ທູດພິເສດ ນາໆຊາດ ເດີນທາງໄປ ເທີກີ

ກະສັດ Abdullah (ຂວາ) ແຫ່ງຊາອຸດີ ອາຣາເບຍ ຊົງພົບປະ ກັບທູດພິເສດນາໆຊາດ ທ່ານ Lakhdar Brahimi ທີ່ພະລາດຊະວັງໃນນະຄອນ Jeddah (12 ຕຸລາ 2012)

ທູດສັນຕິພາບນາໆຊາດ ທ່ານ Lakhdar Brahimi ເດີນທາງໄປ
ເຖິງນະຄອນອິສຕັນບູລໃນວັນເສົາມື້ນີ້ ເພື່ອປຶກສາຫາລືກ່ຽວກັບ
ຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນ ລະຫວ່າງເທີກີແລະຊີເຣຍຊຶ່ງເປັນ
ເພື່ອນບ້ານກ່ຽວກັບສິນຄ້າທີ່ເທີກີຢຶດໄວ້ຈາກເຮືອບິນຂອງຊີເຣຍ.

ເທີກີໄດ້ບັງຄັບໃຫ້ເຮືອບິນຂອງຊີເຣຍລຳນຶ່ງລົງຈອດໃນມື້ວັນພຸດ
ຜ່ານມານີ້ ຂະນະທີ່ພວມເດີນທາງແຕ່ກຸງມົສກູ ຫານະຄອນຫຼວງ
ດາມັສກັສ. ເທີກີ ໄດ້ກ່າວປ້ອງກັນ ກ່ຽວກັບ ການຕັດສິນໃຈຂອງ
ຕົນທີ່ບັງຄັບໃຫ້ເຮືອບິນຊີເຣຍລົງຈອດ ໂດຍເວົ້າວ່າ ເຮືອບິນລຳ
ດັ່ງກ່າວບັນທຸກອຸບປະກອນທາງທະຫານ ແລະກະສຸນປືນໄປໃຫ້
ລັດຖະບານຊີເຣຍ.

ເຈົ້າໜ້າທີ່ຊີເຣຍໄດ້ປະຕິເສດວ່າ ເຮືອບິນລຳນີ້ບໍ່ໄດ້ລຳລຽງອຸບ
ປະກອນທາງທະຫານໃດໆເລີຍ. ຣັດເຊຍ ຊຶ່ງເປັນປະເທດພັນທະມິດທີ່ສຳຄັນຂອງປະທາ
ນາທິບໍດີຊີເຣຍ ທ່ານ Bashar al-Assad ຕ້ອງການຄຳອະທິບາຍຈາກເທີກີໂດຍເວົ້າວ່າ ການກະທຳດັ່ງກ່າວເປັນໄພຂົ່ມຂູ່ຕໍ່ຊີວິດແລະຄວາມປອດໄພຂອງຜູ້ໂດຍສານທີ່ເດີນທາງ ໄປນຳເຮືອບິນລຳນັ້ນ.

ໃນມື້ວັນສຸກວານນີ້ ທ່ານ Brahimi ໄດ້ໂອ້ລົມກັບກະສັດ Saudi Arabia ກ່ຽວກັບສະຖາ ນະການໃນຊີເຣຍ. ໃນການພົບປະ ທີ່ນະຄອນ Jedda ນັ້ນ ບຸກຄົນທັງສອງໄດ້ເຫັນພ້ອມ ນຳກັນເຖິງຄວາມຈຳເປັນທີ່ຈະຍຸຕິການນອງເລືອດແລະການໃຫ້ຄວາມໃຫ້ຄວາມຊ່ອຍເຫຼືອ ແກ່ຊາວຊີເຣຍຈຳນວນຫຼາຍລ້ານຄົນທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງຢູ່ໃນປະເທດ
ດັ່ງກ່າວ.