄົນແລະ ອົງການຕ່າງໆ ທີ່ຄວນ​ຈະ​ມີ​ບົດບາດ​ອັນເດັ່ນ ຢູ່
ໃນໂຄງປະກອບ​ໃໝ່ຂອງພວກ ຕໍ່ຕ້ານລັດຖະບານ ທີ່ໄດ້ໂຜ່ຕົວ
ຂຶ້ນມາ ໃນການພົບປະກັນ ຢູ່ນະຄອນໂດຮ່າ.

ທ່ານນາງຍັງເວົ້າອີກວ່າ ອົງການສະພາແຫ່ງຊາດຊີເຣຍ ທີ່ປະກອບດ້ວຍພວກ ພັດຖິ່ນ ເປັນສ່ວນໃຫຍ່ນັ້ນ ບໍ່ສາມາດທີ່ຈະຖືວ່າເປັນຜູ້ນໍາຂອງຝ່າຍຄ້ານຕໍ່ໄປໄດ້ອີກແລ້ວ ແຕ່ ວ່າອົງການດັ່ງກ່າວກໍຍັງມີບົດບາດຢູ່.

ໃນການກ່າວຄໍາປາໄສຂອງທ່ານນາງ ທີ່ນະຄອນຫລວງ Croatian ໃນວັນພຸດ ວານນີ້ ທ່ານນາງ Clinton ເວົ້າວ່າ ກຸ່ມແນວ​ໂຮມ​ຝ່າຍ​ຄ້ານທີ່​ຕັ້ງຂຶ້ນມາ​ໃໝ່ນັ້ນຕ້ອງ​ໄດ້​ປະກາດ ຢ່າງ​ເປັນ​ທີ່​ຈະ​ແຈ້ງ ໃນການຕ້ານຢັນກັບການດໍາເນີນຄວາມພະຍາຍາມຂອງພວກອິສ ລາມ ຫົວຮຸນແຮງຈັດ ທີ່ຈະ​ປຸ້ນ​ຈີ້​ເອົາການປະຕິວັດຕໍ່ຕ້ານ ລັດຖະບານ ທ່ານ Bashar al-Assad ​ໄປນັ້ນ.

ສວນຢູ່ນະຄອນປາຣີ ການ​ເຈລະຈາລະຫວ່າງພວກເຈົ້າໜ້າທີ່ຝຣັ່ງ ແລະຣັດເຊຍບໍ່ປະສົບ ຜົນສໍາເລັດໃນການແກ້ໄຂຄວາມເຫັນທີ່ຂັດ​ແຍ້​ງກັນຢ່າງເລິກເຊິ່ງ ກ່ຽວກັບເລື້ອງຊີເຣຍ. ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ໄດ້ກ່າວຫາຝ່າຍ ຕາເວັນຕົກວ່າ ໄດ້ຕື່ມເຊື້ອ​ໄຟ ໃສ່ການກໍ່ ຄວາມຮຸນແຮງ ໂດຍການຢືນຢັດຮຽກຮ້ອງໃຫ້ ທ່ານ Assad ລົງຈາກອໍານາດ.

ກ່ອນໜ້ານີ້ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ ທ່ານ Lakhdar Brahimi ທູດ​ພິ​ເສດ​ຂອງສະຫະປະ ຊາຊາດແລະສັນນິບາດອາຣັບ ກໍໄດ້ຮຽກຮ້ອງໃຫ້ຈີນ​ເຂົ້າຮ່ວມ ໃນການຫາ​ທາງແກ້ໄຂວິ ກິດການຢູ່ໃນຊີ​ເຣຍ ຊຶ່ງທ່ານໄດ້ກ່າວຕໍ່ລັດຖະມົນຕີກະ ຊວງການຕ່າງປະເທດຈີນ ທ່ານ Yang Jiechi ວ່າ ຈີນຄວນ “ມີບົດບາດອັນ​ແຂງ​ຂັນ” ໃນການແກ້ໄຂບັນຫາຂັດແຍ່ງທີ່ ຍືດເຍື້ອມາເປັນເວລາ 19 ເດືອນດັ່ງກ່າວນີ້.