ສປຊ ອາດຕ້ອງຍຸຕິ ການຊ່ວຍເຫລືອ ອົບພະຍົບຊີເຣຍ ຢູ່ Lebanon (ສະໄລດ໌/ວີດິໂອ)

Your browser doesn’t support HTML5

ວີດິໂອກ່ຽວກັບ ອົບພະຍົບ ຊີເຣຍ

ອົງການສະຫະປະຊາຊາດເວົ້າວ່າ ໃນເດືອນໜ້ານີ້ ຕົນຈໍາເປັນ
ຕ້ອງໄດ້ຍຸຕິການຊ່ວຍເຫລືອດ້ານອາຫານ ແກ່ອົບພະຍົບຊາ
ວຊີເຣຍ ຈໍານວນ 400 ພັນຄົນ ຢູ່ໃນ Lebanon ເວັ້ນເສຍ
ແຕ່ວ່າ ຕົນຈະໄດ້ຮັບເງິນທຶນສຸກເສີນ ກ້ອນໃໝ່.

ການຂາດເຂີນເງິນ, ທີ່ໄດ້ເປີດເຜີຍໃຫ້ຮູ້ ທີ່ກຸງ Beirut ໃນວັນອັງ
ຄານວານນີ້ ແມ່ນ ສ່ວນນຶ່ງຂອງວິກິດການດ້ານການເງິນ ທີ່ຂົ່ມ
ຂູ່ຕໍ່ການດໍາເນີນຄວາມພະຍາຍາມຂອງສາກົນ ເພື່ອຊ່ວຍອົບພະ
ຍົບຊາວຊີເຣຍ ທີ່ໄດ້ຫລົບອອກຈາກປະເທດ ໄປຢູ່ໃນປະເທດ
ເພື່ອນບ້ານ ເພື່ອຫລົບໜີສົງຄາມກາງເມືອງໃນຊີເຣຍ.

ທ່ານ Etienne Labande ໂຄສົກປະຈໍາອົງການອາຫານໂລກ ສະແດງຄວາມຢ້ານກົວວ່າ
ການຢຸດສະງັກໃນການຊ່ວຍເຫລືອດ້ານອາຫານໃດໆກໍຕາມ ອາດຈະເຮັດໃຫ້ສະພາບການ
ຢູ່ໃນສູນອົບພະຍົບຂອງເລບານອນ ທີ່ມີຄວາມເຄັ່ງຕຶງຢູ່ແລ້ວນັ້ນ ຍິ່ງທະວີສູງຂຶ້ນໄປອີກ.

ປະມວນພາບກ່ຽວກັບ ອົບພະຍົບຊີເຣຍ ຢູ່ເລບານອນ:

ອົບພະຍົບຊີເຣຍ ໃນປະເທດເລບານອນ


ອີກດ້ານນຶ່ງ ລັດຖະມົນຕີກະຊວງສາທາລະນະສຸກຂອງ Jordan ໄດ້ທໍາການຮ້ອງຂໍ “ແບບ
ສຸກເສີນ” ເງິນຈຳນວນ 355 ລ້ານໂດລາ ໃນວັນອັງຄານວານນີ້ ເພື່ອຈະສະໜອງການ
ປິ່ນປົວສຸຂະພາບແບບສຸກເສີນໃຫ້ແກ່ຊາວຊີເຣຍ ຫລາຍໆແສນຄົນ ທີ່ໄປຫລົບໄພຢູ່ໃນ
ລາດຊະອານາຈັກດັ່ງກ່າວ. ທ່ານໄດ້ກ່າວເຊັ່ນນັ້ນ ຕໍ່ອົງການຂ່າວ Petra ຂອງທາງການ
ຈໍແດນ.

ສ່ວນຢູ່ກຸງ Geneva ນັ້ນ ອົງການອົບພະຍົບຂອງສະຫະປະຊາຊາດ ຍັງໄດ້ກ່າວເຕືອນ ອີກ
ວ່າ ຈະມີຄວາມສັບສົນວຸ້ນວາຍ ຖ້າຫາກບັນດາປະເທດບໍລິຈາກເງິນ ທີ່ໃຫ້ຄໍາໝັ້ນສັນຍາ
ວ່າ ຈະໃຫ້ທຶນຊ່ວຍເຫລືອ 1 ພັນລ້ານໂດລາ ໃນຕົ້ນປີນີ້ ບໍ່ປະຕິບັດຕາມສັນຍາ ທີ່ໄດ້ໃຫ້
ໄວ້ ພາຍໃນເດືອນມິຖຸນາທີ່ຈະມາເຖິງນີ້.

ເບິ່ງວີດິໂອກ່ຽວກັບ ຈໍແດນພະຍາຍາມຊ່ວຍເຫລືອ ອົບພະຍົບຊີເຣຍ:

Your browser doesn’t support HTML5

Jordan Struggling to Accomodate Syrian Refugees