ເຮືອບິນ ທະຫານ ຣັດເຊຍ ລຳລຽງສະບຽງ ໄປໃຫ້ ຊາວອົບພະຍົບ ໃນຊີເຣຍ

ຮູບການແຈກຢາຍສະບຽງ ໄດ້ຖືກເປີດເຜີຍໂດຍອົງການຂ່າວ ອາຣັບ ຊີເຣຍ ໃນວັນທີ 12 ກັນຍາ 2015. ສະແດງໃຫ້ເຫັນວ່າສະມາຊິກຂອງອົງການວົງເດືອນແດງ ຊີເຣຍ ຂົນຍ້າຍ ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳອອກຈາກ ເຮືອບິນຂອງ ຣັດເຊຍ ສະໜາມບິນສາກົນ Martyr Bassil al-Assad, ແຂວງ Latakia.

​ເຮືອບິນ​ບັນທຸກສອງ​ລຳ​ຂອງ​ທະຫານ​ ຣັດ​ເຊ​ຍ ​ໄດ້ລຳລຽງເຄື່ອງ ຊ່ວ​ຍ​ເຫຼືອດ້ານມະນຸ​ດສະ​ທຳ 80 ​ໂຕ​ນ​ເດີນທາງ​ໄປ​ຮອດ ຊີ​ເຣຍ ​ເພື່ອ​ຕິດ​ຕັ້ງ​ຄ້າຍ​ທີ່​ພັກ​ໃຫ້​ແກ່​ຜູ້​ອົບ​ພະຍົບຫຼາຍ​ກວ່າ 1000 ຄົນ​, ​ໃນ​ຂະນະ​ທີ່​ກຸ່ມ​ຝ່າຍ​ຄ້ານ​ທີ່​ສຳ​ຄັນ​ຂອງ ຊີ​ເຣຍ ​ໄດ້​ວິຈານ​ນະຄອນຫຼວງ ມອສ​ໂກ ວ່າເຂົ້າ​ໄປ​ມີ​ບົດບາດ​ທາງ​ທະຫານ​ຂອງ
​ປະ​ເທດ ອາຣັບ.

​ໂຄສົກ​ກະຊວງ​ປ້ອງກັນ​ປະ​ເທດ ຣັດ​ເຊຍ ພົນ​ຕີ Igor Konashenkov ​ໄດ້​ກ່າວ​ໃນ​ວັນເສົາ​ວານ​ນີ້​ວ່າ ​ເຄື່ອງ​ຊ່ວຍ​ເຫຼືອ ດ້ານ​ມະນຸດສະທຳ​ລວມມີ​ວັດຖຸ​ສຳລັບ​ການ​ຕິດ​ຕັ້ງ​ຄ້າຍທີ່​ພັກ.

​ແນວ​ໂຮມແຫ່ງ​ຊາດ​ຂອງ ຊີ​ເຣຍ, ​ເປັນ​ກຸ່ມ​ເຄືອ​ຂ່າຍ​ໜຶ່ງ​ທີ່​ຕໍ່ສູ້​ເພື່ອ​ຂັບ​ໄລ່​ປະ​ທາ​ນາ​ທິບໍດີ Bashar al-Assad, ​ໄດ້​ກ່າວ​ປະນາມ​ການ​ຊ່ວຍ​ເຫຼືອ​ຂອງ ຣັດ​ເຊຍ, ​ໂດຍ​ອະທິບາຍວ່າມັນ ເປັນ​ຄວາມ​ປະພຶດ​ແບບ ​ເປັນ​ປໍ​ລະ​ປັກແລະ “ການ​ແຊກແຊງ​ທາງ​ການ​ທະຫານ” ໂດຍ​ກົງ.

​ເຈົ້າ​ໜ້າ​ທີ່​ ສະຫະລັດ ຄົນ​ໜຶ່ງໄດ້​ກ່າວ​ຕໍ່ ວີ​ໂອ​ເອ ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າການ​ຊ່ວຍ​ເຫຼືອ​ຂອງ ຣັດ​ເຊຍ ​ເມື່ອ​ບໍ່​ດົນ​ມາ​ນີ້​ລວມມີ​ທະຫານ​ເຮືອ 200 ຄົນ ​ແລະ ​ເຮືອນ​ທີ່​ປະກອບ​ເຂົ້າກັນ​ໄດ້ ສຳລັບ​ທະຫານ​ຫຼາຍ​ເຖິງ 1500 ຄົນ.

​ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ​ກ່າວ​ວ່າ ວັ​ດຖຸການ​ຊ່ວຍ​ເຫຼືອ​ນັ້ນຍັງ​ລວມມີ ປືນ​ໃຫຍ່, ​ເຄື່ອງ​ຄວບ​ຄຸມ​ລູກ​ສອນ​ໄຟນຳ​ວິຖີ​ໄລຍະ​ສັ້ນ ​ແລະ ລົດ​ຫຸ້ມ​ເກາະ​ປະມານ​ສິບ​ກວ່າ​ຄັນນຳ.