ຫົວໜ້າ ນັກການທູດ ສຫລ ແລະ ຣັດເຊຍ ຫາລື ເລື້ອງຊີເຣຍ ທີ່ສະວິດເຊີແລນ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ກາງ) ແລະລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov (ຂວາ) ກຳລັງຫຼຽວເບິ່ງ ທູດພິເສດ ສປຊ ທ່ານ Staffan de Mistura ໃນລະຫວ່າງ ກອງປະຊຸມ ຖະແຫຼງຂ່າວຮ່ວມກັນ.

ຫົວໜ້າ​ນັກ​ການ​ທູດ​ສະຫະລັດ​ແລະ​ຄູ່​ຕຳ​ແໜ່​ງຝ່າຍຣັດ​ເຊຍ ກຳລັງ​ພົບ​ປະກັນ​ທີ່​ປະ​ເທດ​ສະ​ວິດ​ເຊີແລນ​ໃນ​ວັນ​ເສົາ​ມື້ນີ້ໃນ​ຄວາມ​ພະຍາຍາມ​ເພື່ອ​ຫາ​ທາງ​ຕົກລົງກັນກ່ຽວ​ກັບ​ການ​ຟື້ນຟູ​ຂັ້ນຕອນ​ສັນຕິພາບ​ໃນ​ຊີ​ເຣຍ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ແລະ​ລັດ​ຖະມົນຕີ​ການ​ຕ່າງ ປະ​ເທດຣັດ​ເຊຍ ທ່ານ Sergei Lavrov ກຳລັງ​ປະຊຸມ​ກັນຢູ່​ທີ່​ເມືອງ Lausanne ບ່ອນ​ທີ່​ພວກ​ທ່ານ​ຈະ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຍຸຕິ​ການ​ໂຈມ​ຕີ ​ທີ່​ດຳ​ເນີນ​ມາ​ເປັນ​ເວລາຫຼາຍ​ອາທິດ​ແລ້ວຕໍ່​ເມືອງ Aleppo ​ໃນ​ພາກ​ເໜືອ​ຂອງ​ປະ​ເທດທີ່​ຖືກ​ຖະຫຼົ່ມດ້ວຍ​ການ​ໂຈມ​ຕີຂອງ​ຝ່າຍ​ລັດຖະບານ ແລະ​ຖິ້ມລະ​ເບີດ​ໃສ່ ໂດຍຣັດ​ເຊ​ຍ. ທ່ານ Lavrov ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ​ແນວໃດ​ກໍ​ຕາມ ທ່ານ​ບໍ່​ໄດ້​ມີຄວາມ​ຄາດຫວັງທີ່​ພິ​ເສດ​ໃດໆໃນການ​ເຈລະຈາ​ທາງ​ການ​ທູດ​ຮອບ​ຫລ້າ​ສຸດ​ນີ້.

ບັນດາອົງການໆ​ກຸສົນ​ທີ່​ມີ​ຊື່​ສຽງ​ລະຫວ່າງ​ປະ​ເທດ​ຮຽກຮ້ອງ​ໃນ​ວັນ​ເສົາ​ມື້ນີ້ໃຫ້​ຢຸດ​ຍິງ​ເປັນ​ເວລາ 72 ຊົ່ວ​ໂມງ ຢູ່​ໃນ​ຄຸ້ມ​ຕ່າງໆ ​ທາງ​ພາກ​ຕາ​ເວັນ​ອອກ​ ຂອງ​ເມືອງ Aleppo ຊຶ່ງ​ເປັນ​ເປົ້າໝາຍ ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ ​ເພື່ອ​ອະນຸຍາດ​ ໃຫ້​ຍົກຍ້າຍ​ພວກ​ຄົນ​ປ່ວຍ​ ແລະ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ອອກ​ໄປ ​ແລະ​ຈັດ​ສົ່ງ​ອາຫານການ​ກິນ​ ແລະ​ຢາ​ປົວ​ພະຍາດ​ເຂົ້າ​ໄປ​ໃນ​ເຂດ​ທີ່​ຖືກ​ປິດ​ລ້ອມ​ດັ່ງກ່າວ.

ພົນລະ​ເຮືອນ​ຫລາຍ​ຮ້ອຍ​ພັນ​ຄົນ​ຍັງ​ຕົກ​ຄ້າງ​ຢູ່​ໃນ​ເມືອງ Aleppo ຊຶ່ງ​ໄດ້​ກາຍ​ເປັນຈຸດ​ໃຈ ກາງ​ຂອງ​ສົງຄາມ​ກາງ​ເມືອງ​ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ຫ້າ​ປີ​ຢູ່​ໃນ​ຊີ​ເຣຍ. ພວກ​ຕໍ່ຕ້ານ​ລັດຖະ ບານເປັນ​ຜູ້​ຄວບ​ຄຸມ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ​ດັ່ງກ່າວໃນ​ຂະນະ​ທີ່​ທະຫານ​ລັດຖະບານ​ຊີ​ເຣຍ​ເປັນ​ຜູ້​ຄວບ​ຄຸມ​ສ່ວນ​ທີ່​ເຫລືອ.

ສະຫະລັດ​ແລະ​ບັນດາ​ປະ​ເທດ​ພັນທະ​ມິດ​ຕາ​ເວັນ​ຕົກ ​ໄດ້​ກ່າວ​ຫາຣັດ​ເຊຍ ແລະ​ຊີ​ເຣຍທີ່​ເປັນ​ພັນທະ​ມິດ​ວ່າໄດ້​ກໍ່​ອາ​ຊະ​ຍາ​ກຳ​ສົງຄາມໂດຍ​ຖິ້ມລະ​ເບີດ​ລົງ​ໃສ່​ໂຮງໝໍ​ແລະຂະ​ບວນ ລົດ​ລຳລຽງ​ເຄື່ອງ​ບັນ​ເທົ​າທຸກ​ສະຫະ​ປະຊາ​ຊາດ ທັງ​ຢູ່​ໃນ​ແລະອ້ອມ​ແອ້ມ​ເມືອງ Aleppo ​ໃນ​ຂະນະ​ທີ່​ພວກ​ເຂົາ​ໄດ້​ໂຈມ​ຕີ​ເປົ້າໝາຍ​ຕ່າ​ງໆ​ຂອງພວກຕໍ່ຕ້ານທີ່​ພວມ​ຫາ​ທາງ​ໂຄ່ນ​ລົ້ມ​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad.

ຊີ​ເຣຍ​ແລະຣັດ​ເຊຍ​ກ່າວ​ວ່າ ຕົນ​ໂຈມ​ຕີ​ແຕ່​ພວກ​ຫົວ​ຮຸນ​ແຮງ. ​ໃນ​ຂະນະ​ທີ່​ຖິ້ມລະ​ເບີດ​ລົງ​ໃສ່​ພວກ​ຕໍ່ຕ້ານ​ນັ້ນ ກຳລັງ​ຊີ​ເຣຍ​ແລະຣັດ​ເຊຍ ກໍ​ໄດ້​ໂຈມ​ຕີ​ພົນລະ​ເຮືອນ​ ​ຮວມທັງ​ພວກ​ເດັກນ້ອຍ​ນຳ​ດ້ວຍ.

ຣັດ​ເຊຍ​ໄດ້​ປະຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ໂຈມ​ຕີ​ພົນລະ​ເຮືອນໂດຍ​ກ່າວ​ວ່າ ຕົນ​ມີ​ແຕ່​ໂຈມ​ຕີ​ພວກ​ກໍ່​ການ​ຮ້າຍ​ເທົ່າ​ນັ້ນ​ ຊຶ່ງ​ເປັນ​ຄຳ​ເວົ້າທີ່ຣັດ​ເຊຍ​ແລະ​ຊີ​ເຣຍ​ໃຊ້ ​ເວລາເວົ້າ​ເຖິງ​ພວກ​ຕໍ່ຕ້ານ.

ປະທານາທິບໍດີບາຣັກ ​ໂອ​ບາ​ມາ ໄດ້​ພົບ​ປະ​ກັບ​ຄະນະ​ທີ່​ປຶກສາ ດ້ານ​ຄວາມໝັ້ນຄົງ​ແຫ່ງ​ຊາດ​ໃນ​ວັນ​ສຸກ​ວານ​ນີ້ ເພື່ອ​ຫາລື​ກ່ຽວ​ກັບ​ເລື້ອງຊີ​ເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ